ທົດລອງສ້າງບ້ານທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມຢູ່ 2 ບ້ານ ຂອງເມືອງເຟືອງ

ແຫຼ່ງຂ່າວ ແຂວງວຽງຈັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ກົມພັດທະນາການທ່ອງທ່ຽວໄດ້ຮ່ວມມືກັບອົງການໄທກາ, ປະເທດໄທ ແລະອົງການບໍລິຫານການພັດທະນາພື້ນທີ່ພິເສດເພື່ອການທ່ອງທ່ຽວແບບຍືນຍົງ (ອພທ) ຈັດຕັ້ງປະຕິບັດກິດຈະກຳສົ່ງເສີມ ແລະປະຊາສຳພັນການທ່ອງທ່ຽວ ແບບອະນຸລັກຊຸມຊົນໂດຍໄດ້ກຳນົດເອົາບ້ານນາໃໝ່ ແລະບ້ານສາມໝື່ນ ເມືອງເຟືອງ ແຂວງວຽງຈັນ.

ຊຶ່ງຈຸດປະສົງເພື່ອເປັນການສົ່ງເສີມການທ່ອງທ່ຽວ ຕິດພັນກັບການອະນຸລັກຮີດຄອງປະເພນີ, ວັດທະນະທຳ, ທຳມະຊາດ ແລະ ປະຫວັດສາດໃຫ້ຍືນຍົງ ພ້ອມທັງເປັນການຊຸກຍູ້ໃຫ້ປະຊາຊົນ ມີສ່ວນຮ່ວມໃນການທ່ອງທ່ຽວ, ສົ່ງເສີມຜະລິດຕະພັນທ່ອງທ່ຽວ, ແຫຼ່ງທ່ອງທ່ຽວ, ສົ່ງເສີມຜະລິດຕະພັນຫັດຖະກຳ ທີ່ເປັນເອກະລັກທ້ອງຖິ່ນ ໃຫ້ປະຊາຊົນມີລາຍຮັບນັບມື້ເພີ່ມຂຶ້ນ.

ຄະນະຮັບຜິດຊອບຈາກໂຄງການ ໄດ້ນຳເອົາວິທະຍາກອນຈາກປະເທດໄທມາຝຶກອົບຮົມທາງດ້ານການສື່ສານ ແລະປະຊາສຳພັນການທ່ອງທ່ຽວໂດຍມີຫລາຍຫົວຂໍ້ເປັນຕົ້ນ ຄວາມສຳຄັນຂອງການສື່ສານ, ແນວທາງການສ້າງເນື້ອຫາການທ່ອງທ່ຽວ, ເຕັກນິກການຖ່າຍພາບ-ວີດີໂອ ເບື້ອງຕົ້ນ, ແນະນຳຊ່ອງທາງການສື່ສານເບື້ອງຕົ້ນເພື່ອສ້າງເປັນເນື້ອຫາເລື່ອງເລົ່າຕ່າງໆ. ພ້ອມທັງລົງພື້ນທີ່ຕົວຈິງ ຄື: ລົງສ້າງເນື້ອຫາເພື່ອການເຜີຍແຜ່ທາງສື່ສັງຄົມອອນລາຍ, ສ້າງສື່ປະຊາສຳພັນເສັ້ນທາງການທ່ອງທ່ຽວ ແນວທາງອະນຸລັກສິ່ງແວດລ້ອມ ບ້ານນາໃໝ່ ໂດຍສະເພາະ ກິດຈະກຳຕົ້ມເຫລົ້າແກບ 100 ປີ, ກຸ່ມຫັດຖະກໍາຈັກສານ, ກຸ່ມຫັດຖະກຳຕໍ່າຫູກ ແລະກຸ່ມແຕ່ງກິນ. ສໍາລັບບ້ານສາມໝື່ນ ມີກິດຈະກຳທ່ຽວຊົມສິມເກົ່າບູຮານ, ຊົມເຮືອນເກົ່າບູຮານ, ກຸ່ມຫັດຖະກຳຕ່ຳຫູກ ແລະ ລ່ອງເຮືອຕາມສາຍນ້ຳລີກ ຊົມສວນໝາກນາວ, ເຊິ່ງການລົງທັດສະນະ ເພື່ອສ້າງກິດຈະກຳ ແລະສ້າງເນື້ອຫາຄັ້ງນີ້ຈະຖືກໂຄສະນາ ອອກສູ່ສື່ສັງຄົມຢ່າງກວ້າງຂວາງ ແລະ ໃນຕໍ່ໜ້າຈະເຮັດໃຫ້ 2 ບ້ານດັ່ງກ່າວນີ້ ເປັນທີ່ຮັບຮູ້ຈາກຄົນໃນສັງຄົມພາຍນອກຫລາຍຂຶ້ນພ້ອມທັງຈະເປັນທີ່ສົນໃຈໃຫ້ຄົນຢາກມາທ່ຽວຊົມມືອງເຟືອງຫລາຍຂຶ້ນເນື່ອງຈາກເມືອງເຟືອງມີທິວທັດທຳມະຊາດ ທີ່ສວຍງາມ, ມີຊັບພະຍາກອນທຳມະຊາດອັນອຸດົມສົມບູນ ທີ່ສາມາດພັດທະນາເປັນແຫລ່ງທ່ອງທ່ຽວໄດ້ຫລາຍແຫ່ງເວົ້າລວມເວົ້າສະເພາະກໍຄືບ້ານນາໃໝ່ ແລະບ້ານສາມໝື່ນທີ່ຈະເປັນຈຸດໝາຍປາຍທາງຂອງກຸ່ມນັກທ່ອງທ່ຽວໃນອະນາຄົດ.
ຂ່າວ-ພາບ: ຄຳລຸນ ສົມວົງໄຊ