ລົດບັນທຸກຕຳກັບລົດໂດຍສານໃນບຣາຊິນ ເຮັດໃຫ້ມີຜູ້ເສຍຊີວິດ 40 ຄົນ

ຕາມຂ່າວຈາກສຳນັກຂ່າວໄທ ວັນທີ22 ທັນວານີ້ ເກີດອຸບັດເຫດລົດບັນທຸກຕຳກັບລົດໂດຍສານຈົນເກີດລຸກໄໝ້ຮຸນແຮງ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 40 ຄົນ ລວມທັງ ຜູ້ຂັບລົດຈາກຈຳນວນຜູ້ໂດຍສານ ທັງໝົດ 45 ຄົນ ສ່ວນຜູ້ລອດຊີວິດຖືກນຳສົ່ງໄປໂຮງໝໍ ແລະຍັງຄົງອາການເຈັບໜັກອີກຈຳນວນໜຶ່ງ ຈຸດເຫດເກີດຢູ່ເທິງທາງຫລວງ ໃກ້ເມືອງເຕໂອຟີໂລ ໂອໂຕນີ ລັດມີນັສເຈໄຣສ ທາງຕາເວັນອອກສ່ຽງໃຕ້ ຂອງບຣາຊິນ ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງພວມສືບສວນສອບສວນຫາສາເຫດທີ່ເກີດຂຶ້ນໃນຄັ້ງນີ້ ຢ່າງຮີບດ່ວນ.
ຂ່າວໂດຍ: ສະໄຫວ ລາດປາກດີ