.

ຄະນະຜູ້ແທນຂັ້ນສູງຂອງພັກ ປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ12 ຢູ່ ສປ ຈີນ

.
ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງພັກ ປປ ລາວ ແລະພັກກອມມູນິດຈີນປະຈໍາປີ 2024, ຄະນະຜູ້ແທນຂັ້ນສູງຂອງ ພັກປປ ລາວ ນໍາໂດຍ ສະຫາຍກິແກ້ວໄຂຄຳພິທູນກໍາມະການກົມການເມືອງສູນກາງພັກຮອງນາຍົກລັດຖະມົນຕີແຫ່ງສປປລາວ ແລະສະຫາຍຄໍາພັນ ເຜີຍຍະວົງເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະທານສະພາທິດສະດີສູນກາງພັກພ້ອມດ້ວຍຄະນະໄດ້ເດີນທາງໄປຢ້ຽມຢາມ ແລະເຂົ້າຮ່ວມກອງປະຊຸມສຳມະນາທິດສະດີ 2 ພັກ ລາວ-ຈີນ ຄັ້ງທີ 12 ທີ່ ນະຄອນຊີອານແຂວງສານຊີ ສປ ຈີນ ແຕ່ວັນທີ 16-20ທັນວາ2024.

ໃນວັນທີ17 ທັນວາ2024, ສະຫາຍກິແກ້ວໄຂຄຳພິທູນໄດ້ພົບປະກັບສະຫາຍ ລີຊູເລີຍກໍາມະການກົມການເມືອງເລຂາທິການສູນກາງພັກຫົວໜ້າຄະນະໂຄສະນາສູນກາງພັກກອມມູນິດຈີນ ຊຶ່ງໃນການພົບປະ ສະຫາຍກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມປິຕິຊົມຊື່ນຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກອອກຜົນໃນຕະຫຼອດໄລຍະທີ່ຜ່ານມາ ຊຶ່ງການນໍາສູງສຸດຂອງ 2 ພັກ, 2 ລັດ ໄດ້ເຫັນດີເປັນເອກະພາບ ກ່ຽວກັບການຮ່ວມມືທາງດ້ານຍຸດທະສາດ ກໍຄື ທິດທາງການຈັດຕັ້ງປະຕິບັດແຜນແມ່ບົດ ແລະ ຖືເອົາການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເປັນແບບຢ່າງນໍາໜ້າ ໃນການສ້າງປະຊາຄົມຮ່ວມຊາຕາກໍາມວນມະນຸດໂລກ ຊຶ່ງມາຮອດປັດຈຸບັນ ແຜນແມ່ບົດດັ່ງກ່າວ ກໍພວມໄດ້ຮັບການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ ແລະ ນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນ 2 ຊາດ ລາວ-ຈີນ ນັບມື້ນັບຫຼາຍຂຶ້ນ.

