ພາກສ່ວນກ່ຽວຂ້ອງ ເລັ່ງຫາສາເຫດດິນຍຸບ ຢູ່ເຂດບ້ານປາກເປັ່ງ

ໃນທ້າຍເດືອນທັນວາ ປີ 2024 ຜ່ານມາ,ທ່ານນາງ ອໍາວຽງ ເພົ້າວົງໄຊ ຮອງຫົວໜ້າກົມຄຸ້ມຄອງບໍ່ແຮ່ກະຊວງພະລັງງານ ແລະບໍ່ແຮ່ ຮ່ວມກັບ ພະແນກພະລັງງານ ແລະບໍ່ແຮ່ແຂວງຄໍາມ່ວນ ໂດຍມີ ທ່ານ ຄໍາປ່ຽນ ມະນີຄໍາ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງ ພ້ອມດ້ວຍພະແນກການຂັ້ນແຂວງ, ເມືອງ ແລະ ອໍານາດການປົກຄອງບ້ານທີ່ກ່ຽວຂ້ອງ ລົງກວດກາຕິດຕາມ ສະພາບດິນຍຸບ ຢູ່ໃນຂອບເຂດເນື້ອທີ່ສໍາປະທານຂອງໂຄງການຂຸດຄົ້ນ ແລະ ປຸງແຕ່ງເກືອໂປຕາສ ເຂດເມືອງທ່າແຂກ ແຂວງຄໍາມ່ວນ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ.

ເຫດການດິນຍຸບດັ່ງກ່າວ ເກີດຂຶ້ນ ໃນວັນທີ 3 ທັນວາ 2024 ຜ່ານມາ ຢູ່ບໍລິເວນທົ່ງນາຂອງປະຊາຊົນ ເຂດບ້ານປາກເປັ່ງ, ເມືອງທ່າແຂກ ແຂວງຄຳມ່ວນ. ຜ່ານການກວດກາວັດແທກ ເຫັນວ່າສະພາບດິນຍຸບ ເກີດຂຶ້ນສອງຈຸດ ຄື: ຈຸດທີ 1 ເກີດຂຶ້ນໃນຄັ້ງວັນທີ 3 ທັນວາ 2024 ມີຄ່າພິກັດ (ຈຸດໃຈກາງຂຸມ) X: 481760; Y: 1900915, ມີລັກສະນະເປັນຮູບວົງກົມ, ມີເນື້ອທີ່ 436 ຕາແມັດ ແລະ ເລິກປະມານ 6 ແມັດ (ທຽບໃສ່ໜ້າດິນ), ຈຸດທີ 2 ເກີດຂຶ້ນໃນຄັ້ງວັນທີ 21 ທັນວາ 2024 (ຈຸດໃໝ່) ຫ່າງຈາກຈຸດທີ 1 ປະມານ 8 ແມັດ, ມີຄ່າພິກັດ (ຈຸດໃຈກາງຂຸມ) X: 481770; Y: 1900886, ມີລັກສະນະເປັນຮູບວົງກົມ, ມີເນື້ອທີ່ 125 ຕາແມັດ ແລະ ເລິກປະມານ 6 ແມັດ (ທຽບໃສ່ໜ້າດິນ) ເຊິ່ງທັງ 2 ຈຸດນັ້ນ ຫ່າງຈາກໂຮງງານປຸງແຕ່ງແຮ່ທາດ ຂອງບໍລິສັດ ຊີໂນອາກກຣີ ໂປຕາສ ຈໍາກັດ ປະມານ 4.2 ກມ ແລະ ຫ່າງຈາກຝັ່ງແມ່ນໍ້າຂອງປະມານ 1.7 ກມ (ໄລຍະທາງອາກາດ). ພາຍຫລັງເກີດມີສະພາບ ໃນໄລຍະນັ້ນ ພາກສ່ວນທີ່ກ່ຽວຂ້ອງຂອງລັດ ກໍໄດ້ລົງກວດກາ ເກັບກໍາຂໍ້ມູນ ແລະ ກໍານົດມາດຕະການແກ້ໄຂເບື້ອງຕົ້ນ ຄື: ໃຫ້ບໍລິສັດຢຸດເຊົາຊົ່ວຄາວບັນດາກິດຈະກໍາທີ່ຢູ່ໃກ້ກັບບໍລິເວນດັ່ງກ່າວ, ການຕິດຕັ້ງຈຸດວັດແທກການປ່ຽນແປງ ແລະ ເໜັງຕີງຂອງໜ້າດິນບໍລິເວນເກີດດິນຍຸບ ຈໍານວນ 8 ຈຸດ, ສ້າງຮົ້ວປ້ອງກັນເພື່ອບໍ່ໃຫ້ຄົນ/ສັດຕົກລົງໄປ ພ້ອມທັງແຈ້ງໃຫ້ອໍານາດການປົກຄອງທ້ອງຖິ່ນໄດ້ຮັບຊາບ ແລະ ບໍ່ໃຫ້ປະຊາຊົນເຂົ້າໃກ້ເຂດດັ່ງກ່າວ.

ປັດຈຸບັນ, ກະຊວງພະລັງງານ ແລະບໍ່ແຮ່ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງສຶກສາຢ່າງລະອຽດສາເຫດທີ່ເກີດສະພາບດິນຍຸບດັ່ງກ່າວ ແລະເພື່ອຮັບປະກັນໃຫ້ການວິເຄາະ, ປະເມີນມີຄວາມຊັດເຈນ ແລະ ສອດຄ່ອງຕາມຫລັກວິທະຍາສາດນັ້ນ ມີຄວາມຈໍາເປັນຕ້ອງໄດ້ສຶກສາຢ່າງລະອຽດຮອບດ້ານ ເປັນຕົ້ນ ການຕິດຕັ້ງຈຸດວັດແທກຕິດຕາມການປ່ຽນແປງ ແລະ ເໜັງຕີງຂອງໜ້າດິນ, ການວັດແທກຂອບເຂດການຂຸດຄົ້ນຢູ່ໃຕ້ດິນສົມທຽບກິດຈະກໍາເທິງໜ້າດິນ (ຈຸດທີ່ມີເຫດການດິນຍຸບ), ການຊີເຈາະສໍາຫລວດສົມທົບກັບການສໍາຫລວດທາງທໍລະນີຟີຊິກເພື່ອໃຫ້ຮູ້ໄດ້ໂຄງສ້າງທາງດ້ານທໍລະນີສາດຂອງບໍລິເວນດັ່ງກ່າວ ເຊິ່ງຂໍ້ມູນທີ່ໄດ້ຮັບຈະເປັນພື້ນຖານອັນສໍາຄັນ ໃນການປະເມີນ ແລະ ວິເຄາະສະພາບດິນຍຸບໂຕ ໃນເຂດດັ່ງກ່າວ. ການຈັດຕັ້ງປະຕິບັດວຽກງານການສຶກສາແມ່ນໄດ້ເລີ່ມມາແຕ່ວັນທີ 24 ທັນວາ 2024 ແລະ ຈະໃຫ້ສໍາເລັດການສຶກສາໃນເບື້ອງຕົ້ນໃນເດືອນມັງກອນ 2025 ນີ້. ສ່ວນຈຸດທີ່ມີສະພາບດິນຍຸບ ບໍລິສັດໄດ້ສົມທົບອົງການປົກຄອງທ້ອງຖິ່ນ ດໍາເນີນການຊົດເຊີຍຜົນກະທົບ ແລະ ອັດຖົມເປັນທີ່ຮຽບຮ້ອຍແລ້ວ.
ຂ່າວ: ມະນີວັນ