5 ວັນ ມີຜູ້ເສຍຊິວິດຈາກອຸບັດເຫດ 17 ຄົນ ໄລຍະສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່

5 ວັນອັນຕະລາຍຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ສາກົນ ທົ່ວປະເທດມີອຸປະຕິເຫດທາງຖະໜົນເກີດຂຶ້ນທັງໝົດ 170 ລາຍ ເສຍຊິວິດທັງໝົດ 17 ຄົນ ຜູ້ລະເມີດລະບຽບການສັນຈອນກວ່າ 3,5 ພັນຄົນ.
ທ່ານ ພັອ ຄຳເຫຼັກ ໄຊຍະສິດ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ກ່າວວ່າ: 5 ວັນອັນຕະລາຍ ຂອງການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-2024 ຕ້ອນຮັບປີໃໝ່ສາກົນ 2025 ນັບແຕ່ວັນທີ 29 ທັນວາ 2024 ຫາ 2 ມັງກອນ 2025 ທົ່ວປະເທດມີອຸປະຕິເຫດທາງຖະໜົນເກີດຂຶ້ນທັງໝົດ 170 ລາຍ ທຽບໃສ່ປີ 2024 ເພີ່ມຂຶ້ນ 22 ລາຍ ມີພາຫະນະເປ່ ເພ 314 ຄັນ ເພີ່ມຂຶ້ນ 45 ຄັນ ຄົນໄດ້ຮັບບາດເຈັບ 279 ຄົນ ເພີ່ມຂຶ້ນ 52 ຄົນ ແລະ ມີຄົນເສຍຊີວິດທັງໝົດ 17 ຄົນ ຍິງ 1 ຄົນ ຫຼຸດລົງ 4 ຄົນ.
ສະເພາະຢູ່ນະຄອນຫຼວງວຽງຈັນ (ນັບແຕ່ວັນທີ 29 ທັນ ວາ 2024 ຫາ 2 ມັງກອນ 2025) ມີອຸປະ ຕິເຫດເກີດຂຶ້ນທັງໝົດ 20 ລາຍ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 2 ລາຍ ພາ ຫະນະເປ່ເພ 42 ຄັນ ເພີ່ມຂຶ້ນ 6 ຄັນ ຄົນໄດ້ຮັບບາດເຈັບ 23 ຄົນ ເພີ່ມຂຶ້ນ 2 ຄົນ ແລະ ຄົນເສຍຊີວິດຈຳນວນ 1 ຄົນ ຫຼຸດລົງ 5 ຄົນ.
ໃນໄລຍະການສະເຫຼີມສະຫຼອງສົ່ງທ້າຍປີເກົ່າ-ຕ້ອນຮັບປີ ໃໝ່ສາກົນ 2025 ກົມຕໍາຫຼວດຈະລາຈອນ ໄດ້ສົມທົບກັບກົມຂົນສົ່ງ ກະຊວງໂຍທາທິການ ແລະຂົນສົ່ງລົງຕິດຕາມກວດ ກາ ແລະຊຸກຍູ້ ເຈົ້າໜ້າທີ່ຕຳຫຼວດຈະລາຈອນທີ່ລົງປະຕິບັດໜ້າທີ່ຢູ່ແຕ່ລະຈຸດພົບເຫັນຜູ້ລ່ວງລະເມີດຈຳນວນ 3.541 ຄົນ ຍິງ 1.180 ຄົນ (ບໍ່ໃສ່ໝວກກັນກະທົບ ບໍ່ມີອະນຸຍາດຂັບຂີ່ ດື່ມສິ່ງມື່ນເມົາ ແລ້ວຂັບຂີ່ ບໍ່ມີໃບກວດກາເຕັກນິກພາຫະນະ) ໄດ້ສຶກສາອົບຮົມ 3.497 ຄົນ ແລະ ຂຽນໃບກ່າວເຕືອນ 44 ໃບ.
ສຳລັບແຂວງທີ່ມີອຸປະຕິເຫດເກີດຂຶ້ນຫຼາຍກວ່າໝູ່ 5 ອັນ ດັບ ຄື:ແຂວງຈຳປາສັກ 23 ລາຍ ນະຄອນຫຼວງວຽງຈັນ 20 ລາຍ ແຂວງວຽງຈັນ 19 ລາຍ ແຂວງບໍລິຄຳໄຊ 14 ລາຍ ແລະ ແຂວງຫຼວງພະບາງ 11 ລາຍ.
ຂ່າວ ປກສ