ກອງປະຊຸມໝ່ວຍງານຜູ້ຊ່ຽວຊານດ້ານການກວດກູ້ລະເບີດເພື່ອມະນຸດສະທຳໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ອາຊຽນບວກ ຄັ້ງທີ 14 ຈັດຂຶ້ນໃນລະຫວ່າງວັນທີ 10-11 ທັນວາ 2024 ທີ່ເມືອງວັງວຽງ ແຂວງວຽງຈັນ ສປປ ລາວ ໂດຍການເປັນປະທານຮ່ວມຂອງທ່ານ ພັນເອກ ເຟືອງໄຊ ມີລາກົງ ຮອງຫົວໜ້າກົມພົວພັນຕ່າງປະເທດ, ຫົວໜ້າໜ່ວຍງານວິຊາການເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດອາຊຽນ ແຫ່ງ ສປປ ລາວ ແລະ ທ່ານ ພັນເອກ ເຊີເກ ອາບຣາມັອບ ຫົວໜ້າຜູ້ຊ່ຽວຊານທະຫານຊ່າງແສງ ກອງທັບແຫ່ງ ສະຫະພັນຣັດເຊຍ ໂດຍມີຜູ້ແທນຈາກບັນດາປະເທດສະມາຊິກອາຊຽນ-ບວກ, ຫ້ອງການຄຸ້ມຄອງລະເບີດບໍ່ທັນແຕກ ແຫ່ງ ສປປ ລາວ, ສູນກວດກູ້ລະເບີດເພື່ອມະນຸດສະທໍາພາກພື້ນອາຊຽນ ແລະກອງເລຂາອາຊຽນ ເຂົ້າຮ່ວມ.
ທ່ານ ພັນເອກ ເຟືອງໄຊ ມີລາກົງ ໄດ້ກ່າວວ່າ: ບັນຫາລະເບີດທີ່ບໍ່ທັນແຕກ (UXO) ໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ສິ່ງແວດລ້ອມ ແລະການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໂດຍລວມ. ສະນັ້ນ, ການແກ້ໄຂບັນຫາລະເບີດທີ່ບໍ່ທັນແຕກຖືເປັນໜຶ່ງໃນວຽກງານບຸລິ ມະສິດຂອງ ສປປ ລາວ ແລະ ຂອບການຮ່ວມມືຂອງ ກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ.
ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລືຫລາຍບັນຫາທີ່ສໍາຄັນໂດຍສະເພາະໄດ້ຮັບຟັງການສະຫລຸບ-ລາຍງານຫຍໍ້ກ່ຽວກັບຜົນງານການເຄື່ອນໄຫວໃນການຈັດຕັ້ງປະຕິບັດແຜນງານ ຂອງໜ່ວຍງານຜູ້ຊ່ຽວ ຊານດ້ານກວດກູ້ລະເບີດເພື່ອມະນຸດສະທໍາ ໂດຍການເປັນປະທານຮ່ວມຂອງກອງທັບ ຣາຊະອານາຈັກ ກໍາປູເຈຍ ແລະ ກອງທັບປົດປ່ອຍປະຊາຊົນຈີນ ໃນຮອບວຽນປີ 2021-2023; ແລກປ່ຽນບົດຮຽນ ແລະປະສົບການທີ່ດີໃນການກວດກູ້ລະເບີດທີ່ບໍ່ທັນແຕກຂອງອາຊຽນ, ແຜນງານ 3 ປີຂອງໜ່ວຍງານຜູ້ຊ່ຽວຊານດ້ານການກວດກູ້ລະເບີດເພື່ອມະນຸດສະທໍາໂດຍການເປັນປະທານຮ່ວມຂອງກອງທັບປະຊາຊົນລາວ ແລະກອງທັບສະຫະພັນຣັດເຊຍ ໃນຮອບວຽນປີ 2024-2027 ແລະ ວຽກງານອື່ນໆທີ່ກ່ຽວຂ້ອງ.
ສຳລັບແຜນການວຽກງານ ແລະບັນຫາຕ່າງໆທີ່ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້, ຈະເປັນພື້ນຖານທີ່ສໍາຄັນໃຫ້ແກ່ການສືບຕໍ່ຈັດຕັ້ງປະຕິບັດບັນດາແຜນງານການຮ່ວມມືຂອງໜ່ວຍງານດັ່ງກ່າວ. ການເປັນປະທານຮ່ວມຂອງກອງທັບປະຊາຊົນລາວ ແລະກອງທັບສະຫະພັນຣັດເຊຍ ໃນຄັ້ງນີ້ເປັນຄັ້ງທີ 2, ໃນຮອບວຽນປີ 2024-2027, ການເປັນເຈົ້າພາບກອງປະຊຸມ ແລະກິດຈະກໍາປີ່ນອ້ອມຂອງໜ່ວຍງານດັ່ງກ່າວຈະໄດ້ຈັດຂຶ້ນທີ່ສະຫະພັນ ຣັດເຊຍ ໃນປີ 2025.