ທ່ານ ພັທ ສຸກທອງ ວົງສາ ຫົວໜ້າຕໍາຫຼວດກວດຄົນເຂົ້າເມືອງ(ຕມ) 3 ດ່ານສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໃນວັນທີ 15 ມັງກອນ 2025: ໃນໄລຍະ 6 ເດືອນ ທ້າຍປີ 2024 ຜ່ານມາໄດ້ເອົາໃຈໃສ່ປະຕິບັດວຽກງານວິຊາສະເພາະຕາມຄວາມຮັບຜິດຊອບມີຜົນສໍາເລັດຕາມແຜນການທີ່ວາງໄວ້, ສະແດງອອກວຽກງານກວດຄົນເຂົ້າ-ອອກ ສປປ ລາວ ໄດ້ຈັດຕັ້ງປະຕິບັດຕາມນິຕິກຳ, ກົດໝາຍ, ທີ່ກຳນົດໄວ້, ໄດ້ສຸມໃສ່ຈັດຕັ້ງປະຕິບັດຕາມແຈ້ງການ, ຄໍາແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກ່ຽວກັບ ນະໂຍບາຍວິຊາ ແລະ ໄລຍະການພັກເຊົາ ຢູ່ ສປປ ລາວ ສໍາລັບນັກທ່ອງທ່ຽວກຸ່ມເປົ້າໝາຍໃນໄລຍະປີທ່ອງທ່ຽວລາວ 2024,ເພີ່ມທະວີການຕິດຕາມ, ກວດກາ,ເກັບກຳຂໍ້ມູນການເຂົ້າ-ອອກ ສປປ ລາວ ໃນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ແລະ ວຽກງານຈຸດສຸມປິ່ນອ້ອມຕ່າງໆ ຢູ່ດ່ານສາມາດກວດກາຄົນເຂົ້າ-ອອກເມືອງ ທັງໝົດ 340.540 ຄົນ, ຍິງ 119.945 ຄົນ, ເດັກ 17.860 ຄົນ, ພາຫະນະເຂົ້າ-ອອກທັງໝົດ 299.835 ຄັນ. ນະໂຍບາຍຍົກເວັ້ນວິຊາ ແລະ ຂະຫຍາຍການ ພັກເຊົາໃຫ້ກຸ່ມນັກທ່ອງທ່ຽວໃນໄລຍະປີທ່ອງທ່ຽວລາວ 2024 ມີທັງໝົດ 2.727 ຄົນ, ຍິງ 1.592 ຄົນ, ມີ 20 ສັນຊາດ, ນອກຈາກນັ້ນຍັງໄດ້ເອົາໃຈໃສ່ປ້ອງກັນເວນຍາມໃນງານບຸນສໍາຄັນ ຕ່າງໆ ຂອງຊາດຂອງພັກ ຮັກສາຄວາມສະຫົງບ ແລະ ຄວາມເປັນລະບຽບຮຽບຮ້ອຍໄດ້ຢ່າງປອດໄພ ແລະ ໄດ້ອໍານວຍຄວາມສະດວກໃຫ້ແຂກການນໍາຂັ້ນສູງໄດ້ເຂົ້າ-ອອກ ຢ່າງປົກກະຕິ.
ສໍາລັບທິດທາງແຜນການໃນຕໍ່ໜ້າສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບກໍາລັງຕຳຫຼວດກວດຄົນເຂົ້າ- ອອກເມືອງ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີສະຕິສູງຕໍ່ທຸກເລ້ລ່ຽມກົນອຸບາຍຂອງ ກຸ່ມຄົນບໍ່ຫວັງດີທີ່ຈະສວຍໃຊ້ການເດີນທາງເຂົ້າ-ອອກ ສປປ ລາວ ແບບບໍ່ຖືກຕ້ອງ; ສືບຕໍ່ເປັນເສນາທິການໃຫ້ແກ່ຄະນະພັກຄະນະນໍາຂັ້ນເທິງ ໃນການສະຫລຸບລາຍງານຕ່າງໆ ຢ່າງເປັນປົກກະຕິ ແລະ ທັນເວລາ; ສືບຕໍ່ຈັດຕັ້ງປະຕິບັດດຳລັດ 643/ລບ, ວ່າດ້ວຍການເຂົ້າ- ອອກ ສປປ ລາວ ໃຫ້ເຂັ້ມງວດ ແລະ ຮັດກຸມ; ສຸມໃສ່ໜ້າວຽກວິຊາສະເພາະຕາມແຜນການທີ່ວາງໄວ້ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ເພີ່ມທະວີຢ່າງເຂັ້ມງວດໃນການກວດກາຄົນ, ກວດກາພາຫະນະ ເຂົ້າ-ອອກ, ຈັດກໍາລັງເຂົ້າໃສ່ແຕ່ລະຈຸດໃນຂອບເຂດຄວາມຮັບຜິດຊອບ ເພື່ອປ້ອງກັນສະກັດກັ້ນ ກຸ່ມຄົນບໍ່ຫວັງດີ ລັກລອບເຂົ້າ-ອອກ ສປປ ລາວ ແບບບໍ່ຖືກຕ້ອງ, ຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ປອດໄພໂດຍພື້ນຖານ.
ທ່ານຫົວໜ້າ ຕມ 3 ຍັງໄດ້ກ່າວຕື່ມອີກວ່າ : ດ່ານ ຕມ ສາກົນຂົວມິດຕະພາບ 3 ແມ່ນໜ່ວຍງານວິຊາສະເພາະໜຶ່ງທີ່ຂື້ນກັບພະແນກຕຳຫຼວດ ກວດຄົນເຂົ້າ-ອອກເມືອງ ຫ້ອງສັນຕິບານ ປກສ ແຂວງຄໍາມ່ວນ ເຮັດໜ້າທີ່ໃນການກວດກາຄົນ ເຂົ້າ-ອອກ ສປປ ລາວ ແລະປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ອໍານວຍຄວາມ ສະດວກໃຫ້ແກ່ພົນລະເມືອງລາວ ຄົນຕ່າງດ້າວ ຄົນຕ່າງປະເທດ ຄົນບໍ່ມີສັນຊາດ ແລະ ຍານພາຫະນະລົດ ໄດ້ເຂົ້າ-ອອກ ຢ່າງຖືກຕ້ອງເພື່ອຈຸດປະສົງດຳເນີນທຸລະກິດ, ທ່ອງທ່ຽວ, ຢ້ຽມຢາມ, ທັດສະນະສຶກສາ ແລະອື່ນໆ.
ຂ່າວ : ມະນີວັນ