ວັນທີ 14 ມັງກອນ 2025, ທີມງານພະແນກກະສິກໍາ ແລະປ່າໄມ້ແຂວງຈໍາປາສັກ ໄດ້ເຄື່ອນໄຫວເກັບກຳຂໍ້ມູນເບື້ອງຕົ້ນຂອງພື້ນທີ່ປູກກາເຟທີ່ໄດ້ຮັບຜົນກະທົບຈາກນໍ້າໝອກກ້າມໄວ ຢູ່ເມືອງປາກຊ່ອງ.
ຈາກການລົງຕິດຕາມເກັບກໍາຂໍ້ມູນກ່ຽວກັບເນື້ອທີ່ກາເຟທີ່ໄດ້ຮັບກະທົບຈາກໄພນໍ້າໝອກກ້າມໄວ (ນໍ້າໝອກເກືອ) ມີ 5 ບ້ານ, ມີ 37 ຄອບຄົວ, ເນື້ອທີ່ລວມ 32,6 ເຮັກຕາ, ໃນນັ້ນ ບ້ານຫ້ວຍຊັນ ມີ 13 ຄອບຄົວ, ເນື້ອທີ່ 11,7 ເຮັກຕາ; ບ້ານເຊຕາປຸງ ມີ 15 ຄອບຄົວ, ເນື້ອທີ່ 7,6 ເຮັກຕາ; ບ້ານໜອງຢາເທິງ ມີ 6 ຄອບຄົວ, ເນື້ອທີ່ 7,3 ເຮັກຕາ; ບ້ານຫຼັກ 5 ມີ 3 ຄອບຄົວ, ເນື້ອທີ່ 6 ເຮັກຕາ. ຈາກການຕິດຕາມສະພາບອາກາດໃນວັນທີ 11 - 14 ມັງກອນ 2025 ຂອງທີມງານພະແນກກະສິກຳ ແລະ ປ່າໄມ້ແຂວງ ພົບວ່າ ມີເນື້ອທີ່ກາເຟ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳໝອກກ້າມໄວ ເພີ່ມອີກ ຄື: ບ້ານຫ້ວຍເສັດ ມີ 20 ຄອບຄົວ, ເນື້ອທີ່ 20 ເຮັກຕາ; ບ້ານກ່ອງຕູນ ມີ 9 ຄອບຄົວ, ເນື້ອທີ່ 11 ເຮັກຕາ; ບ້ານກະຕວດ ມີ 31 ຄອບຄົວ, ເນື້ອທີ່ 7,8 ເຮັກຕາ ເຊິ່ງໃນບັນດາຍັງສືບຕໍ່ເກັບກຳຂໍ້ມູນ.
ຜ່ານຈາກການສຳຫຼວດ ແລະເກັບກຳຂໍ້ມູນຂອງທີມງານເຫັນວ່າເຂດທີ່ມີຕົ້ນກາເຟຖືກທຳລາຍຮຸນແຮງຈາກນໍ້າໝອກກ້າມໄວແມ່ນເປັນເຂດດິນລຸ່ມໂດຍສະເພາະແມ່ນຕົ້ນກາເຟທີ່ປູກຢູ່ບ່ອນບໍ່ມີໄມ້ໃຫ້ຮົ່ມ ເຊິ່ງຖືກທຳລາຍຢ່າງຮຸນແຮງຢືນຕົ້ນຕາຍ.
ອີງຕາມການລາຍງານຂອງຊາວສວນກາເຟ ໃຫ້ຮູ້ວ່າ ພື້ນທີ່ດັ່ງກ່າວເປັນເຂດພື້ນທີ່ເກົ່າທີ່ມັກເກີດບັນຫານໍ້າໝອກກ້າມໄວ ຄື: ເຂດບ້ານຫ້ວຍຊັນ, ເຊຕາປຸງ, ໜອງຢາເທິງ, ຫຼັກ 5, ຫ້ວຍເສັດ, ກະຕວດ ແລະ ກອງຕູນ ເຊິ່ງເຄີຍເກີດກັບບັນຫາດັ່ງກ່າວຮຸນແຮງ ໃນໄລຍະປີ 2005 - 2009 ແລະ ໄລຍະປີ 2015 - 2019, ເຮັດໃຫ້ຊາວສວນຍ້າຍໄປປູກຢູ່ພື້ນທີ່ອື່ນ. ຕໍ່ມາ, ພາຍຫຼັງປີ 2020 ເປັນຕົ້ນມາ ຊາວສວນເຫັນວ່າ ບໍ່ໄດ້ເກີດບັນຫານໍ້າໝອກກ້າມໄວ ທີ່ຮຸນແຮງ ປະກອບກັບຄວາມຕ້ອງການຂະຫຍາຍພື້ນທີ່ປູກກາເຟ ເພີ່ມຂື້ນ ຈິ່ງໄດ້ກັບມາປູກໃນພື້ນທີ່ດັ່ງກ່າວອີກຄັ້ງ.
