ຊາວນະຄອນຫຼວງວຽງຈັນ ແຮ່ຂະບວນຕ້ອນຮັບ ເຈົ້າຫຼຽນຄຳ ສາລະວັນ ເກມ ຢ່າງສົມກຽດ

ຄະນະນຳ ແລະມວນຊົນຊາວນະຄອນຫຼວງວຽງຈັນ ຮ່ວມຄາລະວານລົດແຮ່ຂະບວນຕ້ອນຮັບທັບນັກກິລາລູກຫຼານເຈົ້າຟ້າງຸ່ມທີ່ສ້າງຜົນງານພົ້ນເດັ່ນສາມາດຍາດໄດ້ 26 ຫຼຽນຄຳ, 21 ຫຼຽນເງິນ ແລະ29 ຫຼຽນທອງ ລວມ 76 ຫຼຽນ ເປັນອັນດັບ 1 ຂອງທົ່ວປະເທດປ້ອງກັນແຊ໋ມເຈົ້າຫຼຽນຄຳ ສະໄໝທີ 6 ຕິດຕໍ່ກັນໄດ້ເດີນທາງກັບເຖິງບ້ານເກີດເມືອງນອນ ຢ່າງອົບອຸ່ນ ແລະສົມກຽດ.

ການເດີນທາງໃນໄລຍະ 700 ກວ່າກິໂລແມັດ ຂອງຄະນະນຳ, ຄູຝຶກ ແລະນັກກິລາ ຖ້ຽວສຸດທ້າຍຊຶ່ງອອກຈາກວິທະຍາໄລຄູ ສາລະວັນ ແຂວງສາລະວັນ ໃນເວລາ 03:00 ໂມງເຊົ້າວັນທີ 23 ທັນວາ 2024 ໄດ້ເດີນທາງຮອດ ນະຄອນຫຼວງວຽງຈັນ ໂດຍຄວາມປອດໄພ ແລະ ສະຫວັດດີພາບ ໃນເວລາ 17:00 ໂມງ ຕາມການກຳນົດໄວ້ ໃນການເຂົ້າຮ່ວມແຂ່ງຂັນງານກິລານັກຮຽນມັດທະຍົມສຶກສາທົ່ວປະເທດ ຄັ້ງທີ 7 ຫຼື ສາລະວັນ ເກມ ທີ່ແຂວງສາລະວັນ ເປັນເຈົ້າພາບ ລະຫວ່າງວັນທີ 13-22 ທັນວາ 2024.

ໃນການເດີນທາງກັບເຖິງບ້ານເກີດເມືອງນອນຂອງລູກຫຼານເຈົ້າຟ້າງຸ່ມໃນຄັ້ງນີ້ນຳໂດຍທ່ານ ສົມພອນ ສອນດາລາ ຫົວໜ້າພະແນກສຶກສາທິການ ແລະກິລາ ນະຄອນຫຼວງວຽງຈັນ ຊຶ່ງໃຫ້ການຕ້ອນຮັບຢ່າງອົບອຸ່ນໂດຍ ທ່ານນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ ຕະຫຼອດຮອດພໍ່ແມ່ຜູ້ປົກຄອງ ແລະມວນຊົນຊາວນະຄອນຫຼວງວຽງຈັນ ຮ່ວມຍິນດີກັບຜົນສຳເລັດດັ່ງກ່າວ.

ໃນການເດີນທາງກັບຖ້ຽວສຸດທ້າຍຂອງທັບນັກກິລານັກຮຽນ ນະຄອນຫຼວງວຽງຈັນ ໃນຄັ້ງນີ້ປະກອບມີເຈົ້າຫຼຽນຄຳ ກິລາເປຕັງ ທີ່ສາມາດຍາດໄດ້ 4 ຫຼຽນຄຳ ເປັນທີ 1 ໃນ ສາລະວັນ ເກມ, ແຊ໋ມຫຼຽນຄຳບານເຕະຍິງ, ແຊ໋ມຫຼຽນຄຳບານສົ່ງຫາດຊາຍຍິງ, ຫຼຽນເງິນບານສົ່ງໃນຮົ່ມຍິງ, ກິລາກະຕໍ້ ແລະເຈົ້າໜ້າທີ່ພ້ອມດ້ວຍສື່ມວນຊົນ ປະມານ 70 ກວ່າຄົນ.

ຂ່າວໂດຍ: ສົງການ ພັນແພງດີ