ໃນວັນທີ 15 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ, ໄດ້ຢ້ຽມຢາມໂຮງສີເຂົ້າທັນສະໄໝທີ່ຕັ້ງຢູ່ບ້ານນາຂາມນົນ ເມືອງສອງຄອນ ແຂວງສະຫວັນນະເຂດ, ໃຫ້ກຽດຕ້ອນຮັບທ່ານປະທານປະເທດມາເຄື່ອນໄຫວຢ້ຽມຢາມແຂວງສະຫວັນນະເຂດໃນຄັ້ງນີ້ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເລຂາພັກແຂວງເຈົ້າແຂວງສະຫວັນນະເຂດ,ມີຄະນະນໍາຂອງແຂວງໄດ້ຮ່ວມຕ້ອນຮັບທ່ານປະທານປະເທດໃນຄັ້ງນີ້ດ້ວຍ.
ໂຮງສີເຂົ້າທັນສະໄໜແຫ່ງນີ້ແມ່ນໜຶ່ງໃນບັນດາກິດຈະກຳທີ່ຖືກຈັດຕັ້ງປະຕິບັດພາຍໃນຂອບເຂດເມືອງຈຳພອນ ແລະເມືອງສອງຄອນ ພາຍໃຕ້ໂຄງການຊົນລະກະເສດ ແລະ ຊົນນະບົດຮອບດ້ານຂອງແຂວງສະຫວັນນະເຂດ, ໂຮງສີເຂົ້າທັນສະໄໝແຫ່ງນີ້ມີມູນຄ່າການກໍ່ສ້າງທັງໝົດ 8 ລ້ານໂດລາສະຫະລັດ, ມີກຳລັງການຜະລິດ (ສີເຂົ້າ) 5ໂຕນ/ຊົ່ວໂມງ, ເຊິ່ງໄດ້ເປີດທົດລອງນໍາໃຊ້ແລ້ວ,ພ້ອມນັ້ນຍັງມີເຄື່ອງອົບເຂົ້າຈຳນວນ 4 ເຄື່ອງ, ສາມາດອົບເຂົ້າໄດ້ 120 ໂຕນຕໍ່ວັນ.
ໂຄງການຊົນລະກະເສດ ແລະຊົນນະບົດຮອບດ້ານໄດ້ຮັບທຶນກູ້ຢືມຈາກປະເທດ ສ.ເກົາຫຼີຈຳນວນ 46 ລ້ານໂດລາສະຫະລັດ, ເຊິ່ງໄດ້ຖືກນຳໃຊ້ເຂົ້າໃນກິດຈະກຳຂອງໂຄງການມີດັ່ງນີ້: ກໍ່ສ້າງລະບົບຊົນລະປະທານມູນຄ່າ 15,7ລ້ານ ໂດລາສະຫະລັດ, ສ້ອມແປງປະຕູນໍ້າອ່າງສູຍມູນຄ່າ 32 ພັນໂດລາສະຫະລັດ, ປັບເນື້ອທີ່ນາໄຮ່ໃຫຍ່ ມູນຄ່າ 1.88ລ້ານໂດລາສະຫະລັດ, ກໍ່ສ້າງເສັ້ນທາງຊົນນະບົດມູນຄ່າ 3 ແສນໂດລາສະຫະລັດ, ກໍ່ສ້າງສູນບໍລິການເຕັກນິກມູນຄ່າ 1 ລ້ານໂດລາສະຫະລັດ, ຈັດຊື້ກົນຈັກມູນຄ່າ 5 ແສນໂດລາສະຫະລັດ, ຄ່າບໍລິການທີ່ປຶກສາ 8,8 ລ້ານໂດລາສະຫະລັດ ແລະເງິນແຮ 4,7ລ້ານໂດລາສະຫະລັດ.
ໃນໂອກາດນີ້, ທ່ານປະທານປະເທດ ໄດ້ເຂົ້າໄປເບິ່ງສະພາບຕົວຈິງພາຍໃນໂຮງສີເຂົ້າ ແລະຮັບຟັງການອະທິບາຍລະບົບກ່ຽວກັບລະບົບແລະຂັ້ນຕອນການຜະລິດດຕ່າງໆພາຍໃນໂຮງສີແຫ່ງນີ້ຕື່ມອີກ.