ກອງບັນຊາການ ປກສ ແຂວງເຊກອງ ໄດ້ຍົກສູງປະສິດທິພາບດ້ານການຄຸ້ມຄອງ, ຊີ້ນໍາ-ບັນຊາການຈັດຕັ້ງປະຕິບັດຮອບດ້ານໃນວຽກງານແກ້ໄຂບັນຫາຢາເສບຕິດ ໂດຍຍຶດໝັ້ນ 3 ຫລັກການ ຄື: ຄວາມເດັດຂາດ, ໂປ່ງໃສ ແລະເປັນມືອາຊີບ. ໃນປີ 2024 ຜ່ານມາ, ສາມາດເລີກຮື້ແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ 59 ເລື່ອງ, ຈັບຜູ້ຖືກຫາໄດ້ 59 ຄົນ ແລະ ຍຶດຂອງກາງປະເພດຢາບ້າໄດ້ 46,264 ເມັດ.
ທ່ານ ພົນຈັດຕະວາ ຄໍາບານ ພົມມະນີວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ລາຍຕໍ່ກອງປະສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃນວັນທີ 14 ມັງກອນ 2025 ໂດຍຍົກໃຫ້ເຫັນການຈັດຈັດຕັ້ງປະຕິບັດວາລະແຫ່ງຊາດ ຊຶ່ງສາມາດແກ້ໄຂໄດ້ຫລາຍຄະດີ ເປັນການປະກອບສ່ວນອັນສໍາຄັນເຂົ້າໃນການແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນສັງຄົມ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງຄົມ. ພ້ອມນັ້ນ ສ້າງບ້ານປ້ອງກັນຄວາມສະຫງົບດີໄດ້ 122 ບ້ານ, ບ້ານປອດຢາເສບຕິດ 48 ບ້ານ, ຄອບຄົວປອດຢາເສບຕິດ 1,111 ຄອບຄົວ ແລະ ສ້າງໂຮງຮຽນປອດຢາເສບຕິດ 248 ແຫ່ງ. ນອກນັ້ນ ຍັງໄດ້ເຄື່ອນໄຫວເກັບກໍາຂໍ້ມູນ, ຂຶ້ນບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດລາຍຍ່ອຍ, ລາຍກາງ ແລະ ລາຍໃຫຍ່, ເຄື່ອນໄຫວເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຢາເສບຕິດ ຕາມສະຖານການສຶກສາ, ຮ່ວມມືກັບປະເທດເພື່ອນມິດຍຸດທະສາດ ສສ ຫວຽດນາມ ໂດຍສະເພາະບັນດາແຂວງ ທີ່ມີຊາຍແດນຕິດຈອດ ແລະ ນໍາເອົາກໍາລັງ ປກສ ແຂວງ-ປກສ ເມືອງໄປປະຈໍາຢູ່ຈຸດຫລໍ່ແຫລມຕ່າງໆຂອງແຂວງ.
ທ່ານ ພົນຈັດຕະວາ ຄໍາບານ ພົມມະນີວົງ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃນຕໍ່ໜ້າມີປະສິດທິພາບ ແລະ ປະສິດທິຜົນ. ປກສ ແຂວງ ຈະເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງກຳລັງ ປກສ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ຕິດພັນກັບການສຶກສາອົບຮົມການເມືອງ-ແນວຄິດ, ມີຈັນຍາບັນ-ຈັນຍາທຳ ແລະເຮັດໜ້າທີ່ດ້ວຍຄວາມເສຍສະຫລະເພື່ອຊາດ-ເພື່ອປະຊາຊົນ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ຜົນຮ້າຍ ແລະຄວາມອັນຕະລາຍຂອງຢາເສບຕິດໃຫ້ທົ່ວສັງຄົມໄດ້ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄວາມເປັນອັນຕະລາຍຮ້າຍແຮງຂອງຢາເສບຕິດ, ປຸກລະດົມອົງການປົກຄອງທ້ອງຖິ່ນ ກໍຄືປະຊາຊົນບັນດາເຜົ່າ, ສ້າງຄວາມເຂັ້ມແຂງໃຫ້ສະຖາບັນຄອບຄົວ ເປັນເຈົ້າການເຂົ້າຮ່ວມໃນການແກ້ໄຂບັນຫາຢາເສບຕິດ, ສ້າງຄອບຄົວ-ບ້ານປອດຢາເສບຕິດໃຫ້ໄດ້ຕາມມາດຖານເງື່ອນໄຂ ແລະ ເປົ້າໝາຍແຜນການທີ່ວາງໄວ້.
ຂ່າວ: ສັນຍາ, ພາບ: ສັນຍາ