ຈີນ ສ້າງໂອກາດຢ່າງຫລວງຫລາຍໃຫ້ແກ່ການພັດທະນາຂະແໜງການຖົ່ວລຽນຂອງບັນດາປະເທດອາຊີ

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ:

ຈີນ ເປັນປະເທດນຳເຂົ້າ ແລະ ບໍລິໂພກຖົ່ວລຽນໃຫຍ່ທີ່ສຸດຂອງໂລກ. ຫລັງຈາກຖົ່ວລຽນຈາກຫລາຍປະເທດອາຊີຕາເວັນອອກສຽງໃຕ້ ໄດ້ຮັບການອະນຸມັດສົ່ງເຂົ້າປະເທດຈີນ ແລ້ວໄດ້ສ້າງທາງເລືອກອັນ ຫລາກຫລາຍອຸດົມສົມບູນໃຫ້ແກ່ຜູ້ບໍລິໂພກຈີນ ຕື່ມອີກ.

ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາ ປີນີ້, ປະລິມານການນຳເຂົ້າ ຖົ່ວລຽນຂອງຈີນ ໄດ້ສ້າງສະຖິຕິໃໝ່ອີກຄັ້ງໜຶ່ງ ໂດຍນຳເຂົ້າຖົ່ວລຽນສົດ ຫລາຍກວ່າ 1.487.700 ໂຕນ, ມູນຄ່າການນຳເຂົ້າ ມີເຖິງ 47.235 ລ້ານຢວນ; ປະລິມານການນຳເຂົ້າຖົ່ວລຽນແຊ່ເຢັນ, ຖົ່ວລຽນບົດ ແລະອື່ນໆມີຫລາຍ ກວ່າ 60.000 ໂຕນ, ມູນຄ່າການນຳເຂົ້າມີເຖິງ 3.385 ລ້ານຢວນ.

ໃນຮອບໜຶ່ງປີທີ່ຜ່ານມາ,ບັນດາປະເທດອາຊີຕາເວັນອອກສຽງໃຕ້ໄດ້ມີການແຂ່ງຂັນກັນຢ່າງດຸເດືອດໃນຕະຫລາດຈີນ ໂດຍມີປະເທດໄທ ແລະ ຫວຽດນາມ ທີ່ເປັນສອງປະເທດສົ່ງໝາກຖົ່ວລຽນເຂົ້າຕະຫລາດຈີນ ຫລາຍກວ່າໝູ່, ຕໍ່ມາກໍມີ ຟິລິບປິນ ແລະ ມາເລເຊຍ ທີ່ເຂົ້າຮ່ວມຕາມຫລັງ ເຊິ່ງແຕ່ລະບາດກ້າວກໍເປັນການສ່ອງແສງໃຫ້ເຫັນເຖິງການເປີດກວ້າງ ແລະ ການເຂົ້າສູ່ລວງເລິກຂອງຕະຫລາດຈີນ. ໃນປີ 2025 ທີ່ໃກ້ຈະມາເຖິງນີ້ ຍັງຈະມີປະເທດໃໝ່ເຂົ້າຮ່ວມການແຂ່ງຂັນດັ່ງກ່າວເຊິ່ງຈະເຮັດໃຫ້ການແຂ່ງຂັນໃນຕະຫລາດການນຳເຂົ້າຖົ່ວລຽນຂອງຈີນ ນັບມື້ນັບດຸເດືອດຂຶ້ນ.

ຖົ່ວລຽນຂອງໄທ ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງໃນຕະຫລາດຈີນ ຍ້ອນມີຄຸນນະພາບດີ, ມີລົດຊາດທີ່ພິເສດ ແລະບວກກັບປັດໄຈຕ່າງໆ ເຊັ່ນການຈໍລະຈອນສິນຄ້າ, ນະໂຍບາຍ, ການທ່ອງທ່ຽວ ແລະອື່ນໆ ຈຶ່ງຄອງ ຖານະອັນດັບໜຶ່ງໃນຕະຫລາດການນຳເຂົ້າຖົ່ວລຽນຂອງຈີນ ມາຢ່າງ ຍາວນານ. ໃນລະຫວ່າງເດືອນມັງກອນ ຫາ ເດືອນຕຸລາ ປີນີ້, ຈີນ ໄດ້ນຳເຂົ້າ ຖົ່ວລຽນສົດຈາກໄທ ຫລາຍກວ່າ 784.700 ໂຕນ ທີ່ມີມູນຄ່າຫລາຍກວ່າ 27,4 ຕື້ຢວນ, ເປັນແຫລ່ງນຳເຂົ້າຖົ່ວລຽນໃຫຍ່ທີ່ສຸດຂອງຈີນ. ສ່ວນກະຊວງ ການຄ້າໄທ ໄດ້ຊ່ວຍປະສານສົມທົບກັບຝ່າຍຕ່າງໆ ເພື່ອຮັບປະກັນໃຫ້ ສົ່ງອອກມີຄວາມໂລ່ງລຽນ ພ້ອມທັງຊ່ວຍຍົກລະດັບຊື່ສຽງຂອງຖົ່ວລຽນໄທ.

