ນວ ຄຸມເຂັ້ມຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ໄລຍະປີໃໝ່ສາກົນ ຖ້າພົບເຫັນດຳເນີນຕາມລະບຽບການ

ພະແນກອຸດສາຫະກຳ ແລະ ການຄ້າ (ອຄ) ນະຄອນຫລວງວຽງຈັນ (ນວ) ໄດ້ເອົາໃຈໃສ່ເປັນພິເສດໃນການຕິດຕາມກວດກາສິນຄ້າອຸປະໂພກ ແລະບໍລິໂພກຢ່າງໃກ້ຊິດ ເພື່ອການປ້ອງກັນ ແລະ ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ແລະກັກຕຸນສິນຄ້າ ເພື່ອເກັງກຳໄລ ຢູ່ນະຄອນຫລວງວຽງຈັນ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ສາກົນ ຈົນຮອດບຸນປີໃໝ່ຊາວຈີນ ແລະຫວຽດນາມ ເນື່ອງຈາກມີບຸນ ແລະ ງານລ້ຽງຕ່າງໆ ເຮັດໃຫ້ຄວາມຕ້ອງການບໍລິໂພກສິນຄ້າຕ່າງໆເພີ່ມຂຶ້ນອາດເປັນສາເຫດທີ່ເຮັດໃຫ້ຊາວຄ້າຂາຍ ມັກສວຍໂອກາດຂຶ້ນລາຄາສິນຄ້າຕາມລໍາພັງໃຈ. ຖ້າຫາກມີການສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈ ແມ່ນຈະຖືກປັບໃໝຕາມລະບຽບການ.

ທ່ານ ນາງ ໄຊນາລອນ ຈຸນດາຣາ ຮອງຫົວໜ້າພະແນກອຸດສາຫະກຳ ແລະການຄ້າ ນະຄອນຫລວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວ ໃນວັນທີ 26 ທັນວາ 2024 ນີ້ວ່າ: ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ເປັນພິເສດໃນການຕິດຕາມກວດກາຢ່າງໃກ້ຊິດ ເພື່ອການຄຸ້ມຄອງລາຄາສິນຄ້າ ໃນໄລຍະສະເຫລີມສະຫລອງບຸນປີໃໝ່ສາກົນ ຈົນຮອດບຸນປີໃໝ່ຊາວຈີນ ແລະ ຫວຽດນາມ ຢູ່ນະຄອນຫລວງວຽງຈັນ ໂດຍຈະໄດ້ຈັດຕັ້ງ ຄະນະລົງຕິດຕາມ ກວດກາລາຄາສິນຄ້າ, ການຕິດລາຄາເປັນເງິນກີບ (ເຈົ້າໜ້າທີ່ກວດກາການຄ້າ, ເຈົ້າໜ້າທີ່ຕຳຫລວດ, ອຳນາດການປົກຄອງ) ໃຊ້ມາດຕະການໃນການຕິດຕາມກວດກາ ຖ້າຫາກມີການສວຍໂອກາດຂຶ້ນລາຄາສິນຄ້າ ຕາມລຳພັງໃຈ ແມ່ນຈະໃຊ້ມາດຕະການປັບໃໝຕາມລະບຽບການ. ສຳລັບຜູ້ດຳເນີນທຸລະກິດ ທີ່ລະເມີດດຳລັດ 474/ນຍ ທີ່ບໍ່ເປັນການກະທຳຜິດທາງອາຍາ ແລະ ພາຍຫລັງໄດ້ຮັບການກ່າວເຕືອນ ແລະ ສຶກສາອົບຮົມແລ້ວ ສອງຄັ້ງ ໂດຍອີງໃສ່ມາດຕາ 26 ຂອງດຳລັດ ຈະຖືກປັບໃໝຕາມແຕ່ລະກໍລະນີ.

