ວິຣະຖາວອນ ຈັດກິດຈະກຳວັນບຸນວິທະຍາສາດ ປະຈຳປີ 2024

ໂຮງຮຽນ ລ້ຽງເດັກ-ອະນຸບານ-ປະຖົມ ແລະ ມັດທະຍົມສຶກສາສົມບູນ ວິຣະຖາວອນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດກິດຈະກຳ ວັນບຸນວິທພຍາສາດຂຶ້ນ ວັນທີ 20 ທັນວາ 2024 ທີ່ໂຮງຮຽນ ດັ່ງກ່າວ ໂດຍມີ ທ່ານ ວາຍຸ ແຫ່ງດາວົງໄຊ ຫົວໜ້າຫ້ອງການສຶກສາເມືອງສີສັດຕະນາກ ທ່ານ ປະສິດທິພົນ ພອນວັນທາ ຮອງປະທານສະມາຄົມການສຶກສາພາກເອກະຊົນ ທ່ານຜູ້ອຳນວຍການ ຄະນະອຳນວຍການ ພະນັກງານຄູ-ອາຈານ ແຂກຖືກເຊີນ ແລະ ນັກຮຽນ ເຂົ້າຮ່ວມ.
ທ່ານ ແສງຕາວັນ ວິຣະຖາວອນຣາຊະພົນ ຮອງຜູ້ອຳນວຍການ ໂຮງຮຽນ ວິຣະຖາວອນ ກ່າວເຖິງ ຄວາມສຳຄັນຂອງວິທະຍາສາດ ມີບາງຕອນວ່າ: ຄຳວ່າວິທະຍາສາດມາມາຈາກພາສາລາຕິນ scientia ເຊິ່ງແປວ່າ: ”ຄວາມຮູ້” ວິທະຍາສາດນັ້ນໝາຍເຖິງຂະບວນການທີ່ເປັນລະບົບໃນການສະແຫວງຫາຄວາມຮູ້ກ່ຽວກັບໂລກທຳມະຊາດ ແລະ ໂລກກາຍະພາບ ການສັງເກດທົດລອງ ແລະ ການໃຫ້ເຫດຜົນ ສະນັ້ນວິທະຍາສາດຈຶ່ງເປັນທັງອົງຄວາມຮູ້ ແລະ ວິທີການໃນການຄົ້ນຫາຄວາມຮູ້ໃໝ່ ວິທະຍາສາດຍັງມີບົດບາດຕໍ່ເສດຖະກິດ ແລະ ສັງຄົມຂອງມະນຸດເຮົາຢ່າງສູງ ບໍ່ວ່າຈະເປັນການວາງນະໂຍບາຍ ການວາງແຜນຕ່າງໆລ້ວນແຕ່ມີທິດສະດີ ແລະ ຫຼັກການທາງດ້ານວິທະຍາສາດເປັນບ່ອນອິງ ແລະ ຄວາມສຳຄັນອື່ນອີກ ຫຼາຍຢ່າງຂອງວິທະຍາສາດ.
 
ສຳລັບຫົວຂໍ້ຂອງງານວິທະຍາສາດປີນີ້ “ສິ່ງແວດລ້ອມທີ່ດີ ໃນມື້ນີ້ຄືທາງລອດດຽວໃນມື້ໜ້າ” ນີ້ກໍເພື່ອເນັ້ນຍ້ຳໃຫ້ນັກຮຽນກໍຄືສັງຄົມ ເຫັນເຖິງຄວາມຈຳເປັນ ແລະ ເລັ່ງດ່ວນທີ່ພວກເຮົາຈະຕ້ອງຮູ້ ແລະ ຕື່ນຕົວ ໃນເມື່ອພວກເຮົາໄດ້ໃຊ້ວິທະຍາສາດເພື່ອດັດແປງເອົາທຳມະຊາດມາຮັບໃຊ້ພວກເຮົາ ສະນັ້ນເຖິງເວລາແລ້ວທີ່ພວກເຮົາຕ້ອງນຳໃຊ້ຄວາມຮູ້ ແລະ ຂະບວນການຄວາມຄິດທາງດ້ານວິທະຍາສາດມາຊ່ວຍເຫຼືອແລະ ກອບກູ້ໂລກຂອງພວກເຮົາ ພວກເຮົາອາດເປັນພຽງຜົນກະທົບອັນເລັກນ້ອຍ ແຕ່ຖ້າເຮົາເຮັດດ້ວຍຄວາມຕັ້ງໃຈໃນສິ່ງເລັກໆນ້ອຍໆເຫຼົ່ານີ້ ຈະມີຜົນກະທົບອັນຫຍິ່ງໃຫຍ່ຍ່ອມເກີດຂຶ້ນໃນບໍ່ຊ້າ.
 
ສຳລັບກິດຈະກຳຄັ້ງນີ້ ກໍຄືທຸກປີຜ່ານມາ ນອກຈາກມີການຈັດວາງສະແດງກ່ຽວກັບການຄົ້ນຄວ້າວິທະ ຍາສາດ ການປະດິດ ການໃຫ້ຄວາມຮູ້ທາງດ້ານວິທະຍາສາດ ຍັງມີການສະແດງສີລະປະຖາມ-ຕອບ ວິທະຍາສາດ ແລະ ການບັນຍາຍຄວາມຮູ້ທາງດ້ານວິທະຍາສາດ ແລະ ໃຫ້ຄວາມຮູ້ທາງດ້ານການຮັກສາສິ່ງ ແວດລ້ອມ ແລະ ກິດຈະກຳອີກຫຼາຍຢ່າງ.
 
ທ່ານຮອງຜູ້ອຳນວຍການກ່າວເນັ້ນວ່າ: ບັນດານັກຮຽນ ແລະຜູ້ເຂົ້າຮ່ວມງານຄັ້ງນີ້ຈະໄດ້ຮັບການຈຸດປະກາຍຄວາມເປັນນັກສິ່ງແວດລ້ອມ ພ້ອມດຽວກັນນັ້ນກໍໄດ້ຮຽນຮູ້ກ່ຽວກັບບັນຫາສິ່ງແວດລ້ອມຄວາມຮູ້ວິທະຍາສາດທີ່ຕິດພັນກັນ ແລະຫວັງວ່ານີ້ຈະເປັນອີກກ້າວໜຶ່ງທີ່ສ້າງຄວາມສົນໃຈເພື່ອສືບຕໍ່ສ້າງຄວາມສົນໃຈ ແລະ ພັດທະນາທັກສະດ້ານວິທະຍາສາດຂອງນັກຮຽນເພື່ອນຳໄປຕໍ່ຍອດໃນອະນາຄົດ.