ຫວຽດນາມ ກໍໄດ້ມີຜົນງານອັນພົ້ນເດັ່ນໃນຖານະເປັນປະເທດພັດທະນາຂຶ້ນມາໃໝ່ໃນດ້ານການສົ່ງອອກຖົ່ວລຽນ. ນັບແຕ່ໄດ້ຮັບການອະນຸມັດສົ່ງຖົ່ວລຽນສົດເຂົ້າຕະຫລາດຈີນ ໃນປີ 2022, ການສົ່ງອອກຖົ່ວລຽນຂອງຫວຽດນາມເຂົ້າສູ່ຕະຫລາດຈີນ ໄດ້ເພີ່ມຂຶ້ນຢ່າງຫລວງຫລາຍ.ເນື່ອງຈາກວ່າການສົ່ງອອກຖົ່ວລຽນເຂົ້າຕະຫລາດຈີນ ມີໄລຍະທາງຂົນສົ່ງທີ່ສັ້ນ, ຕົ້ນທຶນຂ້ອນຂ້າງຕ່ຳ, ເຮັດໃຫ້ມີທ່າແຮງໃນດ້ານລາຄາເຊິ່ງໄດ້ສ້າງທາງເລືອກຫລາຍກວ່າເກົ່າໃຫ້ແກ່ລູກຄ້າຈີນ.

ຫລັງຈີນ ເປີດປະຕູຢ່າງເປັນທາງການຕໍ່ຖົ່ວລຽນສົດຂອງມາເລເຊຍໄດ້ເຮັດໃຫ້ຕະຫລາດການນຳເຂົ້າຖົ່ວລຽນຂອງຈີນ ມີຄວາມກະຕືລືລົ້ນ ຫລາຍຂຶ້ນກວ່າເກົ່າ. ກ່ອນໜ້ານີ້, ຖົ່ວລຽນ ທີ່ມາເລເຊຍ ສົ່ງເຂົ້າຈີນ ສ່ວນຫລາຍແມ່ນຖົ່ວລຽນແຊ່ເຢັນ. ໃນເດືອນສິງຫາ ປີນີ້, ຖົ່ວລຽນສົດ ຂອງມາເລເຊຍ ໄດ້ຮັບການອະນຸມັດສົ່ງເຂົ້າຕະຫລາດຈີນ ຢ່າງເປັນທາງການ ກວມເອົາຖົ່ວລຽນ 10 ສາຍພັນ. ອີງຕາມສະຖິຕິສະແດງ ໃຫ້ເຫັນວ່າ: ໃນລະຫວ່າງເດືອນມັງກອນ ຫາ ເດືອນຕຸລາ ປີນີ້, ຈີນ ນຳເຂົ້າ ຖົ່ວລຽນສົດຈາກມາເລເຊຍ ຫລາຍກວ່າ 240 ໂຕນ ມີມູນຄ່າຫລາຍກວ່າ 29 ລ້ານຢວນ.

ໃນປີ 2025 ທີ່ໃກ້ຈະມາເຖິງນີ້, ປະເທດລາວຕັ້ງຄວາມຫວັງຈະເຂົ້າໃນບັນຊີລາຍຊື່ປະເທດແຫລ່ງນຳເຂົ້າຖົ່ວລຽນຂອງຈີນ. ພາກສ່ວນທີ່ກ່ຽວຂ້ອງ ຂອງສອງປະເທດລາວ ແລະ ຈີນ ໄດ້ດຳເນີນການປຶກສາຫາລືກ່ຽວກັບການ ຈັດຖົ່ວລຽນຂອງລາວ ເຂົ້າໃນບັນຊີລາຍຊື່ສິນຄ້ານຳເຂົ້າຂອງຈີນ.

ປັດຈຸບັນ, ການປູກຖົ່ວລຽນຂອງລາວ ໄດ້ບັນລຸຂະໜາດໃດໜຶ່ງແລ້ວ. ກະຊວງກະສິກຳ ແລະ ປ່າໄມ້ ຂອງລາວ ລະບຸວ່າ: ເອກະສານອະນຸມັດ ທີ່ກ່ຽວຂ້ອງຂອງຈີນ ແມ່ນກຳລັງກະກຽມຢູ່, ຄາດວ່າຖົ່ວລຽນຂອງລາວ ຈະສາມາດສົ່ງເຂົ້າໄປຈີນ ໃນປີ 2025. ນອກນີ້, ຍ້ອນມີຜົນປະໂຫຍດ ຈາກທາງລົດໄຟ ຈີນ-ລາວ, ໃນອະນາຄົດ ຖົ່ວລຽນຂອງລາວ ມີຫວັງຈະຂົນ ສົ່ງໄປຮອດຜູ້ບໍລິໂພກຈີນ ພາຍໃນ 48 ຊົ່ວໂມງ ຫລັງຈາກເກັບຈາກຕົ້ນໄມ້.

ການເປີດກວ້າງຢ່າງຕໍ່ເນື່ອງຂອງການຄ້າຖົ່ວລຽນ ລະຫວ່າງບັນດາ ປະເທດອາຊີຕາເວັນອອກສຽງໃຕ້ ກັບ ຈີນ ເປັນໝາກຜົນແຫ່ງການ ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ຕະຫລາດທີ່ມີການເປີດ ປະຕູສູ່ພາຍນອກໃນລະດັບສູງ ແລະ ກຳລັງບົ່ມຊ້ອນຢ່າງໃຫຍ່ຫລວງ ໃນດ້ານການບໍລິໂພກຖົ່ວລຽນຂອງຈີນ ໄດ້ສ້າງໂອກາດຢ່າງໃຫຍ່ຫລວງ ໃຫ້ແກ່ຂະແໜງການຖົ່ວລຽນ ຂອງບັນດາປະເທດອາຊີຕາເວັນອອກ ສຽງໃຕ້ ໂດຍມີປະເທດນັບມື້ນັບຫລາຍກວ່າເກົ່າໄດ້ຮັບຜົນປະໂຫຍດ ຈາກຕະຫລາດການບໍລິໂພກ-ອຸປະໂພກຂອງຈີນ ເຊິ່ງເປັນສັກຂີພິຍານ ໃຫ້ແກ່ການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ລະຫວ່າງ ຈີນ ກັບບັນດາປະເທດອາຊີຕາເວັນອອກສຽງໃຕ້.