ອຸດົມໄຊ ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມບັນລຸຫລາຍຄາດໝາຍ

ຕະຫຼອດໄລຍະ 1 ປີທີ່ຜ່ານມາ, ອົງການປົກຄອງແຂວງອຸດົມໄຊ ໄດ້ນໍາພາ-ຊີ້ນໍາຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ອັນພົ້ນເດັ່ນ ແມ່ນສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ເສດຖະກິດ-ສັງຄົມ ສືບຕໍ່ຂະຫຍາຍຕົວ, ການຈັດເກັບລາຍຮັບໄດ້ ລື່ນແຜນການ, ພື້ນຖານໂຄງລ່າງໄດ້ຮັບການປັບປຸງດີຂຶ້ນ.

ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2024 ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ການໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນໃນໄລຍະປີ 2024 ທີ່ຜ່ານມາ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງ ອຸດົມໄຊຊຸດທີ II ໃນວັນທີ 14 ມັງກອນ 2025 ໃຫ້ຮູ້ວ່າ: ຄາດໝາຍຕ່າງໆທີ່ສະພາປະຊາຊົນແຂວງ ໄດ້ຮັບຮອງ ສາມາດຈັດຕັ້ງປະຕິບັດບັນລຸເປັນສ່ວນຫຼາຍ ເປັນຕົ້ນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຕິດ ພັນກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ປະກົດການ ຫຍໍ້ທໍ້ຕ່າງໆໃນສັງຄົມຢ່າງຈິງຈັງ ດ້ວຍການຫັນລົງກໍ່ສ້າງຮາກຖານການເມືອງ ປັບປຸງກຳລັງ ປກຊ-ປກສ ມີຄວາມເຂັ້ມແຂງ, ອັນພົ້ນເດັ່ນ ແມ່ນສາມາດມ້າງຄະດີຢາເສບຕິດ ໄດ້ 149 ລາຍ, ກັກຜູ້ຕ້ອງຫາໄດ້ 184 ຄົນ, ຍິງ 17 ຄົນ, ຍຶດເຄື່ອງຂອງກາງປະເພດຢາບ້າໄດ້ 100,662 ເມັດ ແລະ ເຄື່ອງຂອງກາງຜິດກົດໝາຍອື່ນໆ ອີກຈໍານວນໜຶ່ງ. ການຂະຫຍາຍຕົວທາງດ້ານເສດຖະກິດຂອງແຂວງ ໂດຍລວມ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ລວມຍອດຜະລິດຕະພັນ ພາຍໃນ (GDP) ຂະຫຍາຍຕົວໃນລະດັບ 4.75%, ມູນຄ່າລາຄາປີປະຈຸບັນ ບັນລຸ 10,631.05 ຕື້ກີບ ລື່ນແຜນການ 12.8%, ລວມຍອດຜະລິດຕະພັນ (GDP) ຕໍ່ຫົວຄົນ 1,351.00 ໂດລາສະຫະລັດ; ມູນຄ່າການຄ້າກັບຕ່າງປະເທດ ບັນລຸໄດ້ 2,705.21 ຕື້ກີບ ເທົ່າກັບ 73% ຂອງແຜນການ ໃນນີ້: ການສົ່ງອອກ ປະຕິບັດໄດ້ 2,576.40 ຕື້ກີບ ເທົ່າກັບ 72.2% ຂອງແຜນການ; ການນໍາເຂົ້າ ປະຕິບັດໄດ້ 259.50 ຕື້ກີບ ປະຕິບັດໄດ້ລື່ນແຜນການ 13.9%; ດ້ານການລົງທຶນ ສາມາດລະດົມທຶນເຂົ້າໃສ່ການພັດທະນາໄດ້ 5,956.81 ຕື້ກີບ, ປະຕິບັດໄດ້ລື່ນ ແຜນການ 118% ທຽບກັບປີຜ່ານມາ ເພີ່ມຂຶ້ນ 73.5%; ໄດ້ສຸມໃສ່ຈັດເກັບລາຍຮັບເປັນທັນສະໄໝ ແລະ ອັດຊ່ອງຫວ່າງການຮົ່ວໄຫຼຂອງລາຍຮັບ ເຂັ້ມງວດດີຂຶ້ນ ເຊິ່ງສາມາດເກັບລາຍຮັບໄດ້ 316.72 ຕື້ກີບ ປະຕິບັດໄດ້ລື່ນແຜນການ 64%; ປະຕິບັດລາຍຈ່າຍ ໄດ້ 535.42 ຕື້ກີບ ເທົ່າກັບ 100%; ໄດ້ເອົາໃຈໃສ່ຄຸ້ມຄອງການແລກປ່ຽນເງິນຕາຕ່າງປະເທດຢ່າງເຂັ້ມງວດ, ຫັນການຊຳສະສາງຜ່ານ ລະບົບທະນາຄານຫຼາຍຂຶ້ນ; ຊຸກຍູ້ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກ ເປີດບັນຊີນໍາເຂົ້າ-ສົ່ງອອກຜ່ານ ລະບົບທະນາຄານ ໄດ້ຈໍານວນ 80 ຫົວໜ່ວຍ; ໄດ້ຊຸກຍູ້, ສົ່ງເສີມການຜະລິດກະສິກຳ ເປັນສະບຽງອາຫານ ແລະ ເປັນສິນຄ້າສົ່ງອອກ ຕິດພັນ ກັບການແກ້ໄຂຄວາມທຸກຍາກຂອງປະຊາຊົນ; ໄດ້ເອົາໃຈໃສ່ຂະຫຍາຍຕາຂ່າຍໄຟຟ້າໄປຫາເຂດຊົນນະບົດ ກວມ 95,54% ຂອງຈໍານວນບ້ານ ທັງໝົດ, ມີຄົວເຮືອນຊົມໃຊ້ໄຟຟ້າ ກວມ 95,43%; ໄດ້ເອົາໃຈໃສ່ແກ້ໄຂບັນຫາລົດນໍາເຂົ້າບໍ່ຖືກຕ້ອງຢ່າງຈິງຈັງ ສາມາດຍຶດລົດນໍາເຂົ້າຜິດກົດໝາຍ ໄດ້ 112 ຄັນ; ໄດ້ສຸມໃສ່ປັບປຸງ ແລະ ກໍ່ສ້າງ ພື້ນຖານໂຄງລ່າງຂອງແຂວງດີຂຶ້ນກວ່າເກົ່າ ເປັນຕົ້ນແມ່ນ ເສັ້ນທາງຫຼວງແຫ່ງຊາດ, ເສັ້ນທາງຫຼວງທ້ອງຖິ່ນ, ເສັ້ນທາງຊົນນະບົດ, ເສັ້ນທາງພາຍໃນເທດສະບານ ແຂວງ, ແກ້ໄຂສ້ອມແປງສຸກເສີນ, ຟື້ນຟູ ບັນດາເສັ້ນທາງຕ່າງໆ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ກັບຄືນສູ່ສະພາບປົກກະຕິ; ໄດ້ເອົາໃຈໃສ່ຂຶ້ນທະບຽນອອກໃບຕາດິນ ໄດ້ 8,465 ຕອນ ປະຕິບັດໄດ້ລື່ນແຜນ 5.8%.

