ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ໄດ້ຮັບຫລຽນກຽດຕິຄຸນ

ໃນວັນທີ 18 ທັນວາ 2024 ທີ່ນະຄອນຫລວງວຽງຈັນ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ໄດ້ຮັບຫລຽນກຽດຕິຄຸນອາທິດອຸໄທ, ດາວຄຳ ແລະ ດາວເງິນ (ຊັ້ນ2) ເຊິ່ງເປັນໜຶ່ງໃນກຽດຕິຄຸນພົນລະເຮືອນ ທີ່ສູງທີ່ສຸດຂອງຍີ່ປຸ່ນ ຈາກສົມເດັດພະເຈົ້າຈັກກະພັດແຫ່ງຍີ່ປຸ່ນ, ຕາງໜ້າມອບໂດຍທ່ານ ໂຄອິຊຶມິ ຊຶໂຕມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ.

ທ່ານ ໂຄອິຊຶມິ ຊຶໂຕມຸ ໄດ້ສະແດງຄວາມຍິນດີຕໍ່ ປະທານສະມາຄົມມິດຕະພາບ ລາວ-ຍີ່ປຸ່ນ ແລະ ໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນໃນການເພີ່ມທະວີຮັດແໜ້ນສາຍພົວພັນ ລະຫວ່າງລາວ ແລະ ຍີ່ປຸ່ນ ໂດຍສະເພາະໃນຂົງເຂດການສຶກສາ ແລະ ກິລາ. ໃນເວລາທີ່ທ່ານ ພຸດ ສິມມາລາວົງ ດຳລົງຕຳແໜ່ງ ເປັນຮອງຄະນະບໍດີ ແລະ ເປັນຄະນະບໍດີ ຄະນະວິທະຍາສາດສັງຄົມ, ມະຫາວິທະຍາໄລແຫ່ງຊາດ, ທ່ານໄດ້ອຸທິດຕົນ ໃນການສະໜັບສະໜຸນນັກຄົ້ນຄວ້າຄົນຍີ່ປຸ່ນທີ່ຢູ່ໃນຄະນະ, ທັງຍັງໄດ້ໃຫ້ການປຶກສາໃນການສຳຫລວດ ແລະ ຄົ້ນຄວ້າຂອງເຂົາເຈົ້າ ພ້ອມທັງຍັງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ໃນການສ້າງນັກຄົ້ນຄວ້າຄົນຍີ່ປຸ່ນ ທີ່ຄົ້ນຄວ້າກ່ຽວກັບປະເທດລາວແລະ ການແລກປ່ຽນທາງວິຊາການ ລະຫວ່າງລາວ ແລະ ຍີ່ປຸ່ນ.

ພ້ອມກັນນີ້, ຍັງໄດ້ປັບປຸງຄຸນະພາບ ຂອງຄູອາຈານ ຜ່ານການຊ່ວຍເຫລືອລ້າພາຍໃຕ້ໂຄງການປັບປຸງວິທະຍາໄລຄູ ໂດຍປະສານງານຢ່າງໃກ້ຊິດ ກັບອົງການຮ່ວມມືສາກົນຍີ່ປຸ່ນ (JICA) ແລະ ໄດ້ປັບປຸງປຶ້ມແບບຮຽນຄະນິດສາດ ຊັ້ນປະຖົມສຶກສາ ພາຍໃຕ້ ໂຄງການປັບປຸງການຮຽນ-ການສອນ ຄະນິດສາດ ຊັ້ນປະຖົມສຶກສາ ຜ່ານການຮ່ວມມືທາງດ້ານວິຊາການ. ນອກຈາກນີ້, ຍັງໄດ້ເອົາໃຈໃສ່ຕໍ່ວຽກງານ ສົ່ງລັດຖະກອນລາວ ໄປຮຽນຕໍ່ທີ່ປະເທດຍີ່ປຸ່ນ ຜ່ານການຊ່ວຍເຫລືອລ້າທີ່ລວມທັງ ໂຄງການທຶນການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ (JDS). ປັດຈຸບັນ, ມີນັກສຶກສາລະດັບປະລິນຍາໂທ 156 ທ່ານ ແລະ ລະດັບປະລິນຍາເອກ 39 ທ່ານ ທີ່ໄດ້ຖືກສົ່ງໄປເພື່ອສຶກສາຕໍ່ທີ່ປະເທດຍີ່ປຸ່ນ. ພ້ອມນີ້, ທ່ານຍັງໄດ້ເອົາໃຈໃສ່ ໃນການສ້າງຄວາມເຂັ້ມແຂງ ດ້ານການສຶກສາພາສາຍີ່ປຸ່ນໃນປະເທດລາວ. ໃນປີ 2021, ຈຳນວນຜູ້ຮຽນພາສາຍີ່ປຸ່ນໄດ້ເພີ່ມຂຶ້ນເປັນ 3 ທົບ (ຈາກ1.046 ຄົນເປັນ 3,118 ຄົນ) ທຽບໃສ່ປີ 2015 ທີ່ລິເລີ່ມໂຄງການ. ນັບແຕ່ປີ 2021 ເຖິງປັດຈຸບັນ, ທ່ານ ພຸດ ສິມມາລາວົງ ໄດ້ຮ່ວມກັບລັດຖະບານຍີ່ປຸ່ນ ແລະ ອົງການຈັດຕັ້ງສາກົນ ປະຕິບັດນະໂຍບາຍຕ່າງໆຢ່າງຕັ້ງໜ້າ ເພື່ອຟື້ນຟູໂອກາດທາງດ້ານການສຶກສາ ທີ່ສູນເສຍໄປຍ້ອນພະຍາດໂຄວິດ-19 ເປັນຕົ້ນ ການຈັດຕັ້ງລະບົບການຮຽນຮູ້ເສີມ ໂດຍນຳເອົາການຮຽນຮູ້ແບບດີຈິຕອນ ເຂົ້າມານຳໃຊ້ ພ້ອມທັງໄດ້ເຂົ້າຮ່ວມງານຕ່າງໆ ເພື່ອເຜີຍແຜ່ໝາກຜົນການຊ່ວຍເຫລືອຂອງປະເທດຍີ່ປຸ່ນ ແລະ ຍັງໄດ້ປະກອບສ່ວນຢ່າງໃຫຍ່ຫລວງ ໃນການສ້າງຄົນທີ່ມັກປະເທດຍີ່ປຸ່ນ ໃຫ້ກາຍເປັນຜູ້ສືບທອດຂອງທ່ານຕໍ່ໄປໃນອະນາຄົດຕື່ມອີກ.