ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງທ່າແຕງ ຄັ້ງທີ VII ທີ່ຈັດຂຶ້ນໃນລະຫວ່າງ ວັນທີ 9-10 ມັງກອນ 2025 ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງານ ໂດຍການເປັນປະທານຂອງ ສະຫາຍ ແສງລາຕີ ຫລອມຍະເດດ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງທ່າແຕງ ແລະເປັນກຽດເຂົ້າຮ່ວມຂອງ ສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງເຊກອງ.
ໃນກອງປະຊຸມ, ໄດ້ຜ່ານບົດລາຍງານການເມືອງ, ຜ່ານບົດສໍາຫລວດການນໍາພາລວມ ຂອງຄະນະບໍລິຫານງານພັກເມືອງ, ຜ່ານແຜນພັດທະນາເສດຖະກິດ-ສັງຄົມໄລຍະ 5 ປີຜ່ານມາ ແລະ ວາງທິດທາງແຜນການ 5 ປີໃນຕໍ່ໜ້າ, ພ້ອມທັງໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ຈໍານວນ 27 ສະຫາຍ, ຍິງ 5 ສະຫາຍ ເຊິ່ງກອງປະຊຸມຄັ້ງປະຖົມມະລຶກ ໄດ້ເຫັນດີເປັນເອກະພາບເລືອກເອົາ ສະຫາຍ ແສງລາຕີ ຫລອມຍະເດດ ເປັນເລຂາຄະນະບໍລິຫານງານພັກເມືອງ, ສະຫາຍ ພົງສະຫວັດ ສິງຫາລາດ ແລະ ສະຫາຍ ນາງ ແກ້ວອຸດອນ ດວງມະນີວົງ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ເລືອກເອົາ ສະຫາຍ ກິ ສາຍອຸດົມ ເປັນປະທານກວດກາພັກເມືອງ, ສະຫາຍ ພູເຂົາ ລາດສະບັນດິດ ແລະສະຫາຍ ສາຍໂລຫິດ ໄຊຍະລາດ ເປັນຮອງປະທານກວດກາພັກເມືອງ.
ໂອກາດນີ້, ສະຫາຍ ເຫລັກໄຫລ ສີວິໄລ ກໍ່ໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍຄະນະພັກເມືອງຊຸດເກົ່າ ພ້ອມດ້ວຍສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາເຜົ່າໃນທົ່ວເມືອງ ທີ່ໄດ້ມີຄວາມພະຍາຍາມສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ປະກອບສ່ວນປະຕິບັດມະຕິ, ຄໍາສັ່ງຕ່າງໆ ຂອງພັກ-ລັດວາງອອກ ດ້ວຍຄວາມຫ້າວຫັນ, ມີຄວາມຮັບຜິດຊອບ ແລະ ມີຜົນສໍາເລັດ, ອັນໄດ້ເຮັດໃຫ້ເມືອງທ່າແຕງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ, ປະຊາຊົນສາມັກຄີປອງດອງ, ເສດຖະກິດຂະຫຍາຍຕົວ ດ້ວຍຈັ່ງຫວະດີ, ໝັ້ນທ່ຽງ ແລະ ຍືນຍົງ.
ພ້ອມນີ້, ສະຫາຍ ເຫລັກໄຫລ ສີວິໄລ ຍັງໄດ້ເນັ້ນໃຫ້ຄະນະພັກເມືອງຊຸດໃໝ່ ເອົາໃຈໃສ່ປັບປຸງແບບແຜນນໍາພາ-ວິທີເຮັດວຽກ, ສືບຕໍ່ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຸມໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນສັງຄົມ ເປັນຕົ້ນ, ແມ່ນບັນຫາຢາເສບຕິດ, ຂີ້ລັກງັດແງະ ແລະ ອື່ນໆ, ສຸມໃສ່ພັດທະນາເສດຖະກິດ ໂດຍສະເພາະຂະແໜງທີ່ເປັນທ່າແຮງ ໃຫ້ກາຍເປັນເສດຖະກິດປາຍແຫລມ, ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ, ຍູ້ແຮງຂະບວນການຜະລິດເປັນສິນຄ້າ ຂອງປະຊາຊົນ ຕາມທ່າແຮງບົ່ມຊ້ອນ ກໍຄືຄວາມຕ້ອງການຂອງຕະຫລາດພາຍໃນ ແລະ ພາຍນອກໃຫ້ຫລາຍຂຶ້ນ, ປັບປຸງ ແລະ ພັດທະນາຂະແໜງການສຶກສາ, ສາທາລະນະສຸກ, ພັດທະນາສີມືແຮງງານ, ປັບປຸງລະບົບການເມືອງ, ກໍ່ສ້າງພັກ-ພະນັກງານ ໃຫ້ໄດ້ທັງດ້ານປະລິມານ ແລະຄຸນນະພາບ ແລະ ເອົາໃຈໃສ່ປົກປັກຮັກສາປ່າໄມ້, ປູກປ່າ ແລະ ຟື້ນຟູປ່າ. ທັງນີ້, ກໍເພື່ອແນໃສ່ສ້າງເມືອງທ່າແຕງ ເປັນເມືອງທີ່ມີລະບົບການເມືອງເຂັ້ມແຂງ, ເປັນແຫລ່ງຜະລິດກະສິກໍາສະອາດ, ທໍາມະຊາດສີຂຽວ, ການທ່ອງທ່ຽວວັດທະນາທໍາ-ປະຫວັດສາດ ຕິດພັນກັບການສ້າງ ເສດຖະກິດ ເອກະລາດ, ເປັນເຈົ້າຕົນເອງ ໃຫ້ປະກົດຜົນເປັນຈິງ, ຊຶ່ງສະຫາຍເລຂາພັກແຂວງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈ, ເຮັດແທ້ທໍາຈິງ, ເອົາການເອົາງານ ຂອງຄະນະພັກເມືອງຊຸດໃໝ່ ຮ່ວມກັບຂະແໜງການຕ່າງໆອ້ອມຂ້າງເມືອງ ແລະ ດ້ວຍບົດຮຽນ, ປະສົບການ ກໍຄືມູນເຊື້ອຄວາມດຸໝັ່ນສາມັກຄີ ຂອງປະຊາຊົນບັນດາເຜົ່າ ຈະເຮັດໃຫ້ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ VII ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຂ່າວ-ພາບ: ສັນຍາ