ໜຶ່ງແລວ ໜຶ່ງເສັ້ນທາງ ສອດຄ່ອງນະໂຍບາຍລາວ ພ້ອມຢືນຢັນຈະສືບຕໍ່ຈະສືບຕໍ່ຮ່ວມມື ແລະ ສະໜັບສະໜູນ

  ທ່ານ ບຸນຍັງ ວໍລະຈິດ ປະທານປະເທດກ່າວວ່າຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງແມ່ນສອດຄ່ອງກັບນະໂຍບາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດລັດຖະບານລາວຈຶ່ງໄດ້ສະໜັບສະໜູນ ແລະປະກອບສ່ວນຢ່າງຕັ້ງໜ້າໃນການເຂົ້າຮ່ວມຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວໃນນີ້ກໍ່ແມ່ນໂຄງການຮ່ວມມືລົດໄຟຄວາມໄວສູງລາວ-ຈີນ ອັນເປັນໂຄງການຮ່ວມມືໜຶ່ງທີ່ໃຫຍ່ ແລະສຳຄັນທີ່ສຸດສຳລັບ ສປປ ລາວ ພ້ອມຢືນຢັນວ່າຈະສືບຕໍ່ຮ່ວມມື ແລະສະໜັບສະໜູນໄປຄຽງຄູ່ກັບການຈັດຕັ້ງປະຕິບັດບັນດາໂຄງການຂອງຂໍ້ລິເລີ່ມດັ່ງກ່າວເພື່ອຮ່ວມກັນສ້າງສັນຕິພາບນຳເອົາຄວາມຈະເລີນສີວິ ໄລ ແລະການພັດທະນາແບບຢືນຍົງມາສູ່ທຸກປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງໂດຍສະເພາະແມ່ນ ສປປ ລາວ.

  ໃນວັນທີ 26-27 ເມສາຜ່ານມາ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ ພ້ອມຄະນະຜູ້ແທນຂັ້ນສູງຂອງລາວເຂົ້າຮ່ວມກອງປະຊຸມເວທີປຶກສາຫາລື “ ໜຶ່ງແລວ ໜຶ່ງເສັ້ນທາງ” ເພື່ອການຮ່ວມມືສາກົນຄັ້ງທີ່ 2 ທີ່ນະຄອນຫຼວງປັກກີ່ງ, ສປ ຈີນ, ພາຍໃຕ້ຫົວຂໍ້: “ການຮ່ວມມືໜຶ່ງແລວ ໜຶ່ງເສັ້ນທາງ, ສ້າງອະນາຄົດທີ່ສົດໃສດ້ວຍກັນ”ໂດຍການເປັນປະທານເປີດຂອງທ່ານ ສີ ຈີ້ນຜີງ, ປະທານປະເທດແຫ່ງ ສປ ຈີນ ແລະມີບັນດາປະມຸກລັດ, ຫົວ ໜ້າລັດຖະບານ, ເລຂາທິການໃຫຍ່ ສປຊ ລວມທັງອົງການຈັດຕັ້ງສາກົນຕ່າງໆເຂົ້າຮ່ວມຢ່າງຫຼວງຫຼາຍທີ່ມາຈາກທະວິບອາຊີ, ເອີຣົບ, ອາເມລິກາ ແລະອາ ຟຣິກາ.

  ໃນພິທີເປີດດັ່ງກ່າວ ປະທານ ສີ ຈີ້ນ ຜີງ ໄດ້ຕີລາຄາສູງຕໍ່ໝາກຜົນສຳເລັດໃນ 5 ຂົງເຂດບຸລິມະສິດການຮ່ວມມືທີ່ ສປ ຈີນ ແລະບັນດາປະເທດລຽບຕາມ ໜຶ່ງແລວ ໜຶ່ງເສັ້ນທາງໄດ້ຮ່ວມກັນຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວໃນໄລຍະ 2 ປີຜ່ານມາ ນັບຕັ້ງແຕ່ກອງປະຊຸມໜຶ່ງແລວ ໜຶ່ງເສັ້ນທາງເພື່ອການຮ່ວມມືສາກົນໄດ້ຈັດຂຶ້ນເປັນຄັ້ງທຳອິດໃນປີ 2017 ພ້ອມດຽວກັນນີ້ປະທານ ສີ ຈິ້ນຜິງ ຍັງໄດ້ກ່າວຕື່ມວ່າ ສປ ຈີນ ໃຫ້ຄວາມສຳຄັນ ແລະຈະສືບຕໍ່ສະໜັບສະໜູນ 6 ແລວເສດຖະກິດຫຼັກທີ່ເນັ້ນໃສ່ສ້າງ ແລະ ພັດທະນາພື້ນຖານໂຄງລ່າງຂອງບັນດາປະເທດລຽບຕາມໜຶ່ງແລວໜຶ່ງເສັ້ນທາງໃຫ້ສາມາດເຊື່ອມຈອດກັນຕາມທ່າແຮງ ແລະຈຸດພິເສດຂອງແຕ່ລະປະເທດ ແລະ ແຕ່ລະຂົງເຂດອັນເປັນປັດໄຈສຳຄັນໜຶ່ງໃນການພັດທະນາເສດຖະກິດ-ສັງຄົມ ຂອງແຕ່ລະປະເທດບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ.

