Avengers: Endgame ສ້າງລາຍໄດ້ສູງສຸດ ທົ່ວໂລກ 640 ລ້ານໂດລາ

ຮູບເງົາເລື່ອງ Avengers: Endgame ຈາກຄ້າຍມາເວລແລະດິສນີສ້າງສະຖິຕິໃໝ່ຂອງ ການເປີດໂຕຮູບເງົາໂດຍສ້າງລາຍໄດ້ຈາກທົ່ວໂລກໄປຫຼາຍກວ່າ  644 ລ້ານໂດລາສະຫະລັດ ຊຶ່ງຖືວ່າເປັນ ລາຍໄດ້ສູງສຸດຂອງວົງການປະ ຫວັດສາດຂອງຮູບເງົາໃນວັນເປີດໂຕຈາກປີທີ່ຜ່ານມາຮູບເງົາ Avengers: Infinity War  ເປັນຮູບເງົາ  ທີ່ສ້າງລາຍໄດ້ສູງສຸດຄືກັນ ໂດຍ ສ້າງລາຍໄດ້ໄປທັງໝົດ 641 ລ້ານໂດລາ.

ທາງຜູ້ສ້າງຮູບເງົາຄືຄ້າຍດິສນີ ກ່າວວ່າໃນວັນທີ 27 ເມສາທີ່ຜ່ານມາຊຶ່ງເປັນວັນທີ 3 ທີ່ Avengers: Endgameເປີດໂຕສາຍ ຮູບເງົາໃນອາເມລິກາ ສ້າງລາຍ ໄດ້ເຖິງ 310-340 ລ້ານໂດລາ ຂະນະທີ່ໃນຕະຫຼາດຕ່າງປະເທດ ສ້າງລາຍໄດ້ໃນ ສປ ຈີນໄປຫຼາຍ ກວ່າ 217 ລ້ານໂດລາ, ຢ່າງໃດກຕາມສຳລັບການເປີດໂຕທົ່ວໂລກ ໃນປະເທດຕ່າງໆນັ້ນຮູບເງົາເລື່ອງ Avengers: Endgameກໍເປັນຮູບເງົາທີ່ສ້າງລາຍໄດ້ສູງສຸດໃນ ວັນເປີດໂຕເຊັ່ນດຽວກັນໂດຍສ້າງ ລາຍໄດ້ໄປແລ້ວຫຼາຍກວ່າ 487 ລ້ານໂດລາ ຊຶ່ງຖືວ່າເປັນການທຳລາຍສະຖິຕິຮູບເງົາທີ່ເປີດໂຕໃນຕ່າງປະເທດສູງສຸດນັບຕັ້ງແຕ່ ຮູບເງົາເລື່ອງ The Fate of theFurious ທີ່ສ້າງເອົາໄວ້ໃນປີ 2017ຊຶ່ງຮູບເງົາເລື່ອງ Aven gers: Endgame ເປັນບົດສະຫຼຸບຂອງບັນດາຮີໂຣ່ຈາກຄ່າຍມາເວລສະຕູດີໂອ ຊຶ່ງທີ່ຜ່ານມາຮູບ ເງົາຊຸດດັ່ງກ່າວສ້າງລາຍໄດ້ໄປ ແລ້ວຫຼາຍກວ່າ 19 ຕື້ໂດລາ ຈາກ ແຟນຮູບເງົາທົ່ວໂລກ.

 ນສພ ເສດຖະກິດ- ສັງຄົມ