ລະບອບ “ປະເທດດຽວສອງລະບອບ” ຄໍ້າຊູຄວາມຜາສຸກອັນໜັກແໜ້ນຂອງປະຊາຊົນມາກາວ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 20 ທັນວາ ທີ່ຈະມາເຖິງນີ້, ແມ່ນວັນຄົບຮອບ 25 ປີ ແຫ່ງການກັບຄືນສູ່ ປະເທດຊາດຂອງມາກາວ. ຕະຫລອດໄລຍະ 25 ປີຜ່ານມາ, ພາຍໃຕ້ການ ສະໜັບສະໜູນຢ່າງແຂງແຮງຂອງສູນກາງພັກຄອມມູນິດຈີນ ແລະ ເຂດດ້ານໃນຂອງຈີນ (ເຂດແດນຈີນ ທີ່ບໍ່ລວມທັງຮົງກົງ-ມາກາວ-ໄຕ້ຫວັນ) ກໍຄືພາຍໃຕ້ທ່າແຮງດ້ານລະບອບ “ປະເທດດຽວສອງລະບອບ”, ອົງການປົກຄອງເຂດບໍລິຫານພິເສດມາກາວ ໄດ້ສືບຕໍ່ເພີ່ມທະວີການ ລົງທຶນຕໍ່ຂົງເຂດຊີວິດການເປັນຢູ່ຂອງປະຊາຊົນ, ໂດຍໄດ້ສ້າງເຄືອຂ່າຍການຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນທີ່ໜັກແໜ້ນໃນຂົງເຂດຕ່າງໆ ເຊັ່ນ: ການປະກອບອາຊີບ, ເຮືອນຢູ່, ການບໍລິການປິ່ນປົວ, ການປະກັນ ສັງຄົມ ແລະ ການບໍລິການສາທາລະນະ ເປັນຕົ້ນ, ເຮັດໃຫ້ປະຊາຊົນ ມາກາວ ທຸກຖ້ວນໜ້າໄດ້ຮັບຜົນປະໂຫຍດຈາກຜົນສໍາເລັດດ້ານການ ພັດທະນາ ທັງໄດ້ບຸກເບີກເສັ້ນທາງແຫ່ງການສ້າງສາເພື່ອຊີວິດການເປັນຢູ່ ຂອງປະຊາຊົນທີ່ມີສີສັນພິເສດ.
ພາຍຫລັງອົງການປົກຄອງເຂດບໍລິຫານພິເສດມາກາວ ສ້າງຕັ້ງຂຶ້ນມາ, ລະບຽບການ ລະບອບລັດຖະທໍາມະນູນ ທີ່ຖືເອົາ ລັດຖະທໍາມະນູນ ແລະ ກົດໝາຍພື້ນຖານມາກາວ ເປັນພື້ນຖານນັ້ນໄດ້ຮັບການກໍານົດໄວ້ຢ່າງ ໜັກແໜ້ນ, ລະບົບການປົກຄອງນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນ ຂຶ້ນ ໂດຍໄດ້ສ້າງສະພາບການພັດທະນາດີທີ່ສຸດໃນປະຫວັດສາດ. ອີງຕາມ ຕົວເລກຂໍ້ມູນສະແດງໃຫ້ເຫັນວ່າ: ພາຍຫລັງມາກາວ ກັບຄືນສູ່ປະເທດ ຊາດ, ລວມຍອດຜະລິດຕະພັນພາຍໃນ ຫລື GDP ຂອງມາກາວ ໄດ້ເພີ່ມຂຶ້ນ ຮອດ 379,5 ຕື້ໂດລາມາກາວ ໃນປີ 2023 ຈາກ 51,9 ຕື້ໂດລາມາກາວ ໃນປີ 1999; ໃນຂະນະທີ່ເສດຖະກິດໄດ້ຮັບການພັດທະນາແບບຫລາຍເຄົ້າ, ສຸຂະພາບຂອງປະຊາຊົນມາກາວ ກໍໄດ້ຮັບການປັບປຸງດີຂຶ້ນຢ່າງເດັ່ນຊັດ, ອາຍຸຍືນສະເລ່ຍ ຕາມຄາດໝາຍຂອງປະຊາຊົນມາກາວ ໄດ້ເພີ່ມຂຶ້ນຮອດ 83,1 ປີ ໃນປີ 2023 ຈາກ 77,9 ປີ ໃນປີ 1999, ຢູ່ໃນລະດັບແຖວໜ້າຂອງໂລກ.
ນັກສັງເກດການຕ່າງປະເທດໄດ້ພາກັນວິເຄາະວ່າ: ມາກາວ ເປັນແບບຢ່າງແຫ່ງການປະສົບຜົນສໍາເລັດຂອງລະບອບ “ປະເທດດຽວສອງລະບອບ”, ສິ່ງທີ່ທົ່ວໂລກໄດ້ເຫັນແມ່ນປະຊາຊົນມາກາວ ມີຄວາມຈະເລີນຮຸ່ງເຮືອງ ແລະ ສະຖຽນລະພາບພາຍໃຕ້ການປົກປ້ອງຂອງກົດໝາຍພື້ນຖານ ມາກາວ... ການວິເຄາະຂອງເຂົາເຈົ້າ ໄດ້ສ່ອງແສງໃຫ້ເຫັນເຖິງຜົນສໍາເລັດອັນຍິ່ງໃຫຍ່ແຫ່ງການຈັດຕັ້ງປະຕິບັດລະບອບ “ປະເທດດຽວສອງລະບອບ” ຢູ່ມາກາວ ເຊິ່ງລະບອບນີ້ໄດ້ຄໍ້າຊູຄວາມຜາສຸກອັນໜັກແໜ້ນ ຂອງປະຊາຊົນມາກາວ.