ເມືອງໄຊບູລີ ໄຂກອງປະຊຸມໃຫຍ່ອົງຄະນະພັກເມືອງ ຄັ້ງທີ VIII

ກອງປະຊຸມໃຫຍ່ອົງຄະນະພັກເມືອງໄຊບູລີ ຄັ້ງທີ VIII ໄດ້ໄຂຂຶ້ນເປັນທາງການໃນຕອນເຊົ້າວັນທີ 16 ມັງກອນ 2025 ນີ້, ທີ່ສະໂມສອນຂອງເມືອງດັ່ງກ່າວໂດຍການໃຫ້ກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງສະຫາຍ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງສະຫວັນນະເຂດ; ມີສະ ຫາຍ ບົວສອນ ມະຫາວົງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ແລະ ພາຍໃຕ້ການເປັນປະທານຂອງສະຫາຍ ອ່ອນລຳພັນ ບົວສີແກ້ວ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງເຈົ້າເມືອງໄຊບູລີ; ມີບັນດາແຂກທີ່ຖືກເຊີນຈາກພະແນກການ; ອົງການທຽບເທົ່າຂັ້ນແຂວງ; ເມືອງອ້ອມຂ້າງ; ຄອບຄົວຕົວແບບດ້ານການຜະລິດຂອງເມືອງຕະຫຼອດເຖິງບັນດາສະຫາຍຜູ້ແທນສົມບູນເຂົ້າຮ່ວມ.

ໂອກາດນີ້, ສະຫາຍ ອ່ອນລຳພັນ ບົວສີແກ້ວ ໄດ້ກ່າວໄຂກອງປະຊຸມໃຫຍ່ເປັນທາງການໂດຍໄດ້ຍົກໃຫ້ຮູ້ວ່າ: ກອງປະຊຸມໃຫຍ່ອົງຄະນະພັກເມືອງຄັ້ງນີ້, ຈະໄດ້ໄດ້ຮັບຟັງບົດລາຍງານການເມືອງພາກ I,II ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີຕໍ່ໜ້າ; ຮັບຟັງການປະກອບຄໍາຄິດຄໍາເຫັນຂອງບັນດາຜູ້ຕາງໜ້າແຕ່ລະຂົງເຂດວຽກງານ ແລະບັນດາເມືອງອ້ອມຂ້າງທີ່ຖືກເຊີນ, ລວມທັງບັນດາຂະແໜງການອ້ອມຂ້າງ ແລະ ຮາກຖານການຜະລິດຈໍານວນໜຶ່ງເຊິ່ງທັງໝົດນັ້ນມັນເປັນການສ່ອງແສງໃຫ້ເຫັນຄວາມສາມັກຄີເປັນເອກະພາບ, ທັງເປັນການຢືນຢັນເຖິງໝາກຜົນດ້ານຕ່າງໆ ໃນການຈັດຕັ້ງນໍາພາຂອງອົງຄະນະພັກເມືອງຊຸດທີ VII.

ຈາກນັ້ນ, ບັນດາສະຫາຍຜູ້ແທນຍັງຈະໄດ້ໃຊ້ສິດປະຊາທິປະໄຕລົງຄະແນນສຽງປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່, ເພື່ອນໍາພາ-ຊີ້ນຳວຽກງານໃນຕໍ່ໜ້າ ແລະ ຈະໄດ້ດຳເນີນການປ່ອນບັດຄັດເລືອກເອົາຜູ້ແທນສົມບູນ ແລະ ສຳຮອງເພື່ອຂຶ້ນໄປຮ່ວມກອງປະຊຸມໃຫຍ່ສະໄໝທີ X ຂອງອົງຄະນະພັກແຂວງທີ່ຈະໄດ້ໄຂຂຶ້ນໃນມໍ່ໆນໍາອີກດ້ວຍ.

