ບໍລິສັດ ພູເບ້ຍ ມາຍນິງ ສະໜັບສະໜູນແຜນງານດ້ານຄວາມປອດໄພສໍາລັບນັກຮຽນມັດທະຍົມ

ໃນຕົ້ນເດືອນທັນວາຜ່ານມາ, ຕົວແທນຈາກບໍລິສັດ ພູເບ້ຍ ມາຍນິງ ໄດ້ດໍາເນີນແຜນງານໂຄສະນາເຜີຍແຜ່ດ້ານຄວາມປອດໄພເທິງຖະໜົນຢູ່ໂຮງຮຽນໃນເມືອງທ່າພະບາດ, ແຂວງບໍລິຄໍາໄຊ. ນັກຮຽນມັດທະຍົມຈໍານວນ 388 ຄົນ ຈາກໂຮງຮຽນມັດທະຍົມສົມບູນອຸດົມໄຊ ແລະສົມສະອາດ ໄດ້ເຂົ້າຮ່ວມກິດຈະກໍາດັ່ງກ່າວເປັນເວລາ 2 ມື້, ແລະ ພວກເຂົາຮຽນຮູ້ກ່ຽວກັບຄວາມເຂົ້າໃຈເຖິງອັນຕະລາຍ ແລະ ຄວາມສ່ຽງຢູ່ເທິງຖະໜົນຫຼວງໃນຂະນະທີ່ຂັບຂີ່ລົດຖີບ ແລະ ລົດຈັກ, ຝຶກໃຫ້ມີພຶດຕິກໍາຄວາມປອດໄພຢູ່ເທິງຖະໜົນ ເພື່ອປ້ອງກັນພວກເຂົາຈາກອຸປະຕິເຫດຢູ່ເທິງຖະໜົນ.

ໂຮງຮຽນມັດທະຍົມທັງສອງໂຮງຮຽນ ແມ່ນຕັ້ງຢູ່ຕາມເສັ້ນທາງຂົນສົ່ງທີ່ສໍາຄັນຂອງບໍລິສັດ. ຕົວແທນຈາກຕໍາຫຼວດຈໍລະຈອນເມືອງທ່າພະບາດ, ຄູອາຈານ ແລະອໍານາດການປົກຄອງບ້ານ ກໍ່ມີໜ້າເຂົ້າຮ່ວມກິດຈະກໍາດັ່ງກ່າວ.

ທັງສອງມື້ແມ່ນເລີ້ມຕົ້ນດ້ວຍການນໍາສະເໜີໂດຍທີມງານພະແນກໂລຈີສ໌ຕິກ ຂອງບໍລິສັດ ພູເບ້ຍ ມາຍນິງ ກ່ຽວກັບຄວາມປອດໄພເທິງຖະໜົນ, ຊຶ່ງສຸມໃສ່ຫົວຂໍ້ສໍາຄັນຄື: ການໃຊ້ເສັ້ນທາງຮ່ວມກັບພາຫະນະອື່ນໆ ແລະ ການລະບຸຄວາມອັນຕະລາຍ ແລະ ມັນອາດກະທົບຕໍ່ຕົວທ່ານແນວໃດ. ໃນຕອນທ້າຍການນໍາສະເໜີ, ທີມງານດັ່ງກ່າວໄດ້ຈັດການຖາມ-ຕອບ ໂດຍມີລາງວັນນ້ອຍມອບໃຫ້ຜູ້ທີ່ຕອບຄໍາຖາມຖືກຕ້ອງ. ໃນຕອນບ່າຍ, ນັກຮຽນໄດ້ເຂົ້າຮ່ວມການຝຶກແອບໃນສະຖານະການຈໍາລອງ ໂດຍປະຕິບັດຕາມລະບຽບເທິງຖະໜົນ ແລະ ລະບຸຈຸດບອດຂອງຄົນຂັບລົດ ແລະ ອັນຕະລາຍຕ່າງໆທີ່ກ່ຽວຂ້ອງກັບພາຫະນະຂະໜາດໃຫຍ່ໃນຂະນະຍ່າງ ແລະ ຂ້າມທາງ ແລະ ຂີ່ລົດຖີບ.

