ໃນວັນທີ 9 ມັງກອນ 2025, ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ພ້ອມດ້ວຍຄະນະໄດ້ພົບປະໂອ້ລົມພະແນກກະສິກໍາ ແລະ ປ່າໄມ້ແຂວງສາລະວັນ ໂດຍການຕ້ອນຮັບຂອງທ່ານ ອານຸສັກ ຈໍາປາຄໍາ ຫົວໜ້າພະແນກກະສິກໍາ ແລະປ່າໄມ້ແຂວງສາລະວັນ, ມີຮອງຫົວໜ້າພະແນກ ພ້ອມດ້ວຍພະນັກນັກງານຫຼັກແຫຼ່ງພາຍໃນພະແນກກະສິກໍາ ແລະ ປ່າໄມ້ ແຂວງ ເຂົ້າຮ່ວມ.
ທ່ານ ສີວັນພະກອນ ວົງບຸນທັນ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງສາລະວັນ ໄດ້ລາຍງານກ່ຽວກັບ ການຈັດຕັ້ງປະຕິບັດວຽກງານຂອງພະແນກຜ່ານມາໃຫ້ຮູ້ວ່າ: ປັດຈຸບັນ, ຄະນະພັກຮາກຖານພະແນກກະສິກຳ ແລະ ປ່າໄມ້ແຂວງ ໄດ້ສຳເລັດກອງປະຊຸມໃຫຍ່ຂອງໜ່ວຍພັກໃນ 13 ໜ່ວຍພັກ ແລະ ກຳລັງກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫ່ຍຂອງຄະນະພັກຮາກຖານພະແນກ, ຄາດວ່າຈະໄດ້ເປີດກອງປະຊຸມໃຫຍ່ ໃນທ້າຍເດືອນ ມັງກອນ ປີ 2025 ໃຫ້ສໍາເລັດໃນການທາບທາມຮອບທີ 1, ສໍາລັບການຈັດຕັ້ງປະຕິບັດ ແຜນພັດທະນາກະສິກຳ ແລະ ປ່າໄມ້ ໃນປີ 2024 ການຂະຫຍາຍຕົວໃນຂົງເຂດກະສິກຳຢູ່ໃນລະດັບ 7,7%, ກວມ 58,02% ຂອງ GDP, ຜົນການຈັດຕັ້ງປະຕິບັດ ຕາມເນື້ອໃນ 3 ເສົາຄຳ ມີດັ່ງນີ້: ເສົາຄໍ້າທີ 1 ດ້ານກະສິກຳ: ການຜະລິດດ້ານສະບຽງອາຫານ ແມ່ນພຽງພໍ ກຸ້ມກິນຢູ່ພາຍໃນ, ການຜະລິດເຂົ້າ ໃນປີຜ່ານມາ ສະເລ່ຍໄດ້ປະມານ 380,000 ຫາ 400,000 ໂຕນຕໍ່ປີ (ອັດຕາບໍລິໂພກ 250 ກິໂລຕໍ່ຄົນຕໍ່ປີ). ການບໍລິໂພກ ຊີ້ນ, ປາ, ໄຂ່ ສະເລ່ຍໄດ້ 59 ກິໂລຕໍ່ຄົນຕໍ່ປີ. ການຜະລິດກະສິກຳເປັນສິນຄ້າຜ່ານມາ ຜະລິດໄດ້ທັງໝົດ 14 ລ້ານກວ່າໂຕນ ໃນນີ້, ປະກອບມີເຂົ້າ, ກາເຟ, ກ້ວຍ, ພືດທາດແປ້ງ ແລະ ອື່ນໆ, ຄິດເປັນມູນຄ່າການຊື້-ຂາຍໃນປີ ໄດ້ເຖິງ 2,700 ຕື້ກວ່າກີບ; ເສົາຄໍ້າທີ 2 ດ້ານວຽກງານປ່າໄມ້: ໄດ້ເຜີຍແຜ່ຄໍາສັ່ງ ສະບັບເລກທີ 11/ນຍ, ລົງວັນທີ 21 ກໍລະກົດ 2023; ຄໍາແນະນໍາ ເລກທີ 3573/ກປ ລົງວັນທີ 10 ສິງຫາ 2023, ຄໍາແນະນໍາເພີ່ມເຕີມຂອງແຂວງ ແລະ ຂອງພະແນກ, ພິເສດ ໃນຕົ້ນປີ 2024 ໄດ້ສໍາເລັດການຈັດກອງປະຊຸມ ຜ່ານແຜນການຈັດຕັ້ງປະຕິບັດ ດຳລັດ 3 ປະເພດປ່າ; ເສົາຄໍ້າທີ 3 ດ້ານວຽກງານການພັດທະນາຊົນນະບົດ: ໃນການແກ້ໄຂຄວາມທຸກຍາກ ໄດ້ຫັນເອົາພະນັກງານລົງຈັດຕັ້ງປະຕິບັດ ດຳລັດ 348/ລບ, ພ້ອມທັງສາມາດປະເມີນສະພາບພົ້ນທຸກ ແລະ ພັດທະນາ ຄື: ສ້າງຄອບຄົວພົ້ນທຸກໄດ້ 2,181 ຄອບຄົວ, ສ້າງບ້ານພົ້ນທຸກໄດ້ 8 ບ້ານ, ສ້າງເມືອງພົ້ນທຸກໄດ້ 2 ເມືອງ ຄື: ເມືອງຕຸ້ມລານ ແລະ ເມືອງຕະໂອ້ຍ, ສ້າງບ້ານໃຫຍຄ້າຍຄືຕົວເມືອງນ້ອຍໃນຊົນນະບົດໄດ້ 9 ຈຸດສຸມ, ໄດ້ຮັບຮອງ ແລະ ຈັດພິທີປະກາດຢ່າງເປັນທາງການແລ້ວ 7 ຈຸດສຸມ. ນອກຈາກນີ້ ຍັງໄດ້ລາຍງານກ່ຽວກັບວຽກງານຈຸດສຸມໃນຕໍ່ໜ້າ.
ໃນທີ່ປະຊຸມ ຕາງໜ້າຈາກກົມວິຊາການ ໄດ້ຂຶ້ນປະກອບຄໍາຄິດຄໍາເຫັນ ແລກປ່ຽນບົດຮຽນຢ່າງກົງໄປກົງມາ ເພື່ອເປັນແນວທາງໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະຂະແໜງການຕື່ມອີກ. ເພື່ອເປັນແນວທາງໃນຕໍ່ໜ້າ ໂອກາດດຽວກັນ ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ກຽດໂອ້ລົມໃຫ້ທິດຊີ້ນຳ ຊື່ງທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດຜ່ານມາ ຊຶ່ງໄດ້ຈັດຕັ້ງປະຕິບັດສໍາເລັດໄດ້ຜົນດີຫຼາຍດ້ານ ພ້ອມນີ້ ໄດ້ສະເໜີໃຫ້ສືບຕໍ່ບາງໜ້າວຽກຄື: ສືບຕໍ່ລົງເລິກດ້ານວຽກງານການເມືອງແນວຄິດ ໃຫ້ພະນັກງານມີຄວາມອຸ່ນອ່ຽນທຸນທ່ຽງ ຕິດພັນກັບການກະກຽມຈັດກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ສໍາເລັດຕາມແຜນການທີ່ວາງໄວ້, ສືບຕໍ່ຊຸກຍູ້ສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ໂດຍສະເພາະ ແມ່ນການຜະລິດກະສິກໍາສະອາດທີ່ເປັນມິດຕໍ່ສິ່ງແວດລ້ອມ, ສືບຕໍ່ສົ່ງເສີມການຜະລິດເພື່ອຄໍ້າປະກັນທາງດ້ານສະບຽງອາຫານໃຫ້ພຽງພໍ ກັບຄວາມຕ້ອງການພາຍໃນແຂວງຕິດພັນກັບຄວາມດຸນດ່ຽງຮ່ວມກັບແຂວງອ້ອມຂ້າງເປັນຕົ້ນແມ່ນການຜະລິດກະສິກໍາທີ່ເປັນທ່າແຮງຂອງແຂວງເຊັ່ນ: ເຂົ້າ, ກາເຟ ແລະ ພືດທາດແປງ (ສາລີ, ມັນຕົ້ນ, ມັນດ້າງ ແລະອື່ນໆ) ພ້ອມນີ້, ໃຫ້ສືບຕໍ່ກໍານົດເຂດຈັດສັນການຜະລິດໂດຍສະເພາະແມ່ນ ໃນພື້ນທີ່ 3 ປະເພດປ່າ ເພື່ອປ້ອງກັນບໍ່ໃຫ້ມີການບຸກລຸກພື້ນທີ່ປ່າໃນຕໍ່ໜ້າຕື່ມອີກ.