ນຳສະເໜີໜັງສືພະໄຕປີດົກລາວ ສະບັບ ອັກສອນປາລີ ແລະ ອັກສອນລາວ

ພິທີຖະແຫລງຂ່າວ ການນຳສະເໜີໜັງສືພະໄຕປີດົກລາວ ສະບັບອັກສອນປາລີ ແລະ ອັກສອນລາວ ຈັດຂຶ້ນໃນວັນທີ 16 ທັນວາ 2024 ທີ່ຫໍທໍາມະສະພາວັດພະທາດຫລວງເໜືອ ນະຄອນຫລວງວຽງຈັນ ເພື່ອເປັນການສົ່ງເສີມການ ເຜີຍແຜ່ຄຳສອນໃນທາງພຸດທະສາສະໜາ ແລະ ເພື່ອເປັນການສ້າງຂະບວນ ການສະກຽມຄວາມພ້ອມ ຂ່ຳນັບຮັບຕ້ອນວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ໃນປີ 2025 ໂດຍມີ ພະອາຈານ ອະທິປະ ໄຕ ໄມຕີຈິດ ຄະນະບໍລິຫານງານປະຈຳການ ຫົວໜ້າຫ້ອງການບໍລິຫານງານ ສູນກາງອົງການ ພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ (ອພສ), ພ້ອມດ້ວຍບັນດາແຂກຖືກເຊີນເຂົ້າຮ່ວມ.

ໂອກາດນີ້, ພະອາຈານ ອະທິປະໄຕ ໄມຕີຈິດ ໄດ້ກ່າວວ່າ: ສູນ ກາງອົງການ ພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ ໄດ້ຮຽບ ຮຽງ ພະໄຕປີດົກລາວ ເຊິ່ງເປັນຄຳພີທີ່ບັນທຶກຄຳສອນ ໃນທາງພຸດທະສາສະໜາ ອອກເປັນສະບັບອັກສອນປາລີລາວ ແລະ ສະບັບອັກສອນລາວ ເພື່ອໃຫ້ພະສົງ-ສາມະເນນ ແລະ ບັນດາທ່ານໄດ້ສຶກສາຮຽນຮູ້ ເຊິ່ງເປັນສະບັບຂອງຄົນລາວ ທີ່ສົມບູນທີ່ສຸດເທົ່າທີ່ເຄີຍຈັດພິມມາ. ພະໄຕປີດົກ ປະກອບໄປດ້ວຍ 3 ຄຳພີຄື: ພະວິໄນປິດົກ, ພະສູດຕັນຕະປິດົກ ແລະ ພະອະພິທໍາປິດົກ. ພະວິໄນປິດົກ ແມ່ນລະບຽບວິໄນ ກໍຄືສິກຂາບົດຂອງ ພະພິກຂຸ ແລະ ພິກຂຸນີ ມີ 5 ຄໍາພີ ເປັນຕົ້ນ ອາທິກໍາມິກະ, ປາຈິດຕີ, ມະຫາວັກຄະ, ຈຸລະວັກຄະ ແລະ ປະຣິວາຣະວັກຄະ. ສຳລັບພະສູດຕັນຕະປິດົກ ແມ່ນປະມວນຄໍາເທສນາ ຫລື ສົນທະນາໂຕ້ ຕອບ ຂອງພະພຸດທະເຈົ້າ ໃນໂອກາດຕ່າງໆ, ສະຖານທີ່ຕ່າງໆ ແລະ ກັບບຸກຄົນຕ່າງໆ ມີທັງເປັນບົດເທສນາຍືດຍາວ, ບົດສົນທະນາຖາມ-ຕອບ ແກ້ໄຂບັນຫາຕ່າງໆ ໂດຍແບ່ງເປັນ 5 ຄໍາພີ ຄື: ທີຄະນິກາຍ, ມັດຊິມະນິກາຍ, ສັງຍຸດຕະນິກາຍ, ອັງຄຸດຕະຣະນິກາຍ ແລະ ຂຸດທະກະນິກາຍ.
ສ່ວນພະສູດຕັນຕະປິດົກ ມີທັງໝົດ 21.000 ພະທໍາມະຂັນ. ພະອະພິທໍາມະປິດົກ ແມ່ນປະຣະມັດຖະທໍາ ຫລື ທໍາມະຊັ້ນສູງ ທີ່ເປັນພຸດທະປຣັດຊະຍາ ໂດຍມີເນື້ອໃນກ່ຽວກັບ 4 ຫົວຂໍ້ໃຫຍ່ ຄື: ຈິດ, ເຈຕະສິກ, ຮູບ ແລະ ນິພານ ພະອະພິທໍາແບ່ງເປັນ 7 ຄໍາພີ ຄື: ສັງຄະນີ, ວິພັງຄະ, ທາຕຸກະຖາ, ປຸກຄະລະບັນຍັດ, ກະຖາວັດຖຸ, ຍະມະກະ ແລະ ປັດຖານະ ໂດຍລະອຽດ ພະອະພິທໍາມະປິດົກ ມີທັງໝົດ 42,000 ພະທໍາມະຂັນ, ໂຮມເຂົ້າກັນທັງ 3 ປີດົກ ເປັນ 84,000 ພະທໍາມະຂັນ (ແປດໝື່ນສີ່ພັນຫົວບົດ). ປັດຈຸບັນ ໄດ້ມີການຈັດພິມໄປແລ້ວບາງສ່ວນໃນ ເບື້ອງຕົ້ນ.
ການຈັດພິມຄັ້ງນີ້ ແມ່ນໄດ້ຈັດພິມ ສະບັບອັກສອນປາລີລາວ ຈຳນວນ 1,250 ຊຸດ ແລະ ສະບັບອັກສອນລາວ ຈຳນວນ 3,750 ຊຸດ ລວມທັງສະບັບແມ່ນ 5,000 ຊຸດ. ເປີດໃຫ້ບູຊາ ຊຸດລະ 9,999,000 ກີບ, ເຊິ່ງພິທີເປີດຕົວ ຢ່າງເປັນທາງການຈະໄດ້ຈັດຂຶ້ນໃນວັນທີ 18 ທັນວາ 2024 ທີ່ລານດ້ານໜ້າຮູບ ປັ້ນ ເຈົ້າໄຊຍະເສດຖາທິຣາດ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ໂດຍໃນພິທີຈະໄດ້ຮັບຟັງຄວາມເປັນມາ, ຄວາມໝາຍ, ຄວາມສຳຄັນ ຂອງພະໄຕປີດົກລາວ.

ທີ່ມາ: ວສລ