ລາວ-ມຽນມາ ເສີມສ້າງສາຍພົວພັນຮ່ວມມື ດ້ານແຮງງານ

ກອງປະຊຸມລັດຖະມົນຕີແຮງງານ ລາວ-ມຽນມາ ຈັດຂຶ້ນໃນວັນທີ 21 ຕຸລາ 2024 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງໃບຄຳ ຂັດທິຍະ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແຫ່ງ ສປປ ລາວ ແລະ ທ່ານ ອູ ມິນ ນອງ (U Myint Naung) ລັດຖະມົນຕີ ກະຊວງແຮງງານ ແຫ່ງ ສສ ມຽນມາ, ມີທ່ານ ອອງ ໂກ (Aung KO) ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ ມຽນມາ ປະຈໍາ ສປປ ລາວ ແລະ ຄະນະຜູ້ແທນທີ່ກ່ຽວຂ້ອງ ຂອງສອງຝ່າຍ ລາວ ແລະ ມຽນມາ ເຂົ້າຮ່ວມ. ທັງນີ້, ກໍເພື່ອເປັນການເສີມສ້າງສາຍພົວພັນຮ່ວມມືດ້ານແຮງງານ ລະຫວ່າງສອງກະຊວງ ໃຫ້ກ້າວສູ່ການຮ່ວມມືທີ່ເປັນຮູບປະທໍາ.

ທ່ານ ນາງ ໃບຄຳ ຂັດທິຍະ ໄດ້ມີຄໍາເຫັນວ່າ: ກອງປະຊຸມ ໄດ້ຕີລາຄາສູງຕໍ່ຜົນສໍາເລັດຂອງສອງຝ່າຍທີ່ໄດ້ມີຄວາມພະຍາຍາມໃນການປະສານສົມທົບກັນເປັນຢ່າງດີໃນຕະຫລອດໄລຍະຜ່ານມາ ເຮັດໃຫ້ສອງກະຊວງສາມາດຍາດໄດ້ຜົນສໍາເລັດອັນຈົບງາມ ໂດຍສະເພາະແມ່ນການລົງເລິກຮ່ວມມືດ້ານແຮງງານ ລາວ-ມຽນມາ ຊຶ່ງຖືວ່າເປັນບາດກ້າວທີ່ດີໃຫ້ແກ່ແຮງງານຂອງສອງປະເທດຈະໄດ້ຮັບການປົກປ້ອງສິດ ແລະຜົນປະໂຫຍດຕາມກົດໝາຍ; ໄດ້ຕີລາຄາສູງຕໍ່ຜົນສຳເລັດທີ່ຍາດມາໄດ້ໂດຍສະ ເພາະສອງຝ່າຍໄດ້ມີຄວາມພະຍາຍາມໃນການປະສານສົມທົບກັນຢ່າງໃກ້ສິດ, ມີການປຶກສາຫາລື ແລະ ແລກປ່ຽນຂໍ້ມູນຂ່າວສານເສີມສ້າງສາຍພົວພັນຮ່ວມມືໂດຍສະເພາະດ້ານແຮງງານ ລາວ-ມຽນມາ ໃຫ້ກ້າວສູ່ການຮ່ວມມືທີ່ເປັນຮູບປະທໍາ ແລະໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນສູງແນໃສ່ປົກປ້ອງສິດ ແລະຜົນປະໂຫຍດຂອງແຮງງານສອງປະເທດ ຕາມກົດໝາຍ ແລະ ລະບຽບການກຳນົດ.

ກອງປະຊຸມໄດ້ເປັນເອກະພາບ ແລະຮ່ວມລົງນາມໃສ່ບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ມຽນມາ ແລະ ບົດບັນທຶກກອງປະຊຸມລັດຖະ ມົນຕີແຮງງານ ລາວ-ມຽນມາ ເພື່ອເປັນບ່ອນອີງໃຫ້ແກ່ສອງຝ່າຍ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລືຕໍ່ກັບແຜນການຮ່ວມມືຂອງສອງກະຊວງໃນຕໍ່ໜ້າຊຶ່ງໄດ້ເອກະພາບຮ່ວມກັນໃນບາງເນື້້ອໃນຕົ້ນຕໍຄື: ສອງຝ່າຍຈະແຕ່ງຕັ້ງຄະນະວິຊາການເພື່ອປະສານສົມທົບຄົ້ນຄວ້າກົນໄກການປະສານງານ ແລະກົນໄກການເຮັດວຽກຮ່ວມກັນຢ່າງໃກ້ຊິດ ແນໃສ່ເຮັດໃຫ້ການຈັດຕັ້ງຜັນຂະຫຍາຍເນື້ອໃນຂອງບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານແຮງງານ ລາວ-ມຽນມາ ໄດ້ຮັບການປະຕິບັດຢ່າງເປັນຮູບປະທໍາ ແລະມີຜົນສໍາເລັດສູງ; ສະເໜີໃຫ້ສອງຝ່າຍ ລົງເລິກສ້າງຮ່າງຂໍ້ຕົກລົງການຮ່ວມມືກັນ ເປັນອັນສະເພາະຂອງແຕ່ລະວຽກທີ່ເອກະພາບກັນ ຊຶ່ງເປັນວຽກຮີບດ່ວນ ໂດຍສະ ເພາະການຜັນຂະຫຍາຍເນື້້ອໃນພາຍໃຕ້ ມາດຕາ 5 ແລະ ມາດຕາ 8 ເພື່ອນໍາໄປສູ່ການແກ້ໄຂບັນຫາແຮງງານ ທີ