ສະຫາຍກິແກ້ວ ໄຂຄໍາພິທູນ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຈັດກອງປະຊຸມສໍາມະນາທິດສະດີ2 ພັກທີ່ພັກກອມມູນິດຈີນ ເປັນເຈົ້າພາບຈັດໃນຄັ້ງນີ້, ນອກຈາກເປັນການຈັດຕັ້ງປະຕິບັດຕາມແຜນຮ່ວມມື 2 ພັກແລ້ວ ຍັງເປັນການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຊຶ່ງກອງປະຊຸມຄັ້ງນີ້ ໄດ້ຈັດຂຶ້ນໂດຍປິ່ນອ້ອມຫົວຂໍ້ຫຼັກ:“ປັບປຸງກົນໄກການພັດທະນາໃຫ້ສົມບູນແບບ: ບົດຮຽນຂອງລາວແລະຈີນ”ທີ່ເປັນຫົວຂໍ້ສໍາຄັນ ແລະ ມີຄວາມໝາຍຍິ່ງຕໍ່ການພັດທະນາປະເທດຊາດ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງໃນວຽກງານຄູ້ມຄອງພັກ, ປົກຄອງລັດ-ບໍລິຫານປະເທດ ກໍຄືພາລະກິດກໍ່ສ້າງສັງຄົມນິຍົມ ໃຫ້ເຂັ້ມແຂງ ແລະ ທັນສະໄໝ ຢູ່ 2 ປະເທດ ລາວ-ຈີນ ຊຶ່ງໄດ້ເປັນໂອກາດອັນດີໃຫ້ແກ່ນັກຄົ້ນຄວ້າທິດສະດີຂອງ 2 ພັກ ໄດ້ແລກປ່ຽນຖອດຖອນບົດຮຽນນໍາກັນເພື່ອໝູນໃຊ້ເຂົ້າໃນການສ້າງສາພັດທະນາປະເທດຊາດໃນຍຸກໃໝ່ຂອງ 2 ພັກ, 2 ລັດຖະບານລາວ-ຈີນ.ສະຫາຍກິແກ້ວ ໄຂຄໍາພິທູນ ໄດ້ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນສໍາເລັດອັນໃຫຍ່ຫຼວງ, ຮອບດ້ານ ທີ່ພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຍາດມາໄດ້ໃນການສ້າງສາພັດທະນາປະເທດຊາດ ພາຍໃຕ້ການນໍາພາທີ່ຖືກຕ້ອງຂອງພັກກອມມູນິດຈີນ ທີ່ມີສະຫາຍເລຂາທິການໃຫ່ຍ ສີຈິ້ນຜິງ ເປັນແກນນໍາ, ພ້ອມທັງໄດ້ແຈ້ງສະພາບການພົ້ນເດັ່ນຂອງສປປ ລາວ ໃຫ້ ສະຫາຍ ລີຊູເລີຍ ຊາບ.

ສະຫາຍ ລີຊູເລີຍ ໄດ້ສະແດງຄວາມຍິນດີຕ້ອນຮັບ ສະຫາຍກິແກ້ວ ໄຂຄໍາພິທູນ, ສະຫາຍ ຄໍາພັນ ເຜີຍຍະວົງ ພ້ອມດ້ວຍຄະນະທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສໍາມະນາທິດສະດີ 2 ພັກລາວ-ຈີນ ໃນຄັ້ງນີ້ ພ້ອມທັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື 2 ຝ່າຍ ທີ່ໄດ້ຮັບການເສີມຂະຫຍາຍຢູ່ໃນລະດັບທີ່ດີທີ່ສຸດໃນປະຫວັດສາດການພົວພັນ ລາວ-ຈີນ ແລະ ຢືນຢັນຈະຮ່ວມກັບຝ່າຍລາວ ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນເປັນມູນເຊື້ອ,ຕັ້ງໜ້າຊຸກຍູ້ການຈັດຕັ້ງປະຕິບັດແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ໃຫ້ປະກົດຜົນເປັນຈິງເພື່ອນໍາເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດຫຼາຍຂຶ້ນກວ່າເກົ່າ.

ໃນໄລຍະຢູ່ຢ້ຽມຢາມ, ນອກຈາກເຄື່ອນໄຫວຢ້ຽມຢາມຢູ່ນະຄອນຊີອານ ທີ່ໄດ້ຮັບການເຂົ້າຢ້ຽມຂໍ່ານັບຂອງສະຫາຍເລຂາພັກແຂວງສານຊີ ແລ້ວ, ຄະນະຍັງໄດ້ໄປທັດສະນະຢ້ຽມຢາມແຂວງກຸ້ຍໂຈວ ເພື່ອຊອກຮູ້ສະພາບການກໍຄືບົດຮຽນໃນການພັດທະນະເສດຖະກິດ-ສັງຄົມ ແລະການກໍ່ສ້າງຮາກຖານພັກ ຢູ່ທ້ອງຖິ່ນດັ່ງກ່າວອີກດ້ວຍ.
ຂ່າວ:ຄຕພ