  ນອກນັ້ນທ່ານປະທານປະເທດ ບຸນຍັງ ວໍລະຈິດ ກໍໄດ້ສືບຕໍ່ເຂົ້າກອງປະຊຸມ ຂອງຜູ້ນຳລະດັບສູງຊຶ່ງໃນໂອກາດດັ່ງກ່າວທ່ານປະທານປະເທດໄດ້ກ່າວຄຳເຫັນວ່ານັບຕັ້ງແຕ່ປະທານປະເທດສີ ຈີ້ນຜີງ ໄດ້ປະກາດຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງໃນປີ 2013 ເປັນຕົ້ນມາ, ຂໍ້ລິເລີ່ມດັ່ງກ່າວໄດ້ສ້າງຄວາມສົນໃຈຢ່າງກວ້າງ ຂວາງຢູ່ໃນເວທີສາກົນກອງປະຊຸມໜຶ່ງແລວ ໜຶ່ງເສັ້ນທາງ ເພື່ອການຮ່ວມມືສາກົນຄັ້ງທີ່ໜຶ່ງທີ່ຜ່ານມາ ແລະກອງປະຊຸມປິ່ນອ້ອມສຳຄັນຂອງຂະແໜງການທີ່ກ່ຽວຂ້ອງຕ່າງໆໃນປີ 2017 ໄດ້ສະແດງໃຫ້ເຫັນຜົນສໍາເລັດທີ່ເປັນຮູບປະທໍາຕົວຈິງໃນເບື້ອງຕົ້ນ ແລະໄດ້ເປີດສັງກາດໃໝ່ໃຫ້ແກ່ການເປີດກວ້າງ ແລະ ເພີ່ມທະວີການຮ່ວມມືການພັດທະນາເສດຖະກິດ-ສັງຄົມຂອງອະນຸພາກພື້ນ, ພາກພື້ນ ແລະສາກົນ.

  ສປປ ລາວ ຕີລາຄາສູງຕໍ່ໝາກຜົນຂອງການຮ່ວມມືພາຍໃຕ້ຂອບໜຶ່ງແລວ ໜຶ່ງເສັ້ນທາງ ແລະໄດ້ປະກອບສ່ວນຢ່າງຕັ້ງໜ້າຕາມພາລະບົດບາດ ແລະຄວາມສາມາດຂອງຕົນເຂົ້າໃນການຈັດຕັ້ງປະຕິບັດຕໍ່ຂໍ້ລິເລີ່ມດັ່ງກ່າວ ສປປ ລາວ ເຫັນວ່າຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນ ທາງແມ່ນສອດຄ່ອງກັບນະໂຍບາຍການຫັນປະເທດຈາກບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມຈອດບົນຈິດໃຈດັ່ງກ່າວ, ສປປ ລາວ ຈຶ່ງໄດ້ສະໜັບສະໜູນ ແລະປະກອບສ່ວນຢ່າງຕັ້ງໜ້າ ໃນການເຂົ້າຮ່ວມການຈັດຕັ້ງປະຕິບັດຂໍ້ລິເລີ່ມດັ່ງກ່າວນີ້ຊຶ່ງໃນການຮ່ວມມືໃນກອບດັ່ງກ່າວກໍ່ແມ່ນໂຄງການຮ່ວມມືລົດໄຟຄວາມໄວສູງລາວ-ຈີນ ອັນເປັນໂຄງການຮ່ວມມືໜຶ່ງທີ່ໃຫຍ່ ແລະສຳຄັນທີ່ສຸດສຳລັບ ສປປ ລາວ ຊຶ່ງມາເຖິງປະຈຸບັນການກໍ່ສ້າງດັ່ງກ່າວມີຄວາມຄືບໜ້າຫຼາຍກວ່າ 60% ແລະຄາດວ່າຈະສໍາເລັດຕາມແຜນການໃນປີ 2021.

 ທ່ານ ບຸນຍັງ ວໍລະຈິດ ກ່າວຕື່ມວ່າ: ສປປ ລາວ ໄດ້ຢືນຢັນຈະສືບຕໍ່ຮ່ວມມື ແລະສະໜັບສະໜູນຂໍ້ລິເລີ່ມໜຶ່ງແລວ ໜຶ່ງເສັ້ນທາງ ແລະການຈັດຕັ້ງປະຕິບັດ ບັນດາໂຄງການຂອງຂໍ້ລິເລີ່ມດັ່ງກ່າວເພື່ອຮ່ວມກັນສ້າງສັນຕິພາບເພື່ອນຳເອົາຄວາມຈະເລີນສີວິໄລ ແລະ ການພັດທະນາແບບຢືນຍົງມາສູ່ທຸກປະເທດລຽບ ຕາມໜຶ່ງແລວ ໜຶ່ງເສັ້ນທາງຄືດັ່ງຈິດໃຈຂອງຫົວຂໍ້ກອງປະຊຸມມື້ນີ້ “ການຮ່ວມມືໜຶ່ງ ແລວໜຶ່ງເສັ້ນທາງ, ສ້າງອະນາຄົດທີ່ສົດໃສຮ່ວມກັນ”.