ສ່ວນຂົງເຂດວັດທະນະທໍາ-ສັງຄົມ ໄດ້ຈັດຕັ້ງປະຕິບັດບັນດາຄາດໝາຍ ດ້ານການສຶກສາ ບັນລຸແລ້ວ 7 ຄາດໝາຍ ໃນຈໍານວນ 13 ຄາດໝາຍ; ຈັດຕັ້ງປະຕິບັດການຮຽນ-ການສອນ ສົກຮຽນ 2023-2024 ໄດ້ຕາມແຜນການ; ໄດ້ຈັດຕັ້ງປະຕິບັດຄາດໝາຍດ້ານສາທາລະນະສຸກ ບັນລຸແລ້ວ 8 ຄາດໝາຍ ໃນຈໍານວນ 11 ຄາດໝາຍ; ຕິດຕາມ, ເຝົ້າລະວັງ, ສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດຕາມລະດູການ ແຕ່ ຫົວທີ ເຊິ່ງໄດ້ເຮັດໃຫ້ຕົວເລກການລະບາດຂອງພະຍາດໄຂ້ຍຸງລາຍຫຼຸດລົງ ເມື່ອທຽບໃສ່ປີຜ່ານມາ; ໄດ້ເອົາໃຈໃສ່ແກ້ໄຂບັນຫາການຂາດແຄນແຮງງານ, ພັດທະນາສີມືແຮງງານ ແລະ ຈັດຫາງານຢູ່ ພາຍໃນ ແລະ ໄປອອກແຮງງານຢູ່ຕ່າງປະເທດ ຖືກຕ້ອງຕາມກົດໝາຍ; ໄດ້ໂຄສະນາເຜີຍແຜ່ຂໍ້ມູນຜົນງານການເຄື່ອນໄຫວ ຂອງແຂວງອອກສູ່ສັງຄົມຢ່າງເປັນປົກກະຕິ ໃນນີ້, ຂະຫຍາຍລະບົບໂທລະໂຄ່ງໃໝ່ ໄດ້ 9 ບ້ານ ປະຕິບັດໄດ້ລື່ນແຜນການ 80%, ປະຈຸບັນບ້ານທີ່ມີ ລະບົບໂທລະໂຄ່ງ ກວມ 93% ຂອງຈໍານວນບ້ານໃນທົ່ວແຂວງ; ຂະຫຍາຍຄອບຄົວວັດທະນະທຳໃໝ່ ໄດ້ ລື່ນແຜນການ 14.9%; ສ້າງບ້ານວັດທະນະທຳໃໝ່ ໄດ້ລື່ນແຜນການ 30%; ປັບປຸງການບໍລິການບັນດາ ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ມີຄຸນນະພາບ ແລະ ມາດຕະຖານດີຂຶ້ນ ໄດ້ປຸກລະດົມການບໍລິຈາກເລືອດ ຊ່ວຍເຫຼືອສັງຄົມໄດ້ 1,498 ຖົງ ເທົ່າກັບ 68% ຂອງ ແຜນການ, ສະໜອງເລືອດໃຫ້ຄົນເຈັບໄດ້ 2,290 ຖົງ ເທົ່າກັບ 74% ຂອງຄວາມຕ້ອງການຕົວຈິງ ແລະ ເຄື່ອນໄຫວກູ້ໄພສຸກເສີນໄດ້ທັງໝົດ 210 ຄັ້ງ.

ຂ່າວ: ຄຳພູສະຫວັນ ເພັນສະຫວັດ