ຈາກນັ້ນ, ສະຫາຍ ຄາລາໂຊ ຫຼຸຍບົວທອງ ຮອງເລຂາຄະນະບໍລິຫານງານພັກເມືອງ ໄດ້ຜ່ານຮ່າງບົດລາຍງານການເມືອງຕໍ່ກອງປະຊຸມເພື່ອຕີລາຄາຄືນການນຳພາ-ຊີ້ນຳຂອງອົງຄະນະພັກເມືອງນັບແຕ່ປີ 2019-2024 ເຊິ່ງມີບາງຕອນສຳຄັນວ່າ: ໂດຍອີງໃສ່ເງື່ອນໄຂທາງດ້ານທ່າແຮງບົ່ມຊ້ອນຂອງເມືອງໃນການຜະລິດເປັນສິນຄ້າຂອງປະຊາຊົນໄດ້ຮັບການພັດທະນາຢ່າງກວ້າງຂວາງ ຜົນງານທີ່ພົ້ນເດັ່ນໃນ 5 ປີຜ່ານມາ, ເສດຖະກິດຂອງເມືອງ ໄດ້ຂະຫຍາຍຕົວສະເລ່ຍ ໃນລະດັບ 8,17% ຕໍ່ປີ, ລວມຍອດຜະລິດຕະພັນພາຍໃນ (GDP) ໄດ້ 1,130 ຕື້ກວ່າກີບ, ສະເລ່ຍໃສ່ຫົວຄົນໄດ້ 16,523,501 ກີບ, ລື່ນປີ 2019 ຈໍານວນ 4,433,467 ກີບ, ສະເລ່ຍເຂົ້າໃສ່ຫົວຄົນໄດ້ 1,178 ກິໂລ/ຄົນ/ປີ, ທຽບໃສ່ແຜນເທົ່າກັບ 78.37%, ພົນລະເມືອງ 68,436 ຄົນ.

ຄະນະພັກແຕ່ລະຂັ້ນໄດ້ສຸມໃສ່ຊຸກຍູ້ການນໍາພາ-ຊີ້ນໍາໃນການຂະຫຍາຍເນື້ອທີ່ນາປີ ແລະນາແຊງຕິດພັນກັບການຍົກສະມັດຕະພາບຂອງການຜະລິດໃຫ້ສູງຂຶ້ນ ໂດຍຖືເອົາຄອບຄົວເປັນຕົ້ນຕໍໃນການຜະລິດ, ເຊິ່ງປູກເຂົ້ານາປີໄດ້ 14,880 ເຮັກຕາ, ທຽບໃສ່ແຜນປະຕິບັດໄດ້ 94,62% (ສາເຫດຍ້ອນເປັນນາບຶງທີ່ສ່ຽງນໍ້າຖ້ວມຂັງ), ສະມັດຕະພາບໄດ້ 3,4 ໂຕນ/ເຮັກຕາ, ນາແຊງໄດ້ 7,824 ເຮັກຕາ, ເທົ່າກັບແຜນ 92.04%, ສະມັດຕະພາບໄດ້ 4.9 ໂຕນ/ເຮັກຕາ. ໂຄງປະກອບເສດຖະກິດໄດ້ຫັນປ່ຽນຢ່າງຕັ້ງໜ້າ ໄປຕາມທິດພັດທະນາການຜະລິດກະສິກໍາເປັນສິນຄ້າຕິດພັນກັບອຸດສາ ຫະກໍາປຸງແຕ່ງ ແລະການບໍລິການ; ການຫັນເປັນກະສິກໍາທັນສະໄໝໃນຂະແໜ່ງການທີ່ເມືອງຂອງພວກເຮົາໄດ້ປຽບເປັນຕົ້ນການນໍາໃຊ້ກົນຈັກທີ່ທັນສະໄໝໃນຂົງເຂດວຽກງານກະສິກໍາແມ່ນມີການນໍາໃຊ້ຢ່າງກວ້າງຂວາງ.

ນອກຈາກນັ້ນ,ພວກເຮົາຍັງໄດ້ຢຶດໝັ້ນການພັດທະນາເສດຖະກິດເປັນໃຈກາງຕິດພັນກັບການພັດທະນາສັງຄົມ ແລະປົກປັກຮັກສາສິ່ງແວດລ້ອມໄປຕາມທິດພັດທະນາແບບຍືນຍົງ, ພ້ອມກັນນັ້ນໄດ້ຊຸກຍູ້ຂົງເຂດບໍລິການ, ເກັບລາຍຮັບເຂົ້າງົບປະມານສາມາດບັນລຸໄດ້ 24,299,236,417 ກີບ, ເທົ່າກັບ 136,58%, ເພີ່ມຂຶ້ນ 0,08%; ສ່ວນວຽກງານດ້ານອື່ນໆ ກໍ່ໄດ້ຮັບການຈັດຕັ້ງປະຕິບັດຕາມແຜນການທີ່ວາງໄວ້.

ກອງປະຊຸມດັ່ງກ່າວໄດ້ດຳເນີນໄປເປັນເວລາ 2 ວັນນັບແຕ່ວັນທີ 16-17 ມັງກອນ 2025 ນີ້.