ໃນວັນທີ 10 ທັນວາ 2024ນີ້ ທ່ານ ພັອ ລໍາຄູນ ວໍລະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງສະຫວັນະເຂດ ພ້ອມດ້ວຍຂະແໜງທ່ອງທ່ຽວ, ຂະແໜງວັດທະນະທໍາ ແລະພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງຊຸກຍູ້ຊີ້ນໍາເພື່ອປັບປຸງ ພັດທະນາການທ່ອງທ່ຽວພຣະທາດອີງຮັງ ເຊິ່ງຕິດພັນກັບເທສະການກອງເຂົ້າໃຫຍ່ໄຫວ້ພຣະທາດອີງຮັງປະຈໍາປີ ພສ 2557 ເຊິ່ງຈະມີພິທີເປີດຢ່າງເປັນທາງການໃນລະຫວ່າງວັນທີ 13-15ທັນວາ 2024ນີ້.
ທ່ານ ພັອ ລໍາຄູນ ວໍລະວົງ ຫົວໜ້າພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະທ່ອງທ່ຽວແຂວງໃຫ້ຮູ້ວ່າ: ໂດຍປະຕິບັດຕາທິດຊີ້ນໍາຂອງການນໍາຂັ້ນແຂວງ ເພື່ອຈະໄດ້ລົງມາຕິດຕາມເບິ່ງກ່ຽວກັບສະຖານທີ່ທ່ອງທ່ຽວ ພຣະທາດອີງຮັງທີ່ເປັນບ່ອນສັກສິດຂອງຊາວແຂວງສະຫວັນນະເຂດທັງເປັນມໍລະດົກແຫ່ງຊາດ ທີ່ຈະພ້ອມກັນປັບປຸງຍົກລະດັບໃຫ້ກາຍເປັນແຫຼ່ງທ່ອງທ່ຽວທີ່ໃຫຍ່ສະນັ້ນໃນຈຸດທີ່ໄດ້ພ້ອມກັນຕິດຕາມ ກວດກາເບິ່ງແມ່ນຍັງມີຫຼາຍບ່ອນທີ່ຕ້ອງໄດ້ປັບປຸງ ,ບູລະນະຄືນຈໍານວນໜຶ່ງ ໂດຍການຮັກສາກ່ຽວກັບຮູບຊົງອັນເກົ່າ ແບບດັ້ງເດີມ, ບ່ອນໃດທີ່ເພພັງກໍຈະໄດ້ພ້ອມກັນຂຶ້ນແຜນເພື່ອແກ້ໄຂບັນຫາໃຫ້ສໍາເລັດ, ດັ່ງນັ້ນການນໍາຂອງຂອງພະແນກ ຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທຽວແຂວງຈຶ່ງໄດ້ພ້ອມກັນໄດ້ລົງຕິດຕາມເບິ່ງໂດຍສົມທົບກັບການຈັດຕັ້ງບ້ານ ບ້ານທາດອີງຮັງ ,ທັງພ້ອມກັນນໍາສະເໜີເປັນແຜນການລະອຽດ ແລະກໍໄດ້ໄປເບິ່ງຈຸດນໍ້າສ້າງໝູ ເພື່ອຈະໄດ້ພ້ອມກັນປັບປຸງ, ເຊິ່ງຕາມແຜນ ກ່ອນຈະເຂົ້າໄຫວ້ພຣະທາດອີງຮັງແມ່ນຈະໄດ້ເຮັດໃຫ້ຈິດໃຈບໍລິສຸດຜຸດພ່ອງ, ສະສາງລ້າງສ່ວຍສິ່ງທີ່ບໍ່ດີບໍ່ງາມອອກແລ້ວຈຶ່ງໄປໄຫ້ວພຣະທາດອີງຮັງ ດັ່ງນັ້ນ ນໍ້າສ້າງໝູຈຶ່ງເປັນຈຸດໜຶ່ງໃນການທີ່ຈະ ບູລະນະຄືນ ແລະ ຍັງມີແຫຼ່ງທ່ອງທ່ຽວຫຼາຍຈຸດໃນຂອບເຂດບ້ານທາດເຊັ່ນ: ໜອງລົ່ມທີ່ມີເສັ້ນທາງເຂົ້າໄປບ່ອນທ່ອງທ່ຽວທໍາມະຊາດ ດົງນາຕາດ , ເວົ້າລວມແລ້ວແຂວງສະຫວັນນະເຂດເຮົາມີບ່ອນກາບໄຫວ້ ໃນການທ່ອງທ່ຽວທີ່ແຂວງເຮົາກໍານົດຄື 03 ໄຫວ້ 04 ເບິ່ງ ແລະ 05 ຊົມ ໃຫ້ກາຍເປັນຈຸດສຸມຂອງແຂວງທັງກາຍເປັນເສດຖະກິດຂອງແຂວງອີກດ້ວຍ.
ໂອກາດນີ້ ທ່ານ ພັອ ລໍາຄູນ ວໍລະວົງ ກໍຍັງຮຽກຮ້ອງມາຍັງບັນດານັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດຈົ່ງພ້ອມກັນຊ່ວຍຊູຍູ້ໜູນ ການບູລະນະປະຕິສັງຂອນໃຫ້ຫຼາຍຂຶ້ນ.ຈາກນັ້ນ ທ່ານກໍໄດ້ເດີນທາງໄປຕິດຕາມເບິ່ງຮ້ານຂາຍປື້ມ, ຫໍພິພິຕະພັນແຂວງ ແລະບ່ອນອື່ນໆຕື່ມອີກ.
#savannakhet