ປະທານປະເທດ ລາວ ພົບປະກັບ ປະທານາທິບໍດີ ເບລາຣຸດຊີ ທີ່ຣັດເຊຍ

ໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມ BRICS ແລະ ປະເທດກໍາລັງພັດທະນາໃນເຂດໂລກໃຕ້ ທີ່ ເມືອງກາຊານ, ສ. ຣັດເຊຍ, ໃນວັນທີ 23 ຕຸລາ 2024, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko), ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະເສີມຂະຫຍາຍສາຍພົວພັນມິດຕະພາບ ແລະການຮ່ວມມືອັນດີ ລະຫວ່າງ ສປປ ລາວ-ສ. ເບລາຣຸດຊີ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະແຕກດອກອອກຜົນຍິ່ງໆຂຶ້ນ.

ໃນໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ ແລະ ເບລາຣຸດຊີ ທີ່ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ໂດຍມີການແລກປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ, ​​ພິ​ເສດ, ປີ 2024 ນີ້ ສອງຝ່າຍໄດ້ມີ​ການສະເຫຼີມສະຫຼອງຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດນໍາກັນ ດ້ວຍບັນຍາກາດໄມຕີຈິດມິດຕະພາບ ແລະ ມີຄວາມໝາຍສໍາຄັນ. ພ້ອມ​ດຽວ​ກັນ​ນີ້, ​ສອງ​ຝ່າຍ ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ລົງ​ເລີກ​ໃນ​ການ​ເສີມ​ຂະ​ຫ​ຍາຍຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ-ສັງ​ຄົມ ທີ່​​ທັງສອງ​ຝ່າຍ​ມີ​ທ່າ​ແຮງ ແລະເປັນ​ເອ​ກະ​ພາບ​ກັນໃຫ້ມີ​ການຊຸກ​ຍູ້​ໃຫ້ ພາກ​ສ່ວນ​ຕ່າງໆ​ ຂອງ​ສອງ​ປະ​ເທດ ​ໄດ້ເພີ່ມ​ທະ​ວີ​ ແລະເສີມ​ຂະ​ຫ​ຍາຍໃນ​ວຽກ​ງານ​ດັ່ງ​ກ່າວໃຫ້​ແຕກດອກ​ອອກ​ຜົນ.  

ໃນໂອກາດດັ່ງກ່າວ, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ເຊື້ອເຊີນ ພະນະທ່ານ ອາເລັກຊານເດີ ລູກາເຊັນໂກ, ປະທານາທິບໍດີ ແຫ່ງ ສ. ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ, ເຊິ່ງ ພະນະທ່ານ ປະທານາທິບໍດີ ແຫ່ງ ສ. ເບລາຣຸດຊີ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ.