ເມືອງທ່າແຕງ ເປີດສູນບໍລິການຜ່ານປະຕູດຽວ

ເມືອງທ່າແຕງ ແຂວງເຊກອງ ຈັດພິທີເປີດສູນບໍລິການຜ່ານກົນໄກປະຕູດຽວ ໃນວັນທີ 18 ທັນວາ 2024 ໂດຍມີ ທ່ານ ຄໍາສອນ ກອນເຍີ ຮອງເຈົ້າແຂວງເຊກອງ, ທ່ານ ແສງລາຕີ ຫລອມຍະເດດ ເຈົ້າເມືອງທ່າແຕງ, ມີບັນດາທ່ານເຈົ້າເມືອງ-ຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າພະແນກອ້ອມຂ້າງແຂວງ, ຫ້ອງການ-ອົງການທຽບເທົ່າອ້ອມຂ້າງເມືອງ ແລະອົງການປົກຄອງບ້ານ ເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານຂໍ້ຕົກລົງ ຂອງທ່ານເຈົ້າແຂວງເຊກອງ ວ່າດ້ວຍການອະນຸມັດໃຫ້ເມືອງທ່າແຕງຈັດຕັ້ງປະຕິບັດສູນບໍລິການ ຜ່ານກົນໄກປະຕູດຽວ; ຜ່ານບົດລາຍງານ ການຈັດຕັ້ງປະຕິບັດການສ້າງສູນບໍລິການຜ່ານກົນໄກປະຕູດຽວ ຢູ່ເມືອງທ່າແຕງ. ຊຶ່ງການເປີດສູນບໍລິການ ຜ່ານກົນໄກປະຕູດຽວ ປະກອບມີຫລາຍວຽກທີ່ສໍາຄັນ ເປັນຕົ້ນແມ່ນວຽກງານຫ້ອງວ່າການ, ວຽກງານພາຍໃນ, ວຽກງານອຸດສາຫະກໍາ ແລະການຄ້າ, ວຽກງານຖະແຫລງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວ, ວຽກງານການເງິນ, ວຽກງານໂຍທາທິການ ແລະຂົນສົ່ງ, ວຽກງານຊັບພະຍາກອນທໍາມະຊາດ ແລະສິ່ງແວດລ້ອມ ແລະວຽກງານກະສິກໍາ ແລະປ່າໄມ້. ທັງນີ້, ກໍເພື່ອແນໃສ່ປັບປຸງການບໍລິຫານວຽກງານ ຂອງລັດໃຫ້ມີການປ່ຽນແປງໃໝ່ຢ່າງເລິກເຊິ່ງ, ອໍານວຍຄວາມສະດວກໃຫ້ປະຊາຊົນ ເຂົ້າເຖິງການບໍລິການຂອງລັດ ຢ່າງມີປະສິດທິພາບ ແລະປະສິດທິຜົນ; ຮັບປະກັນການແກ້ໄຂເອກະສານ, ການຄົ້ນຄວ້າຕົກລົງອະນຸຍາດ ຫລື ອະນຸມັດຕ່າງໆ ຂອງລັດໃຫ້ແກ່ຫົວໜ່ວຍທຸລະກິດ, ບຸກຄົນ, ນິຕິບຸກຄົນ ກໍຄືອົງການຈັດຕັ້ງຕ່າງໆມີຄວາມສະດວກ, ວ່ອງໄວ, ໂປ່ງໃສ, ສາມາດກວດກາ ແລະກວດສອບໄດ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມໃຫ້ບັນລຸຕາມຄາດໝາຍແຜນການທີ່ວາງໄວ້.
ໂອກາດນີ້, ທ່ານ ຄໍາສອນ ກອນເຍີ ໄດ້ມີຄໍາເຫັນວ່າ: ວຽກງານບໍລິການ ຜ່ານປະຕູດຽວ ແມ່ນວຽກໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນ ແລະໃຫ້ແຕ່ລະພາກສ່ວນຈັດຕັ້ງປະຕິບັດ ເພື່ອອໍານວຍຄວາມສະດວກໃຫ້ປະຊາຊົນບັນດາເຜົ່າເຂົ້າເຖິງການບໍລິການຂອງລັດທີ່ມີຄຸນນະພາບ. ສະນັ້ນ, ຂະແໜງການກ່ຽວຂັ້ນແຂວງ ຕ້ອງຖືສໍາຄັນໃນການຕິດຕາມ, ກວດກາ ແລະຊຸກຍູ້ການບໍລິການຜ່ານປະຕູດຽວໃຫ້ໄປສູ່ບໍລິການທີ່ມີຄຸນນະພາບຢ່າງແທ້ຈິງ; ອົງການປົກຄອງເມືອງ ຕ້ອງເປັນເຈົ້າການບູລະນະນໍາໃຊ້ສູນດັ່ງກ່າວ ໃຫ້ເປັນທີ່ຍອມຮັບຂອງທຸກພາກສ່ວນ, ພັດທະນາບຸກຄະລາກອນ, ໃຫ້ມີຄວາມຮູ້ຄວາມສາມາດ ແລະມີຄວາມຈິງໃຈຮັບໃຊ້ປະຊາຊົນ; ຜູ້ທີ່ຮັບຜິດຊອບບໍລິການຢູ່ສູນ ກໍຕ້ອງສຸມໃສ່ຝຶກຝົນຫລໍ່ຫລອມ ແລະພັດທະນາຕົນເອງ ໃຫ້ມີຄຸນສົມບັດ-ສິນທໍາປະຕິວັດ, ມີຄວາມອົດທົນ, ມີຈັນຍາບັນ, ຈັນຍາທໍາ ແລະເຮັດໜ້າທີ່ຮັບໃຊ້ປະຊາຊົນ ກໍຄືທຸກພາກສ່ວນທີ່ມາໃຊ້ບໍລິການດ້ວຍຄວາມຈິງໃຈ.
ຂ່າວ-ພາບ: ສັນຍາ