ວັນທີ 25 ທັນວາ 2024, ໂຮງຮຽນວິຊະນຸ ວິທະຍາ ໄດ້ຈັດງານສະແດງສິລະປະໂຮງຮຽນ ເພື່ອສົ່ງທ້າຍປີເກົ່າ ຄສ 2024 ແລະ ຕ້ອນຮັບປີໃໝ່ສາກົນ ຄສ 2025. ການສະແດງສິລະປະຄັ້ງນີ້ ຈັດຂຶ້ນຢູ່ໂຮງແຮມຈໍາປາສັກແກຣນ ນະຄອນປາກເຊ ແຂວງຈໍາປາສັກ ໂດຍການເຂົ້າຮ່ວມຂອງ ທ່ານ ນາງ ເພັດພູທອນ ແສນສີ ຜູ້ປະກອບການໂຮງຮຽນວິຊະນຸ ວິທະຍາ, ທ່ານ ເພັດສະໝອນ ແກ້ວອ່ອນຫຼ້າ ຫົວໜ້າອໍານວຍການໂຮງຮຽນວິຊະນຸ ວິທະຍາ ພ້ອມດ້ວຍຄະນະອໍານວຍການ, ພະນັກງານ, ຄູ - ອາຈານ, ພໍ່ແມ່ຜູ້ປົກຄອງ ແລະ ນ້ອງນ້ອຍນັກຮຽນພາຍໃນໂຮງຮຽນດັ່ງກ່າວເຂົ້າຮ່ວມ.
ໃນໂອກາດກ່າວເປີດງານ, ທ່ານ ເພັດສະໝອນ ແກ້ວອ່ອນຫຼ້າ ຫົວໜ້າອໍານວຍການໂຮງຮຽນວິຊະນຸ ວິທະຍາ ຍົກໃຫ້ເຫັນການເຄື່ອນໄຫວດ້ານການຮຽນການສອນຂອງໂຮງຮຽນ ເຊິ່ງມີທັງຊັ້ນຮຽນລ້ຽງເດັກ - ອະນຸບານ, ປະຖົມ ແລະ ມັດທະຍົມ, ພ້ອມນັ້ນ ຍັງໄດ້ສະແດງໃຫ້ເຫັນຜົນງານອັນພົ້ນເດັ່ນຂອງນັກຮຽນໂຮງຮຽນວິຊະນຸ ວິທະຍາ ທີ່ໄດ້ເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງຂອງັ້ນປະຖົມ ແລະຊັ້ນມັດທະຍົມຕອນຕົ້ນ ສາມາດຍາດໄດ້ຫຼາຍລງວັນ ແລະຜົນງານການເຂົ້າຮ່ວມປະກວດສິລະປະ-ດົນຕຣີໂຮງຮຽນທ່ວນະຄອນປາກເຊ. ສໍາລັບການສະແດງສິລະປະຂອງໂຮງຮຽນຄັ້ງນີ້ ເປັນງານສະແດງສິລະປະ ປະຈໍາປີ ເຊິ່ງໄດ້ໝູນວຽນມາຄົບຮອບອີກວາລະໜຶ່ງ, ຈຸດປະສົງ ກໍເພື່ອສ້າງໃຫ້ນ້ອງນັກຮຽນໄດ້ມີສ່ວນຮ່ວມໃນການອອກຄວາມຄິດເຫັນ, ການເຮັດກິດຈະກໍາລວມໝູ່ ແລະ ການກ້າສະແດງອອກ ເພື່ອຄວາມສໍາເລັດຮ່ວມກັນ. ພ້ອມດຽວກັນນັ້ນຍັງເຮັດໃຫ້ ຄູ - ອາຈານ ໄດ້ພົບປະຢ່າງໃກ້ຊິດ ກັບຜູ້ປົກຄອງ, ພໍ່ແມ່ ນັກຮຽນ ແລະ ເຮັດໃຫ້ຜູ້ປົກຄອງໄດ້ເຂົ້າຮ່ວມຊົມການສະແດງອອກຂອງລູກຫຼານ. ງານສິລະປະໂຮງຮຽນ ຍັງເປັນສ່ວນໜຶ່ງທີ່ນອນໃນໂຄງການຫຼັກສູດການຮຽນ - ການສອນ ຕາມ 3 ລັກສະນະ ແລະ 5 ຫຼັກມູນຂອງການສຶກສາ ທີ່ກະຊວງສຶກສາທິການ ແລະ ກິລາວາງອອກ. ໃນງານຄັ້ງນີ້ ປະກອບມີ ການສະແດງສິລະປະດົນຕຣີ, ບົດຟ້ອນໝູ່ຄະນະຂອງຫຼານນ້ອຍນັກຮຽນໃນທຸກຊັ້ນຮຽນ, ການເຕັ້ນ, ຮ້ອງເພງ ແລະ ການສະແດງອື່ນໆ ລວມທັງໝົດມີ 41 ລາຍການ. ງານສິລະປະຄັ້ງນີ້ ຍັງໄດ້ສິດສອນ ແລະ ປູກຝັງໃຫ້ເດັກນ້ອຍ ຮູ້ອະນຸລັກ, ປົກປັກຮັກສາວັດທະນະທໍາອັນດີງາມຂອງຊາດ ແລະຂອງທ້ອງຖິ່ນ ໃຫ້ຍືນຍົງຄົງຢູ່ ສືບທອດສູ່ຄົນຮຸ່ນໃໝ່.
ພ້ອມກັນນັ້ນໃນງານສະແດງສິລະປະໂຮງຮຽນ ຍັງປະກອບມີງານເທດສະການອາຫານ ໂຮງຮຽນ ກໍແມ່ນສ່ວນໜຶ່ງນອນໃນໂຄງການຫຼັກສູດການຮຽນ - ການສອນ ໃນວິຊາພື້ນຖານວິຊາຊີບ ເຊີ່ງນ້ອງນັກຮຽນຊັ້ນມັດທະຍົມຕອນປຍໄດ້ຊ່ວຍກັນເປີດຮ້ານຂາຍອາຫານ ລວມທັງໝົດມີ 9 ຮ້ານ ເພື່ອຈໍາໜ່າຍໃຫ້ນັກຮຽນ ແລະ ຜູ້ປົກຄອງທີ່ເຂົ້າມາຮ່ວມງານ ຫຼາຍກວ່າ 2 ພັນຄົນ. ກິດຈະກໍານີ້ຊ່ວຍສ້າງໃຫ້ນ້ອງນັກຮຽນໄດ້ຮຽນຮູ້ ດ້ານການສ້າງກິດຈະກໍາລວມໝູ່, ການບໍລິຫານທຸລະກິດ, ການສ້າງຄວາມເຂົ້າໃຈພື້ນຖານດ້ານການເງີນ, ການພັດທະນາຄວາມຄິດສ້າງສັນ, ນະວັດຕະກໍາ, ການສ້າງຄວາມຮັບຜິດຊອບຕໍ່ສັງຄົມ ແລະ ສິ່ງແວດລ້ອມ. ໃນສອງກິດຈະກໍາທີ່ກ່າວມານີ້ ແມ່ນຈະໄດ້ສືບຕໍ່ຈັດຂຶ້ນເປັນຈໍາໃນທຸກໆປີ. ໃນງານຍັງໄດ້ປະກາດ, ມອບລາງວັນ ສໍາລັບນັກຮຽນເກັ່ງ ແລະ ຍ້ອງຍໍຄູອາຈານສອນດີ ປະຈໍາສົກຮຽນຕື່ມອີກ.
ຂ່າວ-ພາບ: ທູນທອງໃຈ
.
ງຄົມ