ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ເຄື່ອນໄຫວຊຸກຍູ້ວຽກງານຢູ່ແຂວງຄໍາມ່ວນ

ວັນທີ 16 ທັນວາ 2024 ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງຄໍາມ່ວນ ໂດຍໄດ້ ການຕ້ອນຮັບຂອງທ່ານ ວັນໄຊ ຟອງສະຫວັນ ເຈົ້າແຂວງຄໍາມ່ວນ.

ໂອກາດນີ້ ທ່ານ ມະໄລທອງ ກົມມະສິດ ໄດ້ແຈ້ງຈຸດປະສົງ ແລະ ແຜນການເຄື່ອນໄຫວຂອງການມາເຮັດວຽກໃນຄັ້ງນີ້, ເພື່ອນໍາພາຊ່ຽວຊານ ຈາກ ສ. ເກົາຫຼີ ມາຮຽນຮູ້ກ່ຽວກັບສະພາບການພັດ ທະນາເສດຖະກິດ-ສັງຄົມ, ທ່າແຮງບົ່ມຊ້ອນຂອງແຂວງ ເພື່ອກຽມຄວາມພ້ອມໃນການສ້າງແຜນພັດທະນາອຸດສາຫະກຳປຸງ ແຕ່ງ ແລະ ການຄ້າ 5 ປີ (2026-2030), ເກັບກໍາຂໍ້ມູນກ່ຽວ ຂ້ອງທ່າແຮງດ້ານອຸດສາຫະກໍາທ່ອງທ່ຽວ, ສຳຫຼວດທ່າແຮງ ແລະ ການພັດທະນາຂອງແຂວງ ໂດຍສະເພາະຂະແໜງການທ່ອງທ່ຽວທີ່ຮັກສາສິ່ງແວດລ້ອມ, ການຜະລິດກະສິກໍາ ແລະ ອຸດສາຫະກໍາໝູນວຽນ ເພື່ອສະເໜີຕໍ່ທ່ານຊ່ຽວຊານໃຫ້ຄໍາແນະນໍາ ແລະ ມີຄໍາຄິດເຫັນຕໍ່ແນວທາງການພັດທະນາໃນຕໍ່ໜ້າ ຕາມທິດ ສີຂຽວ ຍືນຍົງ. ພ້ອມນັ້ນຍັງຈະໄດ້ຈັດກອງປະຊຸມສໍາມະນາຮ່ວມກັບພາກທຸລະກິດຕື່ມອີກ.

ທ່ານເຈົ້າແຂວງຄໍາມ່ວນ ຍັງໄດ້ນໍາພາຄະນະຂອງທ່ານລັດຖະ ມົນຕີ ແລະ ຊ່ຽວຊານ ເຄື່ອນໄຫວຢ້ຽມຢາມ ບັນດາຫົວໜ່ວຍທຸລະກິດຜູ້ປະກອບການຈໍານວນໜຶ່ງພາຍໃນແຂວງ ເປັນຕົ້ນແມ່ນຢ້ຽມຢາມຕະຫລາດຫຼັກ 3, ຮ້ານຫັດຖະກໍາວິນາພາ ທີ່ຮວບຮວມຜົນງານຂອງກຸ່ມຜູ້ຜະລິດຈາກທຸກເມືອງໃນແຂວງ ແລະ ນຳມາປະດິດຕໍ່ຍອດເພື່ອສ້າງມູນຄ່າເພີ່ມ, ຢ້ຽມຊົມໂຮງສີເຂົ້າວານິດາ ທີ່ມີໄດ້ຮັບການຢັ້ງຢືນ GMP ແລະ ສົ່ງອອກໄປຍັງຕະຫຼາດເອີລົບ ແລະ ອາເມລິກາ, ໂຮງງານກະແລ້ມ ສີສົມຮັກ ບ້ານນາເມືອງ ທີ່ເປັນໜຶ່ງກິດຈະການທີ່ສາມາດຄວບຄຸມຕົ້ນທຶນການຜະລິດ ເພື່ອແຂ່ງຂັນ ກັບກະແລັມນໍາເຂົ້າ, ຢ້ຽມຊົມໂຄງການລ້ຽງປາກະຊັງ ບ້ານທ່າແຂກໃຕ້ ທີ່ມີການລ້ຽງປານິນ (80%) ແລະ ປາດຸກ (20%) ປ້ອນຕະຫຼາດພາຍໃນແຂວງ ແລະ ຢ້ຽມ ຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ບ້ານດົງໃຕ້ ເມືອງທ່າແຂກ ເຊິ່ງບໍລິສັດດັ່ງກ່າວ ເປັນບໍລິສັດໜຶ່ງທີ່ມີການລົງທຶນຂະໜາດໃຫຍ່ດ້ານການຂຸດຄົ້ນແຮ່ໂປຕາສ ຢູ່ປະເທດລາວ ແລະ ມີກໍາລັງການຜະລິດຂະໜາດໃຫຍ່ ເປັນອັນດັບ 4 ຂອງໂລກ.

ທີ່ມາ: ຂ່າວແຂວງຄໍາມ່ວນ