ວັນທີ 24 ມັງກອນ 2024, ຄະນະກໍາມະການອະໄພຍະໂທດແຂວງຈໍາປາສັກ ຮ່ວມກັບອົງການໄອຍະການປະຊາຊົນແຂວງ ແລະ ຄ້າຍຄຸມຂັງ - ດັດສ້າງ ປກສ ແຂວງ ໄດ້ຈັດພິທີປະກາດອະໄພຍະໂທດ - ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ປະຈໍາປີ 2024 ເນື່ອງໃນໂອກາດວັນຊາດທີ 2 ທັນວາ ປີ 2024 ຄົບຮອບ 49 ປີ. ພິທີຈັດຂຶ້ນ ຢູ່ທີ່ຄ້າຍຄຸມຂັງດັດສ້າງແຂວງຈຳປາສັກ ໂດຍການເປັນປະທານຂອງ ທ່ານ ໂສມ ບຸດຕະກຸນ ຄະນະປະຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ ປະທານຄະນະກຳມະການອະໄພຍະໂທດລະດັບແຂວງ ພ້ອມດ້ວຍຄະນະກໍາມະການອະໄພຍະໂທດລະດັບແຂວງ, ການນໍາອົງການໄອຍະການປະຊາຊົນແຂວງ, ການນໍາ ປກຊ - ປກສ ແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ, ການນໍາຄ້າຍຄຸມຂັງ - ດັດສ້າງ ແຂວງ, ຂະແໜງການທີ່ກ່ຽວຂ້ອງ ຕະຫຼອດຮອດກອງເລຂາ, ເຈົ້າໜ້າທີ່, ນັກໂທດທີ່ໄດ້ຮັບການອະໄພຍະໂທດ - ຫຼຸດຜ່ອນໂທດ ແລະຍາດພີ່ນ້ອງເຂົ້າຮ່ວມ.
ໃນພິທີໄດ້ຜ່ານບົດສະຫຼຸບຫຍໍ້ການເຄື່ອນໄຫວກະກຽມຈັດຕັ້ງປະຕິບັດວຽກງານອະໄພຍະໂທດ ຂອງຄະນະກໍາມະການອະໄພຍະໂທດແຂວງ, ໃນປີ 2024 ໄດ້ນໍາສະເໜີຕໍ່ຄະນະກໍາມະການອະໄພຍະໂທດ ລະດັບຊາດ ໃນການໃຫ້ອະໄພຍະໂທດ - ຫຼຸດຜ່ອນໂທດ ແກ່ນັກໂທດຜູ້ທີ່ປະຕິບັດໂຕດີໃນການດັດສ້າງຕົນເອງ.
ໃນນັ້ນຈໍານວນນັກໂທດທີ່ໄດ້ຮັບການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ທັງໝົດ ມີ 196 ຄົນ, ຍິງ 14 ຄົນ, ນັກໂທດຂໍ້ຫາຢາເສບຕິດ ມີ 195 ຄົນ, ຍິງ 14 ຄົນ, ແລະ ຂໍ້ຫາທົ່ວໄປ ມີ 1 ຄົນ. ນອກນີ້ ຍັງໄດ້ສະເໜີໃຫ້ອະໄພຍະໂທດ ປ່ອຍຕົວນັກໂທດຢາເສບຕິດ ຈຳນວນ 64 ຄົນ, ຍິງ 3 ຄົນ, ຍ້າຍຈາກບັນຊີປ່ອຍຕົວ ມາໃສ່ບັນຊີຜ່ອນໂທດ 1 ຄົນ.
ໃນພິທີ ຍັງໄດ້ຜ່ານລັດຖະບັນຍັດ ຂອງປະທານປະເທດ ເລກ ທີ 248/ປປທ, ລົງວັນທີ 26 ພະຈິກ 2024 ວ່າດ້ວຍການໃຫ້ອະໄພຍະໂທດແກ່ນັກໂທດທີ່ປະຕິບັດໂຕດີ ໃນຂອບເຂດທົ່ວປະເທດ ໃນໂອກາດວັນຊາດທີ 2 ທັນວາ 2024 ຄົບຮອບ 49. ຕໍ່ມາກໍໄດ້ຜ່ານບັນຊີລາຍຊື່ນັກໂທດ ທີ່ໄດ້ຮັບການໃຫ້ອະໄພຍະໂທດ - ຫຼຸດຜ່ອນໂທດ ແລະປ່ອຍຕົວ.
ຂ່າວ: ບຸນນົງ