ຫາລືແຜນພັດທະນາສະພາບບັນດິດ ວິທະຍາສາດ ແລະ ເຕັກໂນໂລຊີ

   ກອງປະຊຸມສ້າງແຜນພັດທະນາ ສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດລາວໄດ້ຈັດຂຶ້ນໃນວັນທີ 26 ທັນວາ 2018 ທີ່ນະ ຄອນຫຼວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ຈັນແສງ ພິມມະວົງ ຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ທ່ານ ເຈິນ ຕວນ ແອັງ ຫົວໜ້າສະຖາບັນປັດຕະພີວິທະຍາ, ສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີ ສສ ຫວຽດນາມ, ມີບັນດາຜູ້ຕາງໜ້າຈາກບັນດາກະຊວງ, ມະຫາວິທະຍາໄລ ແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອສືບຕໍ່ປຶກສາຫາລື  ແລະປະກອບຄໍາເຫັນຕໍ່ຮ່າງແຜນພັດທະນາສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີ ແຫ່ງຊາດລາວໃນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍວິທະຍາສາດ ແລະເຕັກໂນໂລຊີທີ່ສະພາແຫ່ງຊາດໄດ້ຮັບຮອງເອົາໃນປີ 2013 ຜ່ານມາວ່າດ້ວຍການສ້າງຕັ້ງສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີ ພ້ອມກັນນັ້ນ, ກໍເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ມີການຄຸ້ມຄອງ  ແລະສົ່ງເສີມການຄົ້ນຄວ້າວິທະຍາສາດ ແລະເຕັກໂນໂລຊີຂອງປະເທດເຮົາເພື່ອກ້າວເຂົ້າສູ່ການພັດທະນາເສດຖະກິດ-ສັງ ຄົມໃນຍຸກການປະຕິວັດອຸດສາຫະກຳຄັ້ງທີ 4 ຫຼື ເອີ້ນວ່າຍຸກ 4.0.

  ແຜນພັດທະນາສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີແຫ່ງຊາດລາວເປັນໂຄງການຮ່ວມມື 2 ຝ່າຍລະ ຫວ່າງຫ້ອງການສະພາວິທະ ຍາສາດແຫ່ງຊາດ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ສປປ ລາວ ແລະສະພາບັນດິດວິທະຍາສາດ ແລະເຕັກໂນໂລຊີ ສສ ຫວຽດນາມ ເພື່ອໃຫ້ວຽກງານວິທະຍາສາດ ແລະເຕັກໂນໂລຊີໄດ້ມີການພັດທະນາຢ່າງເຂັ້ມແຂງໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດໂດຍເປົ້າໝາຍແມ່ນເພື່ອໃຫ້ເປັນສູນເຕົ້າໂຮມບັນດາວິທະຍາສາດ ແລະເຕັກໂນໂລຊີທົ່ວປະເທດທີ່ມີຫຼາຍຂະແໜງການ, ຫຼາຍຂົງເຂດ, ເປັນແຫຼ່ງການພັດທະນາຊັບພະຍາກອນມະນຸດທາງດ້ານວິທະຍາສາດ ແລະເຕັກໂນໂລຊີທີ່ມີຄວາມສາມາດລະດັບສູງ,ມີພື້ນ ຖານໂຄງລ່າງທີ່ທັນສະໄໝ, ສາມາດຕອບສະໜອງຕໍ່ການພັດທະນາວຽກງານວິທະຍາສາດ ແລະເຕັກໂນໂລຊີຂອງລາວໃນການຮັບໃຊ້ຢ່າງມີປະສິດທິພາບຕໍ່ການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນໃຫ້ວຽກງານປ້ອງການຊາດ, ປ້ອງກັນຄວາມສະຫງົບ.

   ການຈັດຕັ້ງປະຕິບັດການຮ່ວມມື 2 ຝ່າຍໃນໄລຍະຜ່ານມາເປັນຕົ້ນແມ່ນວຽກງານການສ້າງຄວາມເຂັ້ມແຂງການພັດທະນາວິທະຍາສາດ  ແລະເຕັກໂນໂລຊີ ຂອງລາວປະກອບມີ 3 ກິດຈະກຳຫຼັກຄື: ການພັດທະນາຊັບພະຍາກອນມະນຸດ, ການສະໜັບສະໜູນອຸປະກອນໃຫ້ຫ້ອງທົດລອງ ແລະການສ້າງແຜນພັດທະນາວິທະຍາສາດ ແລະເຕັກໂນໂລຊີ.