ປະທານປະເທດຢ້ຽມຢາມ ພື້ນຖານການຜະລິດຢູ່ເມືອງ ທ່າແຕງ

ໃນວັນທີ 15 ມັງກອນ 2025 ນີ້ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ພັກປະຊາຊົນ ປະຕິວັດລາວ, ປະທານປະເທດ ສປປ ລາວ ພ້ອມຄະນະໄດ້ເດີນທາງຢ້ຽມຢາມ ພື້ນຖານການຜະລິດຂອງປະຊາຊົນຢູ່ ບ້ານຫຼັກຂາວ ເມືອງທ່າແຕງ ແຂວງເຊກອງ ໂດຍເປັນກຽດຕ້ອນຮັບຈາກທ່ານ ແສງລາຕີ ຫຼອມຍະເດດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆທ່າແຕງ ພ້ອມຄະນະ,ມີທ່ານ ເຫຼັກໄຫຼ ສີວິໄລ ເລຂາພັກແຂວງ ເຈົ້າແຂວງເຊກອງພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນແຂວງ ແລະເມືອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ໃນການຢ້ຽມຢາມ ພື້ນຖານການຜະລິດຂອງປະຊາຊົນບ້ານ ຫຼັກຂາວຄັ້ງນີ້ ທ່ານປະທານປະເທດ ໄດ້ລົງເຄື່ອນໄຫວຢ້ຽມຢາມເຂດການຜະລິດກະສິກຳ ໂດຍສະເພາະ ການປູກຜັກກະລໍ່າປີ,ໝາກເຂືອ,ໝາກເຜັດ,ພືດຜັກອື່ນໆ ຂອງປະຊາຊົນທີ່ເປັນກຸ່ມການຜະລິດຂອງເມືອງ,ຂອງແຂວງ ທີ່ນຳໃຊ້ເຄື່ອງມືທັນສະໄໝ ເປັນຕົ້ນ: ໂຄງການຝຸ່ນຝ່ອຍຢູ່ບ້ານດັ່ງກ່າວ. ຈາກນັ້ນ ກໍໄດ້ຟັງການລາຍງານໂດຍຫຍໍ້ຈາກປະຊາຊົນກຸ່ມການຜະລິດໃນແຕ່ລະຂັ້ນຕອນຢ່າງລະອຽດຈະແຈ້ງ ເພື່ອວາງແຜນຈະສູ້ຊົນໃນຕໍ່ໜ້າ ໃຫ້ພໍ່ຄ້າ-ແມ່ຄ້າ ທີ່ມາຊື້ຢູ່ກັບທີ່ ແລະນໍາໄປວາງຈຳໜ່າຍຢູ່ຕະຫຼາດພາຍໃນເມືອງ,ຕ່າງເມືອງ,ຕ່າງແຂວງ ໃຫ້ນັບມື້ຫຼາຍຂຶ້ນ.

ໂອກາດນີ້ທ່ານປະທານປະເທດໄດ້ສະແດງຄວາມຊົມເຊີຍ ຕໍ່ການນຳເມືອງ-ແຂວງ ທີ່ໄດ້ເອົາໃຈໃສ່ ຊີ້ນໍາໆພາ ເຮັດໃຫ້ເມືອງທ່າແຕງ ມີການພັດທະນາດີສົມຄວນ.ທ່ານຍັງເນັ້ນໃຫ້ເມືອງ ເອົາໃຈໃສ່ແກ້ໄຂບັນຫາ ຄວາມທຸກຍາກຂອງປະຊາຊົນໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງເມືອງ, ເອົາໃຈໃສ່ສ້າງຄອບຄົວຕົວແບບດ້ານຕ່າງໆ ໃຫ້ນັບມື້ຫຼາຍຂຶ້ນ,ໂດຍມີການວາງຄາດໝາຍຢ່າງລະອຽດ,ຍົກສູງການປະຕິບັດວຽກງານຂອງສູນພັດທະນາກະສິກຳຕ່າງໆໃຫ້ມີຄວາມເຂັ້ມແຂງເພື່ອເສີມຂະຫຍາຍຄອບຄົວຕົວແບບ,ກຸ່ມການຜະລິດ ເປັນບ່ອນຝຶກອົບຮົມປະຊາຊົນໃຫ້ມີການຜະລິດຫຼາຍຮູບຫຼາຍສີ ຕິດພັນກັບການຊອກຕະຫຼາດພາຍໃນ ແລະ ຕ່າງປະເທດ,ສືບຕໍ່ຂະຫຍາຍເນື້ອທີ່ການຜະລິດ ແລະຜົນຜະລິດ,ຮັບປະກັນທັງຄຸນະພາບ ແລະປະລິມານ ເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດທີ່ນັບມື້ຫຼາຍຂຶ້ນ, ສາມາດຮອງຮັບການແຂ່ງຂັນໃນອະນາຄົດ ແລະການປຸງແຕ່ງຜະລິດຕະພັນກໍ່ໃຫ້ມີຫຼາຍຮູບຫຼາຍສີຕາມທິດສີຂຽວ ແລະ ຍືນຍົງເພື່ອເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ. ພາຍຫຼັງຢ້ຽມຢາມພື້ນຖານການຜະລິດຂອງປະຊາຊົນແລ້ວ ພະນະປະທານປະເທດ ກໍໄດ້ເຄື່ອນໄຫວມຸ້ງໜ້າໄປຢ້ຽມຢາມແຂວງ ສາລະວັນຕື່ມອີກ.
ໂດຍ: ພອນ ບຸນອຸທິດ