ຮອງນາຍົກ ແນະນໍາໃຫ້ສະຫວັນນະເຂດເກັບລາຍຮັບບັນລຸແຜນ

    ໂອກາດເດີນທາງມາຢ້ຽມຢາມແລະເຮັດວຽກທີ່ແຂວງສະຫວັນນະເຂດຂອງທ່ານສົມດີດວງດີຮອງນາຍົກລັດຖະມົນຕີທັງເປັນລັດຖະມົນຕີກະຊວງການເງິນກໍໄດ້ໃຫ້ທິດຊີ້ນຳໃນຫຼາຍບັນຫາຕໍ່ແຂວງສະຫວັນນະເຂດໂດຍສະເພາະແມ່ນກ່ຽວກັບການຈັດເກັບລາຍຮັບເຂົ້າງົບປະມານແນໃສ່ເພື່ອເຮັດໃຫ້ການຈັດຕັ້ງວຽກງານດັ່ງກ່າວໄດ້ຮັບປະສິດທິພາບປະສິດທິຜົນ.

   ຊຶ່ງກ່ອນອື່ນ, ທ່ານສັນຕິພາບພົມວິຫານເຈົ້າແຂວງສະຫວັນນະເຂດກໍໄດ້ລາຍງານສະພາບການພັດທະນາເສດຖະກິດ-ສັງຄົມໂດຍຫຍໍ້ຂອງແຂວງສະຫວັນນະເຂດໃຫ້ທ່ານຮອງນາຍົກໄດ້ຮັບຊາບ, ໃນນີ້ບັນຫາຕົ້ນຕໍກໍ່ແມ່ນຕົວເລກການເກັບລາຍຮັບໃນປີ 2018 ເຫັນໄດ້ວ່າໃນທົ່ວແຂວງສະຫວັນນະເຂດແມ່ນບໍ່ສາມາດເກັບລາຍຮັບເຂົ້າງົບປະມານຕາມຕົວເລກແຜນການທີ່ຂັ້ນເທິງໄດ້ວາງເປົ້າໝາຍໃຫ້ນັ້ນກໍ່ຍ້ອນສາເຫດແລະເງື່ອນໄຂຕ່າງໆເຖິງແມ່ນວ່າບັນດາຂະແໜງການທີ່ເປັນແຫຼ່ງລາຍຮັບຫຼັກໃນການສ້າງລາຍຮັບຈະພະຍາຍາມບືນຕົວສຸດຂີດແລ້ວກໍຕາມ.

   ແນວໃດກໍດີ ທ່ານເຈົ້າແຂວງກ່າວຕື່ມອີກວ່າ: ທາງຄະນະນຳຂອງແຂວງຍັງເລັ່ງສ້າງໃຫ້ໂຄງປະກອບທາງດ້ານເສດຖະກິດຂອງແຂວງເຂັ້ມແຂງຂຶ້ນໂດຍເນັ້ນໜັກໃສ່ຂົງເຂດອຸດສາຫະກຳ, ກະສິກຳແລະການບໍລິການ, ນອກນັ້ນຍັງເລັ່ງໃສ່ຂະແໜງທ່ອງທ່ຽວໂດຍມີໂຄງການບູລະນະເຂດເມືອງເກົ່າເພື່ອດຶງດູດນັກທ່ອງທ່ຽວທັພາຍໃນແລະຕ່າງປະເທດ, ສ່ວນດ້ານກະສິກຳກໍແມ່ນເນັ້ນໃສ່ການຜະລິດເຂົ້າແລະປູກພືດສຳຮອງແກ້ໄຂບັນຫາດ້ານຊົນລະປະທານແລະສົ່ງເສີມການປູກເຂົ້ານາແຊງໃຫ້ຫຼາຍຂຶ້ນ, ພ້ອມນັ້ນຍັງມີບັນຫາເລື່ອງການຂາດດຸນແລະໄດ້ດຸນການຄ້າຕື່ມອີກຊຶ່ງແຂວງສະຫວັນນະເຂດພວກເຮົາໃນໄລຍະຜ່ານມາກໍ່ເຫັນວ່າລະດັບການຂາດດຸນການຂາດແມ່ນບໍ່ມີຫຼາຍປານໃດ.

   ໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີສົມດີດວງດີກໍໄດ້ໃຫ້ຄຳແນະນຳຫຼາຍບັນຫາ, ໃນນີ້ຕົ້ນຕໍກໍ່ແມ່ນໃຫ້ເລັ່ງໃສ່ທ່າແຮງດ້ານກະສິກຳແລະອຸດສາຫະກຳເປັນຫຼັກໃນການເກັບລາຍຮັບງົບປະມານ, ໂດຍໃຫ້ເບິ່ງຄືນລາຍຮັບດ້ານການທ່ອງທ່ຽວ, ການບໍລິການ, ຊຸກຍູ້ປະຊາຊົນໃຫ້ຜະລິດສິນຄ້າກະສິກຳທີ່ຂາຍໄດ້ທັງພາຍໃນແລະຕ່າງປະເທດໂດຍສະເພາະແມ່ນອ້ອຍແລະມັນຕົ້ນຊຶ່ງເປັນສິນຄ້າກະສິກຳທີ່ສາມາດສົ່ງອອກໄດ້ແຕ່ວ່າເພື່ອໃຫ້ອຸດສາຫະກຳເພີ່ມຂຶ້ນກໍ່ຕ້ອງໃຫ້ຄຳນຶງເຖິງຜົນກະທົບຕໍ່ສິ່ງແວດ ລ້ອມນຳພ້ອມ, ໃຫ້ສຶກສາດ້ານການໃຊ້ພະລັງງານໄຟຟ້າຈາກແສງຕາເວັນເພື່ອຫຼຸດຜ່ອນຄ່າໄຟຟ້າສຳລັບການປູກເຂົ້ານາແຊງຂອງປະຊາຊົນ.