ການຕິດຕາມສະພາບການ ນັບແຕ່ວັນທີ 9 ເປັນຕົ້ນມາ ທີມງານພະແນກກະສິກໍາ ແລະ ປ່າໄມ້ແຂວງ ສົມທັບກັບ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງປາກຊ່ອງ ໄດ້ສຸມໃສ່ການໃຫ້ຄວາມຮູ້ແກ່ຊາວສວນກາເຟ ກ່ຽວກັບວິທີການຊ່ວຍຫຼຸດຜ່ອນຜົນກະທົບຈາກນໍ້າໝອກກ້າມໄວ ຄື: ເຝົ້າລະວັງ ແລະ ກະກຽມຄວາມພ້ອມ ເມື່ອອາກາດຫຼຸດລົງຮອດ 10 ອົງສາ ໂດຍໃຫ້ກະກຽມສ້າງຄວັນ ໄຟ ຢູ່ພາຍໃນສວນ 2 - 4 ຈຸດ ສຳລັບເຂດທີ່ມັກເກີດນໍ້າໝອກກ້າມໄວ ໂດຍໃຫ້ສ້າງຄວັນໄຟຢູ່ເຂດພື້ນທີ່ລຸ່ມ ແລະ ຫົວລົມ; ຫຼຸດຜ່ອນຜົນເສຍຫາຍຕາມເງື່ອນໄຂສະພາບພື້ນທີ່ ເຊັ່ນ: ຫົດນໍ້າໃສ່ຕົ້ນກາເຟ ເພື່ອລ້າງນໍ້າໝອກອອກ, ຖ້າບໍ່ມີນ້ຳ ກໍໃຫ້ສັ່ນຕົ້ນກາເຟ ເອົານ້ຳໝອກອອກ ແລະ ການໃຊ້ຖົງຢາງປົກຫຸ້ມຕົ້ນກາເຟ; ຕັດແຕ່ງກິ່ງຫງ່າທີ່ຖືກກະທົບຈາກນ້ຳໝອກກ້າມໄວ, ຫາກເຫັນວ່າເສຍຫາຍເກີນ 60% ໃຫ້ຕັດຕອນ. ຈາກນັ້ນ, ໃຫ້ຝຸ່ນນ້ຳທາງໃບ ໂດຍໃຊ້ຝຸ່ນວິທະຍາສາດ ສູດ 20-20-20 ຫຼື 16-8-8 ເພື່ອຊ່ວຍບຳລຸງໃບ ແລະຕົ້ນກາເຟໃຫ້ກັບມາສົມບູນຄືເກົ່າ.
ພາຍຫຼັງທີ່ຊາວສວນປະຕິບັດຕາມເຕັກນິກທີ່ທີມງານກະສິກໍາແຂວງແນະນໍາເຫັນວ່າຕົ້ນກາເຟທີ່ໃຊ້ຖົງປົກຫຸ້ມແມ່ນສາມາດຫຼຸດຜ່ອນຜົນກະທົບຈາກນ້ຳໝອກກ້າມໄວ ໄດ້ໃນລະດັບດີສົມຄວນ. ນອກນີ້, ທີມງານໄດ້ປະສານກັບອົງການປົກຄອງທ້ອງຖິ່ນ ໃນເຂດທີ່ໄດ້ຮັບຜົນກະທົບ ເພື່ອຊ່ວຍແນະນຳ ປະຊາຊົນຮ່ວມກັນກັນຈັດຕັ້ງປະຕິບັດຕາມແຈ້ງການແນະນຳ ສະບັບເລກທີ 35/ກປຂ.ຈສ ລົງວັນທີ 9 ມັງກອນ 2025 ຂອງພະ ແນກ ກະສິກຳ ແລະປ່າໄມ້.
ຂ່າວ: ທູນທອງໃຈ