ເຈົ້າແຂວງຈຳປາສັກ ລົງຊຸກຍູ້ສະຫະກອນຜະລິດຫັັດຖະກຳຈັກສານໄມ້ປ່ອງ ໂພນສະອາດ
ໃນໂອກາດເຄື່ອນໄຫວເຮັດວຽກຢູ່ເມືອງໂຂງລະຫວ່າງວັນທີ 16-18 ທັນວາ 2024 ນີ້, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ໄດ້ລົງຢ້ຽມຢາມພໍ່ແມ່ປະຊາຊົນຊາວບ້ານໂພນສະອາດ ທີ່ຢຶດຖືເອົາອາຊີບຈັກສານໄມ້ປ່ອງເປັນອາຊີບເສີມສ້າງລາຍຮັບໃຫ້ກັບຄອບຄົວ.
ປະຊາຊົນຊາວບ້ານໂພນສະອາດ ເປັນຊົນເຜ່ົາບະເຣົາ, ພາຍໃນບ້ານມີປະຊາກອນທັງໝົດ 2,783 ຄົນ ຍິງ 1,847 ຄົນ, ມີ 253 ຄອບຄົວ, ປະຊາຊົນຖືອາຊີບເຮັດນາເປັນຕົ້ນຕໍ, ການລ້ຽງສັດ ແລະ ຈັກສານໄມ້ປ່ອງເປັນອາຊີບສຳຮອງ. ສະຫະກອນຜະລິດຫັດຖະກໍາຈັກສານໄມ້ປ່ອງ ໂພນສະອາດ ປະກອບມີ 6 ໜ່ວຍງານ, ມີ 15 ຈຸງານ, ມີສະມາຊິກທັງໝົດ 178 ຄົນ ຍິງ 96 ຄົນ. ນັບແຕ່ຕົ້ນປີ 2024 ສາມາດຜະລິດຫວດໄດ້ 28,200 ໜ່ວຍ, ກະຕ່າໃຫຍ່ 1,830 ໜ່ວຍ, ກະຕ່າກາງ 2,142 ໜ່ວຍ ແລະ ກະຕ່ານ້ອຍ 2,708 ໜ່ວຍ, ກະບຽນ 13,900 ໃບ ລວມມູນຄ່າທັງໝົດ 557 ລ້ານກວ່າກີບ; ນອກຈາກນັ້ນ, ພາຍໃນສະຫະກອນຍັງໄດ້ຜະລິດສິນຄ້າອອກມາໃໝ່ເຊັ່ນ: ໂອ-ຂັນ, ກະຕ່າຂັນໝາກ, ໂຄມໄຟ, ຕິບເຂົ້າ, ກະຕ່າຫວາຍ (ລາຍຊຽງຂວາງ), ກະດົ້ງ, ເຂີງຮ່ອນຮຳ, ກະບຸງ ແລະ ອື່ນໆ. ສິນຄ້າທັງໝົດແມ່ນວາງຂາຍພາຍໃນຮ້ານຂອງສະຫະກອນເອງ ແລະ ຂາຍທາງອອນໄລ ລວມມູນຄ່າຈຳໜ່າຍໄດ້ທັງໝົດ 719 ລ້ານກວ່າກີບ.
ໂອກາດນີ້, ສະຫະກອນຜະລິດຫັດຖະກໍາຈັກສານໄມ້ປ່ອງ ໂພນສະອາດ ໄດ້ສະເໜີໃຫ້ຂັ້ນເທິງຄົ້ນຄວ້າຊອກຫາແຫຼ່ງທຶນດອກເບ້ຍຕ່ຳ ເພື່ອຈະນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນ ແລະ ຮີບດ່ວນ; ອີກອັນໜຶ່ງ ຢາກຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງເຂົ້າມາຕິດຕາມເປັນພິເສດ ກໍຄືໄມ້ປ່ອງທີ່ມີຢູ່ພາຍໃນຂອບເຂດບ້ານໂພນສະອາດຊຶ່ງປັດຈຸບັນພວມຕົກຢູ່ໃນພາວະຂາດວັດຖຸດິບເພື່ອນຳໃຊ້ເຂົ້າໃນການຜະລິດ ສາເຫດແມ່ນຍ້ອນມີປະຊາຊົນບາງຈຳນວນເປັນຄົນຕ່າງຖິ່ນໄດ້ເຂົ້າມາລັກລອບຕັດໄມ້ປ່ອງນຳໄປຂາຍໃນຖິ່ນອື່ນ ເຮັດໃຫ້ຈຳນວນໄມ້ປ່ອງທີ່ມີຢູ່ຫຼຸດລົງຢ່າງໜ້າເປັນຫ່ວງ.
(ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ ສະຖານີວິທະຍຸ-ໂທລະພາບເມືອງໂຂງ)