ທ່ານ ນາງ ໄຊນາລອນ ຈຸນດາຣາ ກ່າວຕື່ມວ່າ: ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ປະຕິບັດຕາມຫລັກການຂອງລາຄາ ຢູ່ ສປປ ລາວ ຖືກກຳນົດດ້ວຍກົນໄກຕະຫລາດ ທີ່ມີການຄຸ້ມຄອງດັດສົມຂອງລັດ, ລັດເຄົາລົບສິດໃນການກຳນົດລາຄາ ແລະ ການແຂ່ງຂັນທາງດ້ານລາຄາ ຂອງຜູ້ດໍາເນີນທຸລະກິດ ຕາມລະບຽບກົດໝາຍ, ລັດນໍາໃຊ້ມາດຕະການໃນການຄຸ້ມຄອງລາຄາ ຕາມຄວາມຈໍາເປັນບົນພື້ນຖານຫລັກການ ບໍ່ຈຳແນກປະຕິບັດ ແລະ ຄວາມໂປ່ງໃສ. ມາດຕະການຄຸ້ມຄອງລາຄາໄດ້ກຳນົດເປັນ 02 ຮູບແບບຄື: ມາດຕະການຄວບຄຸມລາຄາ ແລະ ມາດຕະການຕິດຕາມ ເຊິ່ງການເໜັງຕີງຂອງລາຄາ (ອີງຕາມມາດຕາ 6 ຂອງດໍາລັດ 474/ນຍ) ໄດ້ມີມາດຕະການຄວບຄຸມລາຄາ (ບັນຊີ ກ ມີ 8 ປະເພດສິນຄ້າ) ມີ: ປະເພດນໍ້າມັນເຊື້ອໄຟ, ອາຍແກັສຫຸງຕົ້ມ, ເຂົ້າກິນ, ຊີ້ນໝູປະເພດ 1, ຊີ້ນໝູປະເພດ 2, ປານິນກະຊັງ, ໄກ່ພັນສາມສາຍເລືອດ, ໄຂ່ໄກ່ພັນ ເບີ 2 ແລະ ເບີ 3 ໄດ້ ກຳນົດລາຄາສູງສຸດ ແລະ ລາຄາຕໍ່າສຸດ ຫລື ຂອບເຂດລາຄາຂອງປະເພດຊີ້ນໝູ, ປານິນກະຊັງ, ເຂົ້າກິນ, ໄກ່ພັນປອກສາມສາຍເລືອດ, ສ່ວນລາຄາຕໍ່າສຸດແມ່ນບໍ່ໄດ້ກຳນົດຄື: ລາຄາໝູໜ້າຟາມສູງສຸດບໍ່ໃຫ້ເກີນ 49,000 ກີບຕໍ່ກິໂລ; ລາຄາໝູສີກ, ຂ້າຄົວສໍາແຫລະແລ້ວສົ່ງເຖິງຕະຫລາດລາຄາສູງສຸດບໍ່ໃຫ້ເກີນ 59,000 ກີບຕໍ່ກິໂລ; ລາຄາຊີ້ນໝູປະເພດ 1 ລາຄາສູງສຸດບໍ່ໃຫ້ເກີນ 85,000 ກີບຕໍ່ກິໂລ, ລາຄາຊີ້ນໝູປະເພດ 2 ລາຄາສູງສຸດບໍ່ໃຫ້ເກີນ 75,000 ກີບຕໍ່ກິໂລ; ລາຄາຂາຍຍົກເຂົ້າສານໜຽວປະເພດ 2 ສົ່ງເຖິງຕະຫລາດລາຄາສູງສຸດ 15,500 ກີບຕໍ່ກິໂລ, ລາຄາຂາຍຍ່ອຍເຂົ້າສານໜຽວປະເພດ 2 ຢູ່ທ້ອງຕະຫລາດທົ່ວໄປລາຄາສູງສຸດ 17,000 ກີບຕໍ່ກິໂລ; ລາຄາປານິນກະຊັງຢູ່ໜ້າຟາມ ສູງສຸດບໍ່ເກີນ 40,000 ກີບຕໍ່ກິໂລ, ລາຄາປານິນກະຊັງຂາຍຍົກສົ່ງເຖິງຕະຫລາດ ສູງສຸດບໍ່ເກີນ 44,000 ກີບຕໍ່ກິໂລ, ລາຄາປານິນກະຊັງຂາຍຍ່ອຍ ສູງສຸດບໍ່ເກີນ 48,000 ກີບຕໍ່ກິໂລ; ລາຄາຂາຍຍົກໄກ່ພັນຊີ້ນ ສາມສາຍເລືອດໄກ່ຍັງບໍ່ຂ້າ, ຄົວ, ໄກ່ເປັນ ສົ່ງເຖິງຕະຫລາດ ລາຄາສູງສຸດ 54,000 ກີບຕໍ່ກິໂລ, ລາຄາຂາຍຍ່ອຍໄກ່ພັນຊີ້ນປອກສາມສາຍເລືອດ ຢູ່ຕາມທ້ອງຕະຫລາດທົ່ວໄປ ລາຄາສູງສຸດ 70.000 ກີບຕໍ່ກິໂລ.

ພ້ອມກັນນີ້, ໃນວັນທີ 03 ຕຸລາ 2024 ຜ່ານມາ ກໍໄດ້ເຮັດບົດບັນທຶກກັບບໍລິສັດ ຊີພີລາວຈຳກັດ, ບໍລິສັດ ເບທາໂກ້ ຈຳກັດຜູ້ດຽວ, ສະຫະກອນ 3 ເອັຟ ຍືນຍົງຂອງລາວ ໃຫ້ນໍາເອົາຊີ້ນໝູອອກຈໍາໜ່າຍຢູ່ໃນຕະຫລາດເປັນປົກກະຕິ, ພ້ອມທັງໃຫ້ເຈົ້າຂອງຕະຫລາດ ແລະ ຄະນະຈັດສັນຕະຫລາດເອົາໃຈໃສ່ຕິດຕາມກວດກາລູກຂຽງ ຫລື ຜູ້ຄ້າຂາຍໃຫ້ຂາຍຕາມລາຄາທີ່ລັດກໍານົດຢ່າງເຂັ້ມງວດ ຖ້າມີການລະເມີດ ແມ່ນຈະໄດ້ປະຕິບັດມາດຕະການປັບໃໝ ຕໍ່ຜູ້ທີ່ລະເມີດ ແລະ ເຈົ້າຂອງຕະຫລາດ. ພ້ອມນີ້, ຖ້າມີການພົບເຫັນການຂຶ້ນລາຄາສິນຄ້າ ຫລື ຕິດລາຄາເກີນກຳນົດ ແລະ ກັກຕຸນສິນຄ້າເພື່ອເກັງກຳໄລ ແມ່ນສາມາດໂທແຈ້ງເຂົ້າເບີ 030 5052 603 - 030 5026 806 ເພື່ອເປັນການໃຫ້ຂໍ້ມູນໄດ້.