ສຶກສາຄວາມເປັນໄປໄດ້ ໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ ສາຍນໍ້າມະເຢັນ

ພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການສຶກສາຄວາມເປັນໄປໄດ້ໃນການພັດທະນາໂຄງການເຂື່ອນໄຟຟ້ານໍ້າຕົກຂະໜາດນ້ອຍ ສາຍນໍ້າມະເຢັນ ຢູ່ເຂດບ້ານສົບມະ ເມືອງລອງ ແຂວງຫຼວງນໍ້າທາ ຂອງວິສາຫະກິດ ໜານບຸນມີ ສ່ວນບຸກຄົນ ຂຶ້ນໃນອາທິດຜ່ານມາ ຢູ່ທີ່ໂຮງແຮມດອກຈຳປາ ລະຫວ່າງອົງການປົກຄອງແຂວງຫຼວງນໍ້າທາ ແລະ ວິສາຫະກິດ ໜານບຸນມີ ສ່ວນບຸກຄົນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນໍ້າທາ, ມີຮອງຫົວໜ້າພະແນກແຜນການ ແລະການລົງທຶນແຂວງ, ຜູ້ຕາງໜ້າຈາກໂຄງການພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ການເຊັນບົດບັນທຶກໃນຄັ້ງນີ້, ວິສາຫະກິດໜານບຸນມີສ່ວນບຸກຄົນຈະດໍາເນີນການສຶກສາຄວາມເປັນໄປໄດ້, ເກັບກໍາຂໍ້ມູນເບື້ອງຕົ້ນ ແລະສ້າງເປັນບົດວິພາກ-ເຕັກນິກ (FS) ຢ່າງລະອຽດກ່ຽວກັບສະພາບລວມຂອງໂຄງການເຊັ່ນ: ທີ່ຕັ້ງຂອງໂຄງການ,ສະພາບແຫຼ່ງນໍ້າ,ດ້ານພູມສາດ,ດ້ານທໍລະນີສາດ,ດ້ານສິ່ງແວດລ້ອມເສດຖະກິດ-ສັງຄົມ, ສຶກສາວາງແຜນການອອກແບບເບື້ອງຕົ້ນ ແລະແຜນງານທີ່ຈະສືບຕໍ່ໃນອານາຄົດໃຫ້ລະອຽດ.

ໃນພິທີກໍໄດ້ເຊັນບົດບັນທຶກຮ່ວມກັນ ລະຫວ່າງ ພະແນກແຜນການ ແລະ ການລົງທຶນແຂວງຫຼວງນ້ຳທາ, ພະແນກພະລັງງານ ແລະ ບໍ່ແຮ່ ກັບ ວິສາຫະກິດ ໜານບຸນມີ ສ່ວນບຸກຄົນ ແລະ ເຈົ້າເມືອງໆລອງ ໂດຍມີທ່ານ ສີວິໄລ ປັນແກ້ວ ຮອງເຈົ້າແຂວງຫຼວງນ້ຳທາ ພ້ອມດ້ວຍຜູ້ຕາງຫນ້າຈາກພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຂ່າວ: ແກ້ວ ກ໋ວາງ