ນາຍົກລັດຖະມົນຕີ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງຜູ້ແທນອົງການໄຈກາ

ໃນຕອນເຊົ້າວັນທີ 10 ທັນວານີ້, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ຮາຕາອິດະ ມິກິໂອະ (HATAEDA Mikio), ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ ຫຼື ໄຈກາ (JICA) ແລະ ອາສາສະໝັກຍີ່ປຸ່ນ ເຊິ່ງນໍາໂດຍທ່ານ ໂຄອິຊຸມິ ຊຶໂຕມຸ (KOIZUMI Tsutomu), ເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ທ່ານ ຮາຕາອິດະ ມິກິໂອະ ພ້ອມທັງຕີລາຄາສູງ ຕໍ່ການຊ່ວຍເຫຼືອ ແລະ ສະໜັບສະ ໜູນຂອງອົງການ JICA ເວົ້າສະເພາະ, ເວົ້າລວມກໍ່ຄືຂອງລັດຖະບານ ແລະ ປະຊາຊົນຍີ່ປຸນ ທີ່ໄດ້ປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະ ຫຼອດໄລຍະທີ່ຜ່ານມາ; ໄດ້ສະເໜີອົງການ JICA ສືບຕໍ່ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ພ້ອມທັງ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການຕ່າງໆທີ່ໄດ້ຮັບອະນຸມັດແລ້ວໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້. ສໍາລັບປີ 2025 ຈະຄົບຮອບ 70 ປີ ແຫ່ງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ແລະ ຄົບຮອບ 60 ປີ ຂອງການຈັດສົ່ງອາສາສະໝັກຍີ່ປຸ່ນ ມາປະຕິບັດໜ້າທີ່ຢູ່ ສປປ ລາວ ສະເໜີໃຫ້ທັງສອງຝ່າຍລາວ ແລະ ຍີ່ປຸ່ນ ສືບຕໍ່ປະສານງານ ແລະ ເຮັດວຽກຮ່ວມກັນ ເພື່ອໃຫ້ບັນດາກິດຈະກຳຕ່າງໆຕ້ອນຮັບວັນສຳຄັນດັ່ງກ່າວສຳເລັດຜົນຕາມຄາດໝາຍທີ່ວາງໄວ້.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ສະເໜີໃຫ້ຝ່າຍຍີ່ປຸ່ນ ສືບຕໍ່ສົ່ງອາສາສະໝັກຂອງຕົນ ມາປະຕິບັດໜ້າທີ່ຕາມຂະແໜງການທີ່ມີຄວາມຈຳເປັນ ເພື່ອມາຊ່ວຍຂະແໜງການທີ່ກ່ຽວຂ້ອງຂອງລາວ; ສະເໜີອາສາສະໝັກໃຫ້ຖ່າຍທອດຄວາມຮູ້ຄວາມສາມາດ ແລະ ເຕັກໂນໂລຊີ ໃຫ້ແກ່ວິຊາການລາວ ແລະ ຮ່ວມເຮັດວຽກກັບອົງການປົກຄອງທ້ອງຖິ່ນທີ່ຕົນສັງກັດຢູ່, ທັງຮຽນຮູ້ວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊຸມຊົນທ້ອງຖິ່ນ ເພື່ອເຮັດໃຫ້ສາຍພົວພັນມິດຕະ ພາບຮ່ວມກັນນັບມື້ນັບດີຂຶ້ນ, ພ້ອມກັນນັ້ນ ກໍ່ນໍາເອົາຂໍ້ມູນ ແລະ ປະສົບການຂອງຕົນ ໄປເຜີຍແຜ່ໃຫ້ຄົນຍີ່ປຸ່ນ ໄດ້ຮູ້ ສປປ ລາວ ຫຼາຍຂຶ້ນ ເພື່ອປະກອບສ່ວນເສີມສ້າງສາຍພົວພັນການຮ່ວມມື, ດຶງດູດນັກລົງທຶນມາລົງທຶນຢູ່ ສປປ ລາວ ຫຼາຍຂຶ້ນ ແລະ ທັງເປັນສົ່ງເສີມການທ່ອງ ທ່ຽວອີກດ້ວຍ.

ໃນໂອກາດດຽວກັນ, ທ່ານ ຮາຕາອິດະ ມິກິໂອະ, ຮອງປະທານອາວຸໂສອົງການຮ່ວມມືສາກົນຍີ່ປຸ່ນ ແລະທ່ານເອກອັກຄະລັດຖະທູດຍີ່ປຸ່ນປະຈໍາລາວ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ ຂອງທ່ານ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມທັງ ຕີລາຄາສູງຕໍ່ການພົວພັນຮ່ວມມືອັນດີງາມ ລະຫວ່າງ ຍີ່ປຸ່ນ ແລະ ລາວ ໃນໄລຍະຜ່ານມາ.

ອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ຢູ່ລາວແມ່ນເລີ່ມແຕ່ປີ 1965 ເປັນຕົ້ນມາເຊິ່ງໃນເວລານັ້ນມີອາສາສະໝັກພຽງ 5 ຄົນ ແລະ ປະເທດລາວ ເປັນໜຶ່ງໃນ 4 ປະເທດທຳອິດ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກຂອງຕົນມາປະຕິບັດວຽກງານ ແລະ ມາຮອດປະຈຸບັນ ອາສາສະໝັກຍີ່ປຸ່ນ ທີ່ມາປະຕິບັດໜ້າທີ່ຢູ່ ສປປ ລາວ ລວມທັງໝົດ 1.094 ຄົນ, ສະເພາະປີ 2024 ມີອາສາສະໝັກອາວຸໂສ ແລະອາສາສະໝັກໜຸ່ມ ທັງໝົດ 45 ຄົນ ໂດຍປະຈໍາຢູ່ຂະ ແໜງການຕ່າງໆ ເປັນຕົ້ນ ສຶກສາ ທິການ ແລະ ກິລາ, ສາທາລະນະສຸກ, ກະສິກຳ-ປ່າໄມ້, ພັດທະນາຊົນນະບົດ ແລະ ຂົງເຂດອື່ນໆ.
ທີ່ມາ: ກົມປະຊາສຳພັນ ຫສນຍ.