ປະທານປະເທດ ເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ

ວັນທີ 14 ມັງກອນ 2025 ນີ້, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກ ປປ ລາວ, ປະທານປະເທດ ພ້ອມດ້ວຍຄະນະ ລົງເຄື່ອນໄຫວວຽກງານຢູ່ເມືອງດາກຈຶງ ແຂວງເຊກອງ ໂດຍໄດ້ໄປຢ້ຽຢາມ ແລະພົບປະພະນັກງານໂຄງການໄຟຟ້າ ພະລັງງານລົມ ມອນຊຸນ 600 ເມກາວັດ(MW), ພົບປະໂອ້ລົມປະຊາຊົນ ເຂດຈຸດສຸມ ບ້ານຊຽງຫລວງ ໂດຍມີທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ພ້ອມດ້ວຍການນໍາແຂວງ ແລະເມືອງ ເຂົ້າຮ່ວມຕິດຕາມ.

ໂອກາດນີ້, ທ່ານປະທານປະເທດ ພ້ອມຄະນະ ໄດ້ຮັບຟັງການລາຍງານສະພາບ ການຈັດຕັ້ງປະຕິບັດໂຄງການ ຈາກຄະນະຮັບຜິດຊອບໂຄງການໄຟຟ້າພະລັງງານລົມ ມອນຊຸນ ເຊິ່ງໂຄງການດັ່ງກ່າວ ຕັ້ງຢູ່ເມືອງດາກຈຶງ ແຂວງເຊກອງ ແລະ ສ່ວນໜຶ່ງຂອງເມືອງຊານໄຊ ແຂວງອັດຕະປື ສປປ ລາວ, ເຊັນສັນຍາສໍາປະທານ ໃນວັນທີ 1 ທັນວາ 2022, ມີກໍາລັງການຜະລິດ 600 ເມກາວັດ, ມີມູນຄ່າໂຄງການ 960 ລ້ານໂດລາ ໂດຍແມ່ນການໄຟຟ້າ ຫວຽດນາມ (Vietnam Electricity. EVN), ສັນຍາຊື້ໄຟຟ້າ (PPA) ໄລຍະ 25 ປີ, ມີສາຍສົ່ງໄຟຟ້າ ທັງໝົດ 71 ກິໂລແມັດ( 27 ກິໂລແມັດ ຜູ້ເບື້ອງລາວ) ສາຍສົ່ງ 500 ກິໂລເວນ ສົ່ງໄປເຊື່ອມຕໍ່ສະຖານນີໄຟຟ້າ Thanh My, Quang Nam, ສສ ຫວຽດນາມ ເຊິ່ງມີແຜນສົ່ງອອກໄຟຟ້າ (COD) ພາຍໃນປີ 2025 ໂດຍແມ່ນບໍລິສັດPowerChina ເປັນຜູ້ຮັບເໝົາກໍ່ສ້າງ ແລະ ໄດ້ເລີ່ມກໍ່ສ້າງແຕ່ເດືອນມີນາ 2023, ມາຮອດ ເດືອນມັງກອນ 2025 ສໍາເລັດການກໍ່ສ້າງ ແລະ ຕິດຕັ້ງແລ້ວກວ່າ 90% (ຕິດຕັ້ງກົງກັນລົມ 133 ຕົ້ນ), ຄາດໝາຍ ເຊື່ອມລະບົບສາຍສົ່ງໄຟຟ້າກັບ ການໄຟຟ້າ ສສ ຫວຽດນາມ (EVN) ໃນເດືອນກຸມພາ 2025, ຈະເລີ່ມດໍາເນີນ ການສົ່ງອອກໄຟຟ້າບາງສ່ວນ 300 MW ພາຍໃນໄຕມາດ 2 ປີ 2025 ແລະ ຈະດໍາເນີນການສົ່ງອອກ ໄຟຟ້າທັງໝົດ 600 MW ພາຍໃນໄຕມາດ 3 ປີ 2025. ໃນຕໍ່ໜ້າຈະຂະຫຍາຍໄປຕື່ມ 1.000 ເມກາວັດ ຕື່ມອີກ.

ການລົງຢ້ຽມຢາມໃນຄັ້ງນີ້, ທ່ານປະທານປະເທດ ທອງລຸນ ສີສຸລິດ ໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາບໍລິສັດກໍຄືຂາຫຸ້ນທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການບັນລຸຜົນສໍາເລັດຕາມແຜນທີ່ວາງໄວ້.ພ້ອມນີ້,ກໍໄດ້ຊີ້ນໍາໃຫ້ຜູ້ລົງທຶນຈົ່ງເອົາໃຈໃສ່ທາງດ້ານເຕັກນິກ,ການຮັກສາດ້ານສິ່ງແວດລ້ອມ, ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃນທ້ອງຖິ່ນ, ສິ່ງສໍາຄັນແມ່ນຕ້ອງຢືດໜັ້ນໃນສິ່ງທີ່ຖືກຕ້ອງຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນ ແລະຕ້ອງສົ່ງເສີມໃຫ້ປະຊາຊົນໃນທ້ອງຖິ່ນກ່ຽວກັບການປຸກການລ້ຽງ ເພື່ອສະໜອງ ສະບຽງອາຫານໃຫ້ແກ່ໂຄງການເພື່ອສ້າງລາຍຮັບເພີ່ມ.

