ແຂວງຈຳປາສັກ ໄດ້ຈັດພິທີມອບ-ຮັບເງິນ ງົບປະມານ ຈຳນວນ 1,47 ຕື້ກວ່າກີບ ໃຫ້ອົງການປົກຄອງເມືອງສຸຂຸມາ ເພື່ອພັດທະນາພື້ນຖານໂຄງລ່າງ, ໂຄງການສົມທົບທຶນກໍ່ສ້າງຂົວເບເລຫວ້ຍໃຜ່, ເພື່ອຖົມດິນ ແລະ ທາງເຂົ້າຂົວ ໂດຍສະເພາະ ແມ່ນນຳໃຊ້ເຂົ້າໃນການສ້ອມແປງທາງເຂົ້າຂົວບ້ານຫ້ວຍໃຜ່ ເມືອງສຸຂຸມາ, ເຊິ່ງພິທີດັ່ງກ່າວໄດ້ມີຂື້ນ ໃນ ວັນທີ 8 ມັງກອນ 2025, ທີ່ຫ້ອງວ່າການແຂວງ. ໂດຍການມອບຂອງທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ແລະຮັບໂດຍແມ່ນທ່ານ ສົມເພັດ ບຸດສະດີ ເຈົ້າເມືອງສຸຂຸມາ, ມີການນຳຂອງເມືອງ ແລະພະແນກການທີ່ກ່ຽວຂ້ອງ ຮ່ວມເປັນສັກຂີພະຍານ.
ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ສະແດງຄວາມຊົມເຊີຍໃນຄວາມສູ້ນຊົນ ມາຍັງ ທ່ານເຈົ້າເມືອງ ແລະຄະນະກໍ່ຄືພະແນກການທີ່ກ່ຽວຂ້ອງຂອງແຂວງ ທີ່ເພີ່ມທະວີຄວາມເອົາໃຈໃສ່ ເພື່ອຮັບປະກັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ຍຸດທະສາດການພັດທະນາຂອງແຂວງຈຳປາສັກ, ການພັດທະນາໂຄງລ່າງດ້ານໂຍທາທິການ ແລະ ຂົ່ນສົ່ງ, ພິເສດຕໍ່ບັນດາບ້ານທີ່ຢູ່ເຂດຫ່າງໄກສອກຫຼີກ ແລະ ທີ່ມີມູນເຊື້ອໃນການປະຕິວັດໃນເມື່ອກ່ອນ, (ບ້ານວິລະຊົນ) ບ້ານຫ້ວຍໃຜ່ ແມ່ນບ້ານໜື່ງທີ່ນອນໃນກຸ່ມບ້ານທີ 4 ເມືອງສຸຂຸມາ ແຂວງຈຳປາສັກ ບ້ານດັ່ງກ່າວເປັນຈຸດພື້ນຖານການເຄື່ອນໄຫວຂອງແນວລາວອິດສະຫຼະທີ່ເຮັດການປະຕິວັດຂອງພວກເຮົາ ແລະກາຍເປັນບ້ານທີ່ຂະໜານນາມເປັນບ້ານວິລະຊົນ; ເຊິ່ງພັກຍາມໄດກໍ່ໃຫ້ຄວາມສຳຄັນ ແລະ ມີຄວາມຈຳເປັນຕ້ອງໄດ້ມີການປັບປຸງ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດ ເພື່ອສະດວກໃນການດຳລົງຊີວິດຂອງປະຊາຊົນ, ເຮັດໃຫ້ມີຄວາມສະດວກ ແລະ ທັງເປັນ ການປັບປຸງຕົວເມືອງໃຫ້ມີການພັດທະນາຂື້ນຕື່ມ, ພ້ອມນັ້ນ, ທ່ານເຈົ້າແຂວງຈຳປາສັກ ໄດ້ເນັ້ນໃຫ້ຄະນະນຳຂອງເມືອງຕ້ອງຖືເອົາວຽກງານດັ່ງກ່າວ ເກັບກ່ຽວເຂົ້າໃນບົດລາຍງານການເມືອງ ຂອງເມືອງ ເພື່ອຍົກສູງບົດບາດການນຳພາຂອງພັກ, ແລະການຈັດຕັ້ງຂັ້ນຕອນ, ຫຼັກການປະຕິບັດຂອງໂຄງການແມ່ນໃຫ້ຖືກຕ້ອງ ແລະສອດຂອງກັບລະບຽບການ ແຜນການ, ການເງິນຢ່າງເຂັ້ມງວດ.
ຂ່າວ: ທັດຊະນະ