ທ່ານ ສອນທະນູ ທຳມະວົງ ເຈົ້າແຂວງບໍລິຄຳໄຊ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານທີ່ພົ້ນເດັ່ນ, ເປັນຈຸມສຸມບູລິມະສິດຂອງແຂວງ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຊຸດທີ II ຂອງສະພາປະຊາຊົນແຂວງບໍລິຄຳໄຊ ໃນວັນທີ 25 ທັນວາຜ່ານມາວ່າ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປິ 2024 ແລະ ທິດທາງແຜນການປະຈໍາປີ 2025 ເຫັນວ່າເສດຖະກິດຂອງແຂວງ ຂະຫຍາຍຕົວ 5.13% ລວມຍອດຜະລິດຕະພັນພາຍໃນ (GPP) ປະຕິບັດໄດ້ 13,742 ຕື້ກີບ (ມະຕິສະພາຮັບຮອງ 8,131.53 ຕື້ກີບ) ລາຍໄດ້ສະເລ່ຍຕໍ່ຄົນບັນລຸ 41 ລ້ານກວ່າກີບ ຫຼື ປະມານ 1.927 ໂດລາ, ໄດ້ເອົາໃຈໃສ່ຕິດຕາມຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ປັບປຸງເສັ້ນທາງທີ່ເປ່ເພໃຫ້ສາມາດທຽວໄດ້ສະດວກ, ຊຸກຍູ້-ຕິດຕາມໂຄງການຂະຫຍາຍທາງ 13 ໃຕ້ ທັງ 3 ສັນຍາສໍາເລັດ 100%, ໂຄງການກໍ່ສ້າງ-ສ້ອມແປງເສັ້ນທາງເລກ 8 ຊ່ວງພູໄຮ ປະຕິບັດໄດ້ 31%; ພ້ອມນີ້ກໍໄດ້ເອົາໃຈໃສ່ຊຸກຍູ້ບັນດາໂຄງການຈຸດສຸມສໍາຄັນ ໃຫ້ສາມາດດໍາເນີນການໄວ ເປັນຕົ້ນ: ໂຄງການກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ບໍລິຄໍາໄຊ-ບຶງການ ປະຕິບັດໄດ້ 88.88%, ເອົາໃຈໃສ່ຕິດຕາມທາງດ່ວນປາກຊັນ-ວຽງຈັນ ແລະ ທາງດ່ວນປາກຊັນ-ໄຊຈໍາພອນ ອອກສູ່ຊາຍແດນ ສສ ຫວຽດນາມ; ວຽກຄຸ້ມຄອງບໍ່ແຮ: ໄດ້ເອົາໃຈໃສ່ໃນການຕິດຕາມ, ຊຸກຍູ້ ແລະ ກວດກາຢ່າງໃກ້ຊິດ ໃນການປະຕິບັດຕາມມາດຕະຖານ-ເຕັກນິກ, ສັນຍາສໍາປະທານ ແລະ ມາດຕະການປົກປັກຮັກສາສິ່ງແວດລ້ອມຢ່າງເຂັ້ມງວດ; ກິດຈະການຊອກຄົ້ນ-ສໍາຫຼວດແຮ່ທາດຢູ່ພາຍໃນແຂວງ ໄດ້ຮັບອະນຸຍາດຈາກຂັ້ນສູນກາງ ແລະ ຂັ້ນແຂວງ ລວມທັງໝົດມີ 10 ບໍລິສັດ (ແຂວງອະນຸຍາດ 5 ບໍລິສັດ).ປັດຈຸບັນມີຜູ້ລົງທຶນດ້ານບໍ່ແຮ່ ທີ່ຂັ້ນແຂວງອອກອະນຸຍາດ 32 ບໍລິສັດ, ມີ 69 ກິດຈະການ, ເນື້ອທີ່ທັງໝົດ 245.6 ເຮັກຕາ. ດ້ານວຽກງານສຶກສາທິການ-ກິລາ ໄດ້ສຸມໃສ່ການຮຽນ-ການສອນ ໃຫ້ມີຄຸນນະພາບ, ສືບຕໍ່ຈັດຕັ້ງປະຕິບັດເປົ້າຫມາຍການພັດທະນາຍືນຍົງ ໂດຍໄດ້ສຸມໃສ່ຈັດຕັ້ງປະຕິບັດ 14 ຄາດໝາຍຫຼັກ. ໃນນັ້ນມີ 6 ຄາດໝາຍທີ່ສາມາດບັນລຸໄດ້ຕາມແຜນ, 1 ຄາດໝາຍທີ່ມີຄວາມກ້າວໜ້າແຕ່ບໍ່ສາມາດບັນລຸ ແລະ 7 ຄາດໝາຍທີ່ບໍ່ມີຄວາມກ້າວໜ້າ ແລະ ທົດຖອຍ; ສໍາເລັດການນໍາສົ່ງນັກຮຽນທີ່ຮຽນຈົບຊັ້ນມັດທະຍົມຕອນຕົ້ນ ໄປຮຽນພາສາຫວຽດນາມ ແລະ ເຂົ້າຮຽນຢູ່ຊັ້ນມັດທະຍົມຕອນປາຍ ຢູ່ໂຮງຮຽນສາມັນກິນນອນຊົນເຜົ່າແຂວງເຫງະອານ ສສ ຫວຽດນາມ; ເຂົ້າຮ່ວມການແຂ່ງຂັນກິລານັກຮຽນມັດທະຍົມທົ່ວ ປະເທດຄັ້ງທີ VII ປີ 2024 ຢູ່ແຂວງສາລະວັນ; ວຽກງານສາທາລະນະສຸກ ສໍາເລັດການຈັດຕັ້ງປະຕິບັດ 11 ຕົວຊີ້ບອກ, ໄດ້ເປີດຂະບວນການສັກວັກຊິນກັນພະຍາດໝາກແດງໃຫຍ່ ແລະ ໝາກແດງນ້ອຍທົ່ວແຂວງ ໄດ້ 27,763 ຄົນ ເທົ່າກັບ 2.7% ຂອງກຸ່ມເປົ້າຫມາຍ; ວຽກງານຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ພະຍາຍາມປັບປຸງ, ຍົກລະດັບເຄື່ອງມືວຽກງານຖະແຫຼງຂ່າວ, ການອອກຂ່າວ ເປັນທັນສະໄໝ ວ່ອງໄວ ແລະ ມີຄຸນນະພາບ ແລະ ວຽກງານອື່ນກໍໄດ້ຮັບຄວາມເອົາໃຈໃສ່, ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສຳເລັດເປັນຢ່າງດີ.
(ຂ່າວ-ພາບ: ຄຳຟອງ)