ດີໃຈນຳນ້ອງໆເຂດຊົນນະບົດ ຈະໄດ້ຮັບລົດຖີບທີ່ໄດ້ຮັບການຊ່ວຍເຫຼືອຈາກຈີນ

ອີງຕາມການລາຍງານຂອງໜັງສືພິມວຽງຈັນທາຍໃຫ້ຮູ້ວ່າ: ລົດຖີບ 1.000 ຄັນ ກຽມນໍາໄປມອບໃຫ້ນ້ອງນັກຮຽນທີ່ດ້ອຍໂອກາດຢູ່ເຂດຊົນນະບົດ ຂອງ ສປປ ລາວ
ພາຍໃນປະເທດ.

ລົດຖີບ ຈຳນວນ 1.000 ຄັນ ທີ່ໄດ້ຮັບການສະໜັບສະໜູນຈາກໂຄງການ “ນໍ້າໃຈຮັກລາວ” ຂອງມູນນິທິເພື່ອພັດທະນາຊົນນະບົດຂອງຈີນ ກຽມນໍາໄປມອບໃຫ້ນ້ອງນັກຮຽນທີ່ດ້ອຍໂອກາດຢູ່ເຂດຊົນນະບົດ ແລະ ຫ່າງໄກສອກຫຼີກ ຂອງສປປ ລາວ, ຊຶ່ງລົດຖີບຈຳນວນ ດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນຈາກໂຄງການ “ນ້ຳໃຈຮັກລາວ” ຂອງມູນນິທິເພື່ອພັດທະນາຊົນນະບົດຂອງຈີນ ແລະໄດ້ຂົນສົ່ງຈາກນະຄອນໜານໜິງເຂດປົກຄອງຕົນເອງຊົນເຜົ່າຈ້ວງກວາງຊີ ສປຈີນ ມາຮອດນະຄອນຫຼວງວຽງຈັນ ໃນວັນທີ 24 ທັນວາ 2024, ໂດຍບໍລິສັດ ທາງລົດໄຟລາວ-ຈີນ ປະະກອບສ່ວນຂົນສົ່ງລົດຖີບຈຳນວນດັ່ງກ່າວ.

ໃນວັນທີ 25 ທັນວາ 2024 ທີ່ສະພາແຫ່ງຊາດລາວ ໄດ້ມີພິທີມອບ-ຮັບລົດຖີບ ຈຳນວນດັ່ງກ່າວໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ປະທານຄະນະສັນຕິພາບ ແລະ ສາມັກຄີຂອງລາວ, ຊຶ່ງໃນໂອກາດນີ້, ທ່ານ ສົມມາດ ພົລເສນາ ໄດ້ກ່າວວ່າ: ການຮ່ວມມືລະຫວ່າງຄະນະສັນຕິພາບ ແລະ ສາມັກຄີລາວ ກັບ ມູນນິທິເພື່ອພັດທະນາຊົນນະບົດຂອງຈີນ ແມ່ນເປັນການປະກອບສ່ວນຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບຄູ່ຮ່ວມຊາຕາກຳລາວ-ຈີນ ຮອບດ້ານ ລະຫວ່າງສອງພັກສອງລັດ ແລະປະຊາຊົນສອງຊາດລາວ-ຈີນ.
ພ້ອມນັ້ນທ່ານ ສົມມາດ ພົລເສນາ ຍັງໄດ້ກ່າວສະແດງຄວາມຂອບໃຈຢ່າງຍິ່ງ ມາຍັງພັກ-ລັດຖະບານ ແລະ ປະຊາຊົນຈີນ ໂດຍສະເພາະແມ່ນກອງທຶນມູນນິທິເພື່ອພັດທະນາຊົນນະບົດຂອງຈີນ ກໍຄື ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ແລະພາກສ່ວນຕ່າງໆທີ່ກ່ຽວຂ້ອງທີ່ໄດ້ໃຫ້ການສະໜັບສະໜູນຕະຫຼອດມາ.

ແຫລ່ງຂ່າວ: ໜັງສືພິມວຽງຈັນທາຍ