ທາງລົດໄຟທົ່ວປະເທດຈີນ ຈະປະຕິບັດແຜນການແລ່ນລົດສະບັບໃໝ່ໃນຕົ້ນປີໜ້າ
ຕາມຂ່າວຈາກ CGTN, ບໍລິສັດ ທາງລົດໄຟຈີນ ໃຫ້ຮູ້ວ່າ: ນັບແຕ່ ວັນທີ 5 ມັງກອນປີ 2025 ເປັນຕົ້ນໄປທາງລົດໄຟທົ່ວປະເທດຈີນ ຈະປະຕິບັດແຜນການແລ່ນລົດ ສະບັບໃໝ່ ເຊິ່ງຈະມີຂະບວນລົດໄຟ ໂດຍສານ 13.028 ຂະບວນ, ເພີ່ມຂຶ້ນຫລາຍກວ່າແຜນການປັດຈຸບັນ 230 ຂະບວນ; ຈະມີຂະບວນລົດໄຟຂົນສົ່ງສິນຄ້າ 22.859 ຂະບວນ, ເພີ່ມຂຶ້ນ 91 ຂະບວນ, ເນື່ອງຈາກນັ້ນ, ຄວາມສາມາດ ດ້ານການຮັບສົ່ງ ຜູ້ໂດຍສານ ແລະ ຂົນສົ່ງສິນຄ້າ, ຄຸນນະພາບ ດ້ານການບໍລິການ ແລະ ປະສິດທິຜົນດ້ານການແລ່ນລົດຂອງທາງລົດໄຟຈີນ ຈະຍົກສູງຂຶ້ນຕື່ມອີກ. ພາກສ່ວນທາງລົດໄຟຈີນ ແຈ້ງໃຫ້ຮູ້ຕື່ມວ່າ: ປີ້ລົດໄຟຕາມແຜນການສະບັບໃໝ່ຈະເລີ່ມຂາຍ ແຕ່ວັນທີ 22 ທັນວານີ້ ເປັນຕົ້ນໄປ, ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດສາມາດຊອກຮູ້ຂໍ້ມູນການແລ່ນລົດ ແລະການບໍລິການ ຂອງຂະບວນລົດໄຟຜ່ານທາງເວັບໄຊ, APP ແລະວິແຊັດ 12306 ແລະ 95306 ຂອງທາງລົດໄຟຈີນເພື່ອວາງແຜນການເດີນທາງ ແລະການຂົນສົ່ງສິນຄ້າຢ່າງເໝາະສົມ.