ຕາມການລາຍງານຂອງທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະການລົງທຶນໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນແຂວງເຊກອງ ຊຸດທີ II ໃຫ້ຮູ້ວ່າ: ໃນປີ 2024 ຜ່ານມາ, ແຂວງເຊກອງ ສາມາດລະດົມແຫລ່ງທຶນ ເຂົ້າໃນການພັດທະນາພື້ນຖານໂຄງລ່າງໄດ້ທັງໝົດ 1,548,3 ຕື້ກີບ ປະຕິບັດໄດ້ລື່ນແຜນ 26,59%. ໃນນີ້, ການລົງທຶນຂອງລັດ 96.30 ຕື້ກີບ ປະຕິບັດໄດ້ລື່ນແຜນ 31.23%, ທືຶນຊ່ວຍເຫລືອລ້າ-ກູ້ຢືມ 4 ລ້ານໂດລາ ຫລື ເທົ່າກັບ 88 ຕື້ກີບ ປະຕິບັດໄດ້ 59.55% ແລະການລົງທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 62 ລ້ານໂດລາ ຫລື ເທົ່າກັບ 1,364 ຕື້ກີບ ປະຕິບັດໄດ້ລື່ນແຜນ 35,99%.
ພ້ອມກັນນີ້, ການຈັດຕັ້ງປະຕິບັດບັນດາຄາດໝາຍຂະແໜງການເສດຖະກິດໂດຍສະເພາະແມ່ນການຜະລິດເຂົ້າເປືອກໄດ້ທັງໝົດ 46,414 ໂຕນ ທຽບໃສ່ແຜນເທົ່າກັບ 97.9%, ພືດສະບຽງອາຫານ 57,343 ໂຕນ ເທົ່າກັບ 152.62% ແລະ ການຜະລິດເປັນສິນຄ້າ 334,425 ໂຕນ ທຽບໃສ່ເທົ່າກັບ 123.68%; ການສົ່ງອອກຢາງພາລາກ້ອນ ປະຕິບັດໄດ້ 828,880 ໂຕນ, ກາເຟ 831.66 ໂຕນ, ມັນຕົ້ນແຫ້ງ 36,344 ໂຕນ. ນອກນັ້ນ, ຍັງໄດ້ສົ່ງອອກຜັກຊູ, ຜັກກາດ, ຖ່ານຫີນ,ມັນດ້າງ,ດອກອັນຊັນແຫ້ງ,ຜະລິດຕະພັນໄມ້ແປຮູບ, ແຮ່ບົກຊິດ ແລະຖ່ານຂາວຈໍານວນໜຶ່ງ; ມີບ້ານໄດ້ຊົມໄຊ້ໄຟ້ຟ້າຖາວອນ (ໄຟຟ້າໃນລະບົບ) ທັງໝົດ 164 ບ້ານ 20,393 ຫລັງຄາເຮືອນ ກວມເອົາ 90,85% ຂອງຈໍານວນຄາເຮືອນທັງໝົດທົ່ວແຂວງ; ການຈໍລະຈອນສິນຄ້າກະສິກຳ, ສິນຄ້າທົ່ວໄປ, ການຂາຍຍົກ-ຂາຍຍ່ອຍ ແລະ ບໍລິການ ປະຕິ ບັດໄດ້ 474,73 ຕື້ກີບ ທຽບໃສ່ແຜນລື່ນແຜນ 64%; ມີນັກທ່ອງທ່ຽວເຂົ້າມາທ່ຽວຊົມແຂວງເຊກອງທັງໝົດ 106.641 ເທື່ອຄົນ ທຽບໃສ່ປີ 2023 ເພີ່ມຂື້ນ 67,498 ເທື່ອຄົນ ສາມາດສ້າງລາຍຮັບໄດ້ 6,66 ລ້ານໂດລາ ປະຕິບັດລື່ນແຜນ 77,73%.
ທ່ານ ສາກົນ ພອນປະເສີດ ໃຫ້ຮູ້ຕື່ມວ່າ: ປີ 2025 ແຂວງເຊກອງວາງຄາດໝາຍສູ້ຊົນເຮັດໃຫ້ເສດຖະກິດຂະຫຍາຍຕົວເພີ່ມຂື້ນໃນລະດັບ 6,2% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ (GDP) ໃຫ້ບັນລຸ 3,376 ຕື້ກີບ ແລະ ມູນຄ່າ (GDP) ສະເລ່ຍໃສ່ປະຊາກອນປະມານ 24.25 ລ້ານກີບ ຫລືເທົ່າກັບ 1,123 ໂດລາສະຫະລັດ. ສະນັ້ນ, ມີຄວາມຕ້ອງການທຶນເຂົ້າໃນການພັດທະນາທັງໝົດປະມານ 1,308 ຕື້ກີບ ກວມເອົາ 36% ຂອງ GDP. ໃນນີ້, ການລົງທຶນຈາກງົບປະມານລັດ 91 ຕື້ກີບ ກວມເອົາ 7%, ທຶນຊ່ວຍເຫລືອລ້າ-ກູ້ຢືມ 170 ຕື້ກີບ ກວມເອົາ 13% ແລະການທຶນຂອງເອກະຊົນພາຍໃນ ແລະຕ່າງປະເທດ 1,047 ຕື້ກີບກວມເອົາ 80% ຂອງຄວາມຕ້ອງການທຶນທັງໝົດ.
ຂ່າວ: ສັນຍາ, ພາບ: ອັດສະວິນ