ເປີດຊຸດເຝິກອົບຮົມວຽກງານກວດກູ້-ທໍາລາຍລະເບີດໃຫ້ນາຍ ແລະພົນທະຫານກອງທັບປະຊາຊົນລາວຂຶ້ນໃນວັນທີ 18 ທັນວາຜ່ານມາທີ່ສະໂມສອນກອງບັນຊາການທະຫານເມືອງວຽງໄຊ ແຂວງຫົວພັນ ໂດຍການເປັນປະທານຮ່ວມຂອງສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ຮອງຄະນະຊີ້ນໍາລວມການຮ່ວມມືແກ້ໄຂ ລບຕ ລາວ-ຣັດເຊຍ ແລະ ສະຫາຍ ພັນເອກ ລີຄາເຊັບ ອັນເດຣເປຣໂຕວິດ ທູດປ້ອງກັນຊາດ ສ.ຣັດເຊຍ ປະຈຳ ສປປ ລາວ, ມີຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ກົມໃຫຍ່ເສນາທິການການກອງທັບ ຫົວໜ້າຄະນະຮັບຜິດຊອບຊຸດເຝິກອົບຮົມຄັ້ງນີ້ ໄດ້ຜ່ານແຜນການອົບຮົມວຽກງານກວດກູ້-ທໍາລາຍລະເບີດ, ຈຸດປະສົງເພື່ອສືບຕໍ່ຜັນຂະຫຍາຍແຜນການພົວພັນຮ່ວມມືຫວ່າງສອງກະຊວງປ້ອງກັນປະເທດລາວ-ສ.ຣັດເຊຍ ເພື່ອຍົກລະດັບທາງດ້ານວຽກງານແກ້ໄຂລະເບີດ, ມິນທີ່ບໍ່ທັນແຕກທີ່ຕົກຄ້າງໃຫ້ກຳລັງຂອງເຫຼົ່າຮົບຊ່າງແສງ ກຳແໜ້ນຫຼັກການວິຊາສະເພາະ ແລະ ມີຄວາມສາມາດປະຕິບັດຕົວຈິງຢູ່ພາກສະໜາມ, ເພື່ອເປັນການຍົກລະດັບວິຊາການກວດກູ້ ແລະ ທຳລາຍລະເບີດໃຫ້ແກ່ກຳລັງເຫຼົ່າຮົບຊ່າງແສງຈາກຂັ້ນ 01 ( ນັກກວດກູ້) ຂຶ້ນສູ່ລະດັບ 02 ( ຫົວໜ້າທີມ) ແລະ ເປັນການຍາດແຍ່ງເອົາບົດຮຽນ ແລະ ປະສົບການຈາກຊ່ຽວຊານ, ຄູເຝິກດ້ານການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກດ້ານມະນຸດສະທຳຂອງກອງກວດກູ້ມິນສາກົນແຫ່ງ ສ.ຣັດເຊຍ ມາຈັດຕັ້ງປະຕິບັດຜັນຂະຫຍາຍຢູ່ໃນເຫຼົ່າຮົບຊ່າງແສງ ກໍຄືກະຊວງປ້ອງກັນປະເທດ ສປປລາວ, ເນື້ອໃນທີ່ນໍາເຝິກໃນຄັ້ງນີ້ມີຄວາມຮູ້ກ່ຽວກັບທາດລະເບີດ, ວັດຖຸລະເບີດ ແລະ ການຈໍາແນກປະເພດທາດລະເບີດ, ວຽກງານຕັດຕໍ່ຫໍ່ຈຸດ, ນຸແຊ, ແກັບ, ສາຍສະນວນລະເບີດ ແລະ ຊີໂຟ, ວິທີຈັດວາງແປງລະເບີດ ແລະ ວົງຈອນໄຟຟ້າໃນການລະເບີດ, ອຸປະກອນຄົ້ນຫາວັດຖຸ, ລະເບີດແຕ່ລະຊະນິດຈຳນວນ 07 ເຄື່ອງ, ການທໍາລາຍສໍາພາວຸດທີ່ຍັງຕົກຄ້າງ ຫຼືວັດຖຸທີ່ເປັນອັນຕະລາຍ, ການນໍາໃຊ້ຈັກຈຸດ ແລະ ເຄື່ອງວັດແທກຄວາມຕ້ານຂອງສາຍໄຟ, ວິທີຄິດໄລ່ດ້ວຍສູດເພື່ອທໍາລາຍໄມ້, ແຜ່ນເຫຼັກ, ທໍ່ເຫຼັກ, ເຫຼັກເສັ້ນ ແລະ ສາຍກາບ, ວຽກງານການຄຸ້ມຄອງ ແລະ ຫຼັກການເຮັດວຽກກ່ຽວກັບກວດ-ກູ້ລະເບີດດ້ານມະນຸດສະທຳ ແລະ ຄວາມຮູ້ພື້ນຖານກ່ຽວກັບສໍາພາວຸດເປັນຕົ້ນ ມິນຕ້ານທະຫານຮາບ, ຕ້ານຕັງ, ມິນຊ້ອນ, ລູກປືນໃຫຍ່, ລູກຈະຫຼວດຕໍ່ຕ້ານລົດຕັງ ແລະ ບົມທີ່ຖິ້ມຈາກທາງອາກາດ, ມີນັກເຝິກອົບຮົມເຂົ້າຮ່ວມ 26 ສະຫາຍທີ່ມາຈາກກອງພັນ 579 ຊຶ່ງຈະໃຊ້ເວລາເຝິກອົບຮົມທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ 3 ເດືອນຈຶ່ງຈະສໍາເລັດ.
ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ໃຫ້ກຽດໂອ້ລົມເນັ້ນໜັກໃຫ້ນັກເຝິກອົບຮົບແຕ່ລະສະຫາຍເອົາໃຈໃສ່ສຶກສາຄົ້ນຄ້ວາຍາດແຍ່ງເອົາບົດຮຽນຈາກຊ່ຽວຊານ, ຄູເຝິກທັງພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເພື່ອນຳໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງເຫຼົ່າຮົບຊ່າງແສງໃຫ້ໄດ້ຮັບຜົນດີ ພ້ອມກັນນັ້ນຕ້ອງເອົາໃຈໃສ່ປະຕິບັດຕາມໂມງເວລາໃນການຂຶ້ນຫ້ອງຮຽນ ແລະ ບັນດາຂໍ້ກຳນົດກົດລະບຽບກອງທັບວາງອອກຢ່າງເຂັ້ມງວດ. ຈາກນັ້ນ, ສະຫາຍ ພົນຕີ ສົມພອນ ມິດຕະພອນ ພ້ອມດ້ວຍຄະນະໄດ້ໄປຢ້ຽມຊົມເຄື່ອງມືກວດກູ້ລະເບີດ ແລະ ສະໜາມກວດກູ້ຈໍາລອງຕື່ມອີກ.
ຂ່າວ-ພາບ: ໄກ່ນັອດ