ທະນາຄານພັດທະນາລາວ ສາຂາແຂວງຄຳມ່ວນ ດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງໜ່ວຍພັກ

ກອງປະຊຸມໃຫຍ່ຄັ້ງທີ VIII ຂອງໜ່ວຍພັກທະນາຄານພັດທະນາລາວ (ທພລ) ສາຂາແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 16 ທັນວາ 2024 ໂດຍເປັນປະທານຂອງ ສະຫາຍ ພຸດທະວີໄຊ ບຸດດາວົງ ເລຂາໜ່ວຍພັກ ທພລ ສາຂາຄໍາມ່ວນ, ເຂົ້າຮ່ວມມີ ສະຫາຍ ພູມະໂນ ລັດຖະຈັກ ເລຂາຮາກຖານທະນາຄານ ແຂວງຄຳມ່ວນ, ມີຕາງໜ້າຄະນະຮັບຜິດຊອບຊຸກຍູ້ກອງປະຊຸມໜ່ວຍພັກຂັ້ນແຂວງ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງທັງສອງພາກ ໂດຍສະເພາະແມ່ນຜົນງານໃນການນຳພາ-ຊີ້ນຳ ຂອງຄະນະໜ່ວຍພັກ, ສະມາຊິກພັກໃນໄລຍະຜ່ານມາ ສາມາດເຮັດລ້ອນໜ້າທີ່ໃນຫຼາຍດ້ານ ແລະ ສາມາດບັນລຸຜົນສຳເລັດຕາມແຜນການທີ່ວາງໄວ້, ບັນດາສະມາຊິກພັກໄດ້ມີແນວຄິດອຸ່ນອຽງທຸ່ນທ່ຽງເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີຈັນຍາບັນ, ຈັນຍາທຳ, ມີລະບຽບວິໄນ, ມີການຕັດສິນໃຈສູງ ແລະ ມີນ້ຳໃຈເສຍສະຫຼະ. ພ້ອມກັນນີ້ກອງປະຊຸມຍັງໄດ້ເປັນເອກະພາບຮັບຮອງເອົາບົດລາຍງານການເມືອງ, ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ, ທິດທາງແຜນການໃນ 5 ປີ ແລະ ຄາດໝາຍສູ້ຊົນໃນຕໍ່ຫນ້າ ພ້ອມທັງກຳນົດມາດຕະການ ແລະ ວິທີການຈັດຕັ້ງປະຕິບັດ ເພື່ອເພີ່ມທະວີຄວາມສາມາດໃນການນຳພາ-ຊີ້ນຳ ຂອງຄະນະໜ່ວຍພັກໃຫ້ເຂັ້ມແຂງ, ໜັກແໜ້ນ ແລະ ທັນກັບຄວາມຕ້ອງການຂອງວຽກງານ.
ກອງປະຊຸມຄັ້ງນີ້ ສະມາຊິກພັກສົມບູນໄດ້ພ້ອມກັນປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ ເຊິ່ງໃນມະຕິຂອງກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງເຫັນດີເປັນເອກະພາບຮັບຮອງເອົາສະຫາຍ ພຸດທະວີໄຊ ບຸດດາວົງ ເປັນເລຂາ,ສະຫາຍ ເພັດສົມພູ ຊອນລະດາ ເປັນຮອງເລຂາ ທັງເປັນຜູ້ກວດກາໜ່ວຍພັກ.
ສະຫາຍ ພູມະໂນ ລັດຖະຈັກ ໄດ້ມີຄໍາເຫັນໂອ້ລົມ ກ່ອນອື່ນແມ່ນໄດ້ຍ້ອງຍໍຊົມເຊີຍຕໍ່ການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮຽກຮ້ອງໃຫ້ ຄະນະພັກຊຸດໃໝ່ ຈົ່ງພ້ອມກັນສືບຕໍ່ປັບປຸງກົງຈັກຂອງໜ່ວຍພັກ, ມີການແບ່ງຄວາມຮັບຜິດຊອບພາຍໃນໜ່ວຍພັກໃຫ້ລະອຽດຈະແຈ້ງ, ມີແບບແຜນນຳພາ-ແບບແຜນວິທີເຮັດວຽກບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ພ້ອມກັນເຕົ້າໂຮມຄວາມສາມັກຄີໃຫ້ໜັກແໜ້ນ ເພື່ອສ້າງເປັນໜ່ວຍພັກປອດໃສ ເຂັ້ມແຂງ ແລະ ໜັກແໜ້ນໃນຕໍ່ໜ້າ.
ຂ່າວ-ພາບ: ກອງຄຳ