ຜະລິດຕະພັນຝ້າຍພື້ນບ້ານ “ບ້ານນາແກ່ນຄໍາ” ສາຍໃຍແຫ່ງຊີວິດຈາກຮຸ່ນສູ່ຮຸ່ນ

ປະເພນີຂອງ ຊົນເຜົ່າລື້ ແຕ່ບູຮານ ແມ່ຍິງລາວໃນບ້ານ ຕ້ອງຮຽນຮູ້ການຕໍ່າຫູກ ຖ່າຍທອດມາເປັນມໍລະດົກທາງວັດທະນະທໍາຈາກຮຸ່ນສູ່ຮຸ່ນ, ຊົນເຜົ່າລື້ນິຍົມປູກຝ້າຍໄວ້ຕໍ່າເອງການຮຽນຮູ້ຕໍ່າຫູກຂອງແມ່ຍິງ ຊົນເຜົ່າລື້ ຈຶ່ງບໍ່ໄດ້ເປັນພຽງແຕ່ທັກສະຕິດຕົວ ຫຼື ຄຸນສົມບັດໃນການສ້າງຄອບຄົວໃໝ່ແຕ່ຍັງໝາຍເຖິງການສົ່ງຕໍ່ຄວາມຮັກ ແລະຄວາມອົບອຸ່ນສູ່ສະມາຊິກທຸກຄົນໃນຄອບຄົວ.

ຊົນເຜົ່າລື້ ບ້ານນາແກ່ນຄໍາ ເມືອງຫົງສາ ແຂວງໄຊຍະບູລີ ແມ່ນຊຸມຊົນ ຊົນເຜົ່າລື້ ທີ່ຂະຫຍາຍມາຈາກພື້ນທີ່ເກົ່າຈາກຈຸດຕັ້ງໂຄງການໂຮງໄຟຟ້າພະລັງງານຄວາມຮ້ອນຫົງສາ. ສໍາລັບຜະລິດຕະພັນຝ້າຍພື້ນບ້ານ “ບ້ານນາແກ່ນຄໍາ” ແມ່ນຖ່າຍທອດງານສີມືອັນເປັນເອກກະລັກຂອງຊົນເຜົ່າດັ່ງກ່າວດ້ວຍວິທີໃນການເຮັດທີ່ໄດ້ມາຈາກທໍາມະຊາດຕັ້ງແຕ່ການປູກຝ້າຍແບບທຳມະຊາດ ແລະການເຂັນຝ້າຍເປັນເສັ້ນ ການຍ້ອມດ້ວຍສີທໍາມະຊາດຈາກພືດພັນໃນທ້ອງຖິ່ນເຊັ່ນ: ສີຟ້າເຂັ້ມ ໄດ້ຈາກໃບຫ້ອມ ຫຼືໃບຄາມ, ສີຂຽວຈາກໃບຫ້ອມສົດ ແລະສີແດງໄດ້ຈາກເປືອກຕົ້ນໄມ້ດູ່, ຊຶ່ງໄດ້ຫຍິບແສ່ວອອກມາເປັນຜືນຜ້າທີ່ມີລວດລາຍບອກເລົ່າເຖິງວິຖີຊີວິດ ແລະ ຄວາມເຊື່ອຂອງພີ່ນ້ອງ ຊົນເຜົ່າລື້. ໂດຍຜືນຜ້າທີ່ຫຍິບແສ່ວສໍາເລັດ ຈຶ່ງປຽບເໝືອນຂອງຂວັນອັນພິເສດ ທີ່ລວມເອົາຄຸນຄ່າຈາກທໍາມະຊາດ ແລະ ເອກກະລັກຂອງຊຸມຊົນຜູ້ຜະລິດເຂົ້າໄວ້ດ້ວຍກັນ.

ບໍລິສັດ ໄຟຟ້າ ຫົງສາ ຈຳກັດ ມີຄວາມພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການສະນັບສະໜູນການສືບສານມໍລະດົກທາງວັດທະນະທຳອັນເປັນເອກກະລັກນີ້ດ້ວຍການສະໜັບສະໜູນດ້ານວິຊາການ ເພື່ອພັດທະນາຄຸນນະພາບຂອງຜ້າຝ້າຍຕໍ່າດ້ວຍມື “ບ້ານນາແກ່ນຄໍາ” ຈົນກ້າວຂຶ້ນມາເປັນທີ່ຮູ້ຈັກຢ່າງຫຼວງຫຼາຍສາມາດສ້າງລາຍຮັບໄດ້ໃຫ້ກັບຊຸມຊົນຢ່າງຕໍ່ເນື່ອງ ແລະຍັງເປັນສ່ວນໜຶ່ງໃນການສືບທອດສິລະປະວັດທະນະທຳທີ່ມີຄຸນຄ່າໃຫ້ຢູ່ກັບປະຊາຊົນລາວ ແລະປະເທດລາວສືບຕໍ່ໄປ.