ພິທີເປີດງານຕະຫຼາດນັດແຮງງານຂອງແຂວງຄຳມ່ວນ ຈັດຂຶ້ນໃນລະຫວ່າງວັນທີ 24-25 ທັນວາ 2024 ທີ່ໂຮງແຮມທ່າແຂກໃໝ່ ໂດຍມີທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄຳມ່ວນ, ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີການບັນນຳຂອງແຂວງ, ເມືອງ, ຄະນະກຳມະການແຮງງານຂັ້ນແຂວງ, ແຂກຖືກເຊີນຕະຫຼອດຮອດນັກຮຽນ-ນັກສຶກສາເຂົ້າຮ່ວມ.
ຊຶ່ງຈຸດປະສົງໃນການຈັດງານຕະຫຼາດນັດແຮງງານໃນຄັ້ງນີ້ແມ່ນເປັນການເປີດກວ້າງຂໍ້ມູນຂ່າວສານລະຫວ່າງພາກສ່ວນທີ່ເຮັດໜ້າທີ່ສ້າງບຸກຄະລາກອນແຮງງານ ກັບຜູ້ທີ່ຕ້ອງການນໍາໃຊ້ແຮງງານ ໄດ້ມາພົບປະປຶກສາຫາລືຮ່ວມກັນ, ເປີດໂອກາດໃຫ້ຜູ້ອອກແຮງງານທີ່ກຳລັງຊອກວຽກເຮັດງານທຳໄດ້ເຂົ້າເຖິງຕະຫຼາດແຮງງານໂດຍກົງ ແລະມີໂອກາດເລືອກວຽກເຮັດງານທຳທີ່ເໝາະສົມກັບຄວາມຮູ້-ຄວາມສາມາດຂອງຕົນເອງ. ສຳລັບແຮງງານທີ່ມີຈຸດປະສົງຢາກໄປອອກແຮງງານຢູ່ຕ່າງປະເທດຈະໄດ້ຮັບຮູ້ ແລະເຂົ້າເຖິງສິດພາລະບົດບາດການໄປອອກແຮງງານແບບຖືກຕ້ອງຕາມກົດໝາຍເພື່ອຫຼີກລ້ຽງການຖືກຂູດຮີດແຮງງານກ້າວໄປເຖິງການຕົກເປັນເຫຍື່ອຂອງຂະບວນການຄ້າມະນຸດ ແລະຜູ້ທີ່ມີຈຸດປະສົງຈະສຶກສາຮຽນຕໍ່ໃນລະບົບການສຶກສາໃນສະຖາບັນວິຊາຊີບຕ່າງໆ ຈະໄດ້ຮັບຮູ້ຂໍ້ມູນແນວໂນ້ມຄວາມຕ້ອງການແຮງງານຂອງຕະຫຼາດແຮງງານໃນປະຈຸບັນ ແລະ ອະນາຄົດ.
ໂອກາດນີ້ຍັງໄດ້ລົງນາມເຊັນບົດບັນທຶກ ລະຫວ່າງ ພາກລັດ ກັບ ບັນດາບໍລິສັດ ໃນການຮ່ວມມືກ່ຽວກັບວຽກງານແຮງງານ ແລະສະຫວັດດີການສັງຄົມ, ທ່ຽວຊົມບູດວາງສະແດງ ແລະ ເປີດຮັບສະໝັກງານ, ການສຳພາດ ແລະ ຄັດເລືອກແຮງງານເຂົ້າເຮັດວຽກກັບທີ່, ສະເໜີຜະລິດຕະພັນຜູ້ເຂົ້າຮ່ວມບູດ ແລະທົດລອງການຂຽນປະຫວັດສະໝັກງານ. ເຊິ່ງມີບັນດາບໍລິສັດ, ຫົວໜ່ວຍແຮງງານ, ໂຄງການລົງທຶນ, ບໍລິສັດຈັດຫາງານທີ່ໄດ້ຮ່ວມຕັ້ງບູດໂຄສະນາຮັບສະໝັກງານຢ່າງຫຼວງຫຼາຍ.
ທີ່ມາ: khammouane News