ທ່ານ ດາລິງ ເຊັງ, ຜູ້ອໍານວຍການ ແລະປະທານບໍລິຫານຂອງບໍລິສັດ ແພນອອສ໌ ໄດ້ກ່າວເຖິງບູລິມະສິດສໍາຄັນຂອງບໍລິສັດຕໍ່ຄວາມປອດໄພຂອງບັນດາຊຸມຊົນທ້ອງຖິ່ນ. ທ່ານ ດາລິງ ເຊັງ ໃຫ້ຮູ້ວ່າ ພາຫະນະຂົນສົ່ງຂອງພວກເຮົາ ແລະ ບໍລິສັດຮັບເໝົາ ໃຊ້ເສັ້ນທາງຫຼວງຮ່ວມກັບຊຸມຊົນທ້ອງຖິ່ນ, ແລະພວກເຮົາມີຊຸດຄວາມປອດໄພ ແລະການຝຶກອົບຮົມທີ່ເຂັ້ມແຂງ ຊຶ່ງກຽມພ້ອມໃຫ້ຄົນຂັບລົດຂອງພວກເຮົາຂັບຂີ່ພາຫະນະດ້ວຍຄວາມລະມັດລະວັງໃນສະພາບເສັ້ນທາງແຕກຕ່າງກັນ.

ພວກເຮົາສືບຕໍ່ເຜີຍແຜ່ວິທີການປະຕິບັດດ້ານຄວາມປອດໄພ ແລະຂໍ້ຄວາມດ້ານຄວາມປອດໄພວ່າດ້ວຍການເຮັດໃຫ້ການບາດເຈັບເປັນສູນ ໃຫ້ແກ່ຊຸມຊົນທ້ອງຖິ່ນ ແລະໂດຍສະເພາະແມ່ນນັກຮຽນມັດທະຍົມ ແລະຮັບປະກັນວ່າພວກເຂົາຈະມີຄວາມລະມັດລະວັງຫຼາຍຂຶ້ນໃນເວລາເດີນທາງໄປ-ກັບໂຮງຮຽນ ແລະຫຼັງເລີກໂຮງຮຽນ.

ທ່ານ ຈັນເພັງ ບຸນນະຜົນ, ປະທານບໍລິສັດ ພູເບ້ຍ ມາຍນິງ ໃຫ້ຮູ້ຕື່ມອີກວ່າ: ກິດຈະກໍາດ້ານຄວາມປອດໄພເທິງຖະໜົນຂອງບໍລິສັດ ພູເບ້ຍ ມາຍນິງ ແມ່ນສ່ວນໜຶ່ງຂອງການມີສ່ວນຮ່ວມເປັນປົກກະຕິກັບຊຸມຊົນທ້ອງຖິ່ນໃນການເຜີຍແຜ່ຂໍ້ຄວາມດ້ານຄວາມປອດໄພຂອງບໍລິສັດ. ພວກເຮົາວາງແຜນດໍາເນີນກິດຈະກໍາດ້ານຄວາມປອດໄພເທິງຖະໜົນເພີ້ມຕື່ມ ໃຫ້ນັກຮຽນມັດທະຍົມທີ່ອາໄສຢູ່ຕາມເສັ້ນທາງຂົນສົ່ງຂອງພວກເຮົາ ແລະຢູ່ໃກ້ກັບໂຄງການຂຸດຄົ້ນ-ປຸງແຕ່ງ ທອງ-ຄໍາ ພູຄໍາ ແລະ ໂຄງການຂຸດຄົ້ນ-ປຸງແຕ່ງ ຄໍາ-ເງິນ ບ້ານຫ້ວຍຊາຍ.