ຫລັງຈາກນັ້ນ, ທ່ານປະທານປະເທດ ພ້ອມຄະນະກໍໄດ້ໄປພົບປະຢ້ຽມຢາມພໍ່ແມ່ປະຊາຊົນ ເຂດຈຸດສຸມ ບ້ານຊຽງຫລວງ ເມືອງດາກຈຶງ ໂດຍໄດ້ຮັບຟັງການລາຍງານ ຈາກ ທ່ານ ເພັງນາ ຈັນທະພອນ ເຈົ້າເມືອງດາກຈຶງ ກ່ຽວກັບສະພາບການພັດທະນາພາຍໃນບ້ານ ເຊິ່ງບ້ານຊຽງຫລວງ ເປັນບ້ານໜຶ່ງ ທີ່ຕັ້ງຢູ່ລະຫວ່າງກາງ ເທສະບານ ແຂວງເຊກອງ ຫາ ເທສະບານເມືອງດາກຈຶງ, ເນື້ອທີ່ສ່ວນໃຫຍ່ເປັນພູດອຍ ກວມ 95% ຂອງເນື້ອທີ່ທັງໝົດ, ປະຊາຊົນເຂດບ້ານຊຽງຫລວງ ສວນໃຫຍ່ປະກອບອາຊີບການເຮັດນາປູກເຂົ້າ ແລະ ລ້ຽງສັດ, ປຸກຝັງ, ອັດຕາສ່ວນຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າຍັງ ກວມເອົາອັດຕາສ່ວນສູງ, ການດໍາລົງຊີວິດ ຂອງປະຊາຊົນເຂດ ຊົນນະບົດຫ່າງໄກສອກຫລີກຍັງຕິດພັນກັບທຳມະຊາດເປັນສ່ວນໃຫຍ່.

ໃນໂອກາດດຽວກັນ, ທ່ານປະທານປະເທດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະຕີລາຄາສູງ ຕໍ່ຜົນສໍາເລັດຂອງອົງຄະນະພັກທຸກຂັ້ນທີ່ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມພາຍໃນແຂວງ ກໍຄື ເມືອງ ອັນໄດ້ເຮັດໃຫ້ບັນດາພື້ນຖານໂຄງລ່າງຂອງເມືອງກໍຄືກຸ່ມບ້ານໄດ້ຮັບການພັດທະນາດີຂຶ້ນເປັນກ້າວໆ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະນໍາທຸກຂັ້ນພາຍໃນເມືອງ ແລະ ກຸ່ມບ້ານ ເອົາໃຈໃສ່ຊຸກຍູ້, ແກ້ໄຂສະພາບຄວາມຫຍຸ້ງຍາກດ້ານເສດຖະກິດ ໃນປັດຈຸບັນ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ແກ່ພະນັກງານ, ປະຊາຊົນບັນດາເຜົ່າ, ໃຫ້ຂະແໜງການທີ່ກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາຊົນ ທໍາການຜະລິດໃຫ້ຫລາຍຂຶ້ນເຊິ່ງກ່ອນອື່ນໜົດພວກເຮົາຕ້ອງເປັນເຈົ້າການໃນການສ້າງເສດຖະກິດເອກະລາດ ເປັນເຈົ້າຕົ້ນເອງໂດຍພະນັກງານກ່ຽວຂ້ອງຕ້ອງລົງໃຫ້ຄວາມຮູ້ວິຊາການດ້ານເຕັກການປູກ-ການລ້ຽງໃຫ້ແກ່ປະຊາຊົນໃຫ້ມີຄວາມຮູ້ສູງຂຶ້ນ, ພ້ອມທັງເອົາໃຈໃສ່ຊຸກຍູ້ສົ່ງເສີມລູກຫລານໄດ້ເຂົ້າໂຮຽຮຽນຢ່າງທົ່ວເຖິງ ໃນເກນອາຍຸເຂົ້າຮຽນ, ເອົາໃຈໃສ່ເຂົ້າໃນການປ້ອງກັນສິ່ງເສບຕິດພາຍໃນກຸ່ມຢ່າງແຂງແຮງ ເພື່ອບໍ່ໃຫ້ລູກຫລານຕົກເປັນເຫຍື່ອຂອງສິ່ງເສບຕິດ. ນອກນັ້ນ, ກໍໃຫ້ເອົາໃຈໃສ່ໃນການໄຈ້ແຍກສື່ສັງຄົມອອນລາຍວ່າອັນໃດຖືກ ຫລືຜິດ, ອັນໃດທີ່ເປັນສິ່ງຕໍ່ຕ້ານ, ບິດເບືອນຕໍ່ແນວທາງຂອງພັກ-ລັດເຮົາ ແລະ ດ້ານອື່ນໆ.

ໃນໂອກາດລົງພົບປະຢ້ຽມຢາມໃນຄັ້ງນີ້, ທ່ານປະທານປະເທດຍັງໄດ້ມອບທຶນສົມທົບຈໍານວນໜຶ່ງເພື່ອນໍາໃຊ້ເຂົ້າໃນວຽກງານການພັດທະເມືອງກໍຄືກຸ່ມບ້ານຊຽງຫລວງ ຕື່ມອີກ.
ຂ່າວ-ພາບ: ສຸກສະຫວັນ ພຸນສຸກ