ລັດຖະບານລາວ ລົງນາມກູ້ຢືມເງິນ 151 ລ້ານກວ່າໂດລາ ເພື່ອສະໜອງໃຫ້ 4 ໂຄງການ

ເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີພິທີລົງນາມ ເພື່ອສະໜອງທຶນໃຫ້ແກ່ 4 ໂຄງການ ໃນສປປ ລາວ ລວມມູນຄ່າ 151 ກວ່າ ລ້ານໂດລາສະຫະລັດ. ຕາງໜ້າໃຫ້ລັດຖະບານລາວ ລົງນາມໂດຍທ່ານ ພູວົງ ກິດຕະວົງ ຮອງລັດຖະມົນຕີກະຊວງການເງິນ, ແລະ ທ່ານນາງ ແຊນນີ ແຄມແບລ Shanny Campbell ຜູ້ອໍາ ນວຍການ ADB ປະຈໍາລາວ.
ໂອກາດນີ້ ທ່ານ ພູວົງ ໄດ້ມີຄຳເຫັນໂດຍທ່ານໄດ້ຍົກໃຫ້ເຫັນຄວາມສຳຄັນຂອງບັນດາໂຄງການ, ເພື່ອແນໃສ່ເພີ່ມທະວີການພັດທະນາໃນຫຼາຍຂະແໜງການ. ທ່ານຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງຮັບປະກັນການນຳໃຊ້ທຶນຢ່າງມີປະສິດທິຜົນ. ທຸກພາກສ່ວນທີ່ກ່ຽວຂ້ອງໃນການປະຕິບັດບັນດາໂຄງການນຳໃຊ້ຄວາມຊຳນານຂອງຕົນ ແລະ ຮັບປະກັນໃຫ້ເງິນກູ້ ແລະ ທຶນຊ່ວຍເຫຼືອລ້ານີ້ຖືກນຳໃຊ້ຢ່າງມີປະສິດທິຜົນເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ.
ທ່ານ ນາງ ທ່ານນາງ ແຊນນີ ແຄມ ແບລ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ADB ໃນການສະໜັບສະໜູນລາວ ແລະ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງບັນດາໂຄງການ. ພ້ອມນີ້ທ່ານກ່າວວ່າ: ການເຂົ້າເຖິງນໍ້າປະປາທີ່ປອດໄພ, ທໍ່ນັ້ນ ຍັງເປັນສິ່ງທ້າທາຍໃນລາວ, ສົ່ງຜົນກະທົບຕໍ່ສຸຂະພາບ ແລະ ການດຳລົງຊີວິດ.
ທັງ 4 ໂຄງການ ປະກອບມີ: ໂຄງການກໍ່ສ້າງຄວາມເຂັ້ມແຂງທາງດ້ານການປັບຕົວ ແລະ ຫຼຸດຜ່ອນຄວາມທຸກຍາກຊົນນະບົດມູນຄ່າ 32 ລ້ານໂດລາ; ໂຄງການປັບປຸງຄວບຄຸມພະຍາດສັດ ແລະ ລະບົບຕ່ອງໂສ້ມູນຄ່າຂອງເຂດອະນຸພາກພື້ນແມ່ນ້ຳຂອງມູນຄ່າ 42.9 ລ້ານໂດລາ; ໂຄງການປັບປຸງລະບົບນໍ້າປະປາ ແລະ ສຸຂາພິບານຢູ່ ສປປ ລາວ ມູນຄ່າ 50.3 ລ້ານໂດລາ ແລະ ໂຄງການເພີ່ມລາຍຮັບສ່ວຍສາອາກອນພາຍໃນປະເທດແບບທັນສະໄໝມູນຄ່າ 26 ລ້ານໂດລາ.
ທັງ 4 ໂຄງການ ເປັນການລວມກັນເພື່ອແນໃສ່ແກ້ໄຂສິ່ງທ້າທາຍທີ່ສຳຄັນໃນລາວ, ຈາກຄວາມທຸກຍາກໃນເຂດຊົນນະບົດ ແລະ ສາທາລະນະສຸກ ຈົນເຖິງການສ້າງລາຍຮັບ, ສະທ້ອນໃຫ້ເຫັນເຖິງການເປັນຄູ່ຮ່ວມມືທີ່ເຂັ້ມແຂງລະຫວ່າງ ADB ແລະ ລັດຖະບານລາວ.