ປີນີ້ ນະຄອນຫຼວງວຽງຈັນ ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ຈັດຂຶ້ນໃນລະຫວ່າງວັນທີ 16-24 ທັນວາ 2024 ວ່າ: ປີ 2024 ນີ້, ນະຄອນຫລວງວຽງຈັນ ໄດ້ສຸມໃສ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບ ດ້ານ ຮັບປະກັນໄດ້ຄວາມສະຫງົບປອດໄພ ທົ່ວສັງຄົມໂດຍພື້ນຖານ, ໂດຍສະເພາະ ແມ່ນໃນໄລຍະກອງປະຊຸມສຸດຍອດອາ ຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ແລະ ກອງປະຊຸມກ່ຽວຂ້ອງ ທີ່ນະ ຄອນຫຼວງວຽງຈັນເປັນເຈົ້າພາບ; ສຸມໃສ່ປະຕິບັດໂຄງ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມຕາມແຜນການທີ່ວາງໄວ້, ໂດຍສະເພາະແມ່ນ ການຄວບຄຸມ ແລະ ແກ້ໄຂບັນ ຫເາປະກົດການຫຍໍ້ທໍ້ ແລະ ການຖືອາວຸດເສິກ, ສາມາດສ້າງບ້ານປ້ອງກັນຄວາມ ສະຫງົບ ໄດ້ 412 ບ້ານ, ເຊິ່ງໄດ້ເຮັດໃຫ້ເກີດຄວາມສະຫງົບ ພາຍໃນນະຄອນຫຼວງວຽງຈັນ ໄດ້ເປັນສ່ວນໃຫຍ່, ໄດ້ສຸມໃສ່ຮັກສາຄວາມສະຫງົບ-ຄວາມເປັນລະບຽບຮຽບຮ້ອຍຕາມຊາຍ ແດນ ເພື່ອປ້ອງກັນການລັກລອບຂ້າມ ແລະ ຄ້າ-ຂາຍເຖື່ອນຕາມຊາຍແດນແບບຜິດກົດໝາຍ; ໃນຍາມເກີດໄພພິບັດນໍ້າຖ້ວມ ແລະ ໄຟໄຫມ້ ກອງກໍາລັງ ປກຊ ແລະ ປກສ ໄດ້ສຸມໃສ່ແກ້ໄຂຢ່າງທັນການ.
ທ່ານ ອາດສະພັງທອງ ສີພັນດອນ ຍົກໃຫ້ເຫັນຕື່ມວ່າ: ນອກຈາກນີ້, ນະຄອນຫລວງວຽງຈັນ ໄດ້ຈັດຕັ້ງປະຕິ ບັດ 6 ແຜນວຽກຈຸດສຸມ ວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂບັນຫາຢາເສບຕິດຢ່າງຕັ້ງຫນ້າ, ໃນນີ້: ແມ່ນໄດ້ລົງເຄື່ອນໄຫວໂຄສະນາ, ສຶກສາອົບຮົມໃນກຸ່ມເປົ້າໝາຍ ເຊັ່ນ: ໂຄສະນາ ເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດ ຜ່ານສື່ສັງຄົມອອນລາຍ; ໂຄສະ ນາຢູ່ຫົວໜ່ວຍທຸລະກິດ, ໂຄສະນາຢູ່ຕາມບ້ານ, ຕາມສະຖານທີ່ໂຮງຮຽນ ແລະ ໄດ້ສຶກສາອົບຮົມເປົ້າໝາຍພົວພັນຢາເສບຕິດ ຢູ່ຂັ້ນພື້ນຖານບ້ານ ຈໍານວນ 236 ຄັ້ງ, ມີຜູ້ເຂົ້າຮ່ວມ 959 ຄົນ, ຍິງ 63 ຄົນ; ແກ້ໄຂຄະດີຢາເສບຕິດ ໄດ້ 965 ເລື່ອງ, ກັກຜູ້ຖືກຫາ 1,834 ຄົນ, ຍິງ 207 ຄົນ ພ້ອມທັງຍຶດເຄື່ອງກາງຄະດີປະ ເພດຕ່າງໆ.
ນອກຈາກນັ້ນ ໄດ້ປິ່ນປົວ, ຟື້ນຟູຜູ້ຕິດຢາເສບຕິດ ແລະ ສົ່ງກັບຄືນບ້ານເຮືອນຂອງຕົນ ໄດ້ 455 ກວ່າຄົນ, ປັດຈຸບັນ ທີ່ສູນສົມສະຫງ່າ ກໍາລັງສຸມໃສ່ປິ່ນປົວ ແລະ ຟື້ນຟູຜູ້ຕິດຢາເສບຕິດ ຈໍານວນ 969 ຄົນ, ຍິງ 53 ຄົນ.