ວັນທີ 16 ທັນວາ 2024 ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ ຈັດກອງປະຊຸມປະກອບຄຳຄິດເຫັນກ່ຽວກັບການໂຄສະນາອາຫານ, ຢາ ແລະ ຜະລິດຕະພັນທາງການແພດ ເພື່ອປະສານສົບທົບໃນການຈັດຕັ້ງປະຕິບັດການຄຸ້ມຄອງ ແລະ ກວດກາການໂຄສະນາ ທີ່ບໍ່ໄດ້ຮັບອະນຸຍາດ ໂດຍການເປັນປະທານຂອງ ທ່ານ ປອ.ດຣ. ບຸນຊູ ແກ້ວຫາວົງ ຫົວໜ້າກົມອາຫານ ແລະ ຢາ, ມີກົມອະນາໄມ, ກອງກວດກາອາຫານ ແລະ ຢາ, ກົມແຂ່ງຂັນທຸລະກິດ ແລະ ກວດກາການຄ້າ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກົມຕຳຫລວດສິ່ງແວດລ້ອມ, ກົມສື່ມວນຊົນ, ຕ່າງໜ້າຈາກສຳນັກສື່ຕ່າງໆ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມດັ່ງກ່າວ, ແຕ່ລະພາກສ່ວນໄດ້ປະກອບຄຳເຫັນແນ່ໃສ່ການຮ່ວມມືກັນໃນການຈັດຕັ້ງປະຕິບັດຄຸ້ມຄອງ ແລະ ກວດກາ ການໂຄສະນາອາຫານ, ຢາ ແລະ ຜະລິດຕະພັນທາງການແພດ ຕາມຊ່ອງທາງຕ່າງໆ ເພື່ອສະກັດກັ້ນການໂຄສະນາກ່ຽວອາຫານ, ຢາ ແລະ ຜະລິດຕະພັນທາງການແພດ ທີ່ບໍ່ຖືກຕ້ອງ, ໂດຍສະເພາະຜະລິດຕະພັນທີ່ບໍ່ໄດ້ຂຶ້ນທະບຽນ, ບໍ່ໄດ້ຮັບອະນຸຍາດ ຈາກກົມອາຫານ ແລະ ຢາ, ມີການໂຄນາສິນຄ້າເກີນຄວາມຈິງ. ການໂຄສະນາອວດອ້າງສັບພະຄຸນ ທີ່ອາດເຂົ້າຂ່າຍການຕົວະຍົວະຫລອກລວງຜູ້ບໍລິໂພກ ທັງໝົດນັ້ນກໍເພື່ອເຮັດຜູ້ບໍລິໂພກໄດ້ຮັບຄວາມປອດໄພ.
ທ່ານນາງ ກອງມະນີ ນາມມະວົງມີໄຊ ຫົວໜ້າພະແນກຄຸ້ມຄອງໂຄສະນາ ແລະ ຂ່າວສານ, ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກໄດ້ຍົກໃຫ້ເຫັນບາງມາດຕາທີ່ສຳຄັນຂອງຂໍໍ້ຕົກລົງ: ວ່າດ້ວຍການຄຸ້ມຄອງໂຄສະນາອາຫານ, ຢາ ແລະ ຜະລິດຕະພັນການແພດ ເລກທີ1494/ສທ ລົງວັນທີ 6/7/2016 ເຊັ່ນ: ມາດຕາ4 ການຄຸ້ມຄອງການເຜີຍແຜ່ ແລະ ການໂຄສະນາ ໄດ້ລະບຸວ່າ: ການເຜີຍແຜ່ ແລະ ໂຄສະນາອາຫານ, ອາຫານເສີມ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ ແລະ ອຸປະກອນການແພດຈະດໍາເນີນໄດ້ກໍ່ຕໍ່ເມື່ອໄດ້ຮັບອະນຸຍາດທາງດ້ານເນື້ອໃນ, ຮູບແບບ ແລະ ສະຖານທີ່ຈາກກະຊວງສາທາລະນະສຸກກ່ອນ ເພື່ອແນໃສ່ຮັບປະກັນໃຫ້ຜູ້ບໍລິໂພກນຳໃຊ້ຖືກ ຕ້ອງ, ສົມເຫດ ສົມຜົນ ແລະ ມີຄວາມປອດໄພ.
ນອກຈາກນັ້ນ, ມາດຕາທີ16 ໄດ້ກຳນົດ 4 ຂໍ້ຫ້າມ ການໂຄສະນາອາຫານ, ຢາ ແລະ ຜະລິດຕະພັນທາງການແພດ ຄື:
1. ຫ້າມທຸກຮູບແບບການເຜີຍແຜ່ ແລະ ໂຄສະນາຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດຢູ່ພາຍໃນ ແລະ ຕ່າງປະເທດ ທີ່ບໍ່ໄດ້ຮັບອະນຸຍາດດ້ານເນື້ອໃນຈາກ ກະຊວງສາທາລະນະສຸກ.
2. ຫ້າມການເຜີຍແຜ່ ແລະ ໂຄສະນາຢາຫຼວງ ແລະ ຢາພື້ນເມືອງ ລວມທັງຜະລິດຕະພັນເສີມສຸຂະພາບ ດ້ວຍຮູບແບບການຈົກສະຫຼາກ, ຊີງໂຊກ, ຊັກຊວນແບບຕ່ອງໂສ້ ແລະ ແຂ່ງຂັນໃຫ້ລາງວັນ ອື່ນໆ.
3. ຫ້າມເຜີຍແຜ່ ແລະ ໂຄສະນາຜະລິດຕະພັນອາຫານ ຫຼື ອາຫານເສີມ ລວມທັງຜະລິດຕະພັນເສີມສຸຂະພາບ ແລະ ເຄື່ອງສໍາອາງທີ່ກ່າວອ້າງເຖິງສັບພະຄຸນໃນການປິ່ນປົວພະຍາດທັງພາກລັດ ແລະ ເອກະຊົນ.4. ຫ້າມເຜີຍແຜ່ ແລະ ໂຄສະນາຢາ ແລະຜະລິດຕະພັນການແພດຢູ່ໃນສະຖານທີ່ບໍລິການສາທາລະນະສຸກທຸກຂັ້ນທີ່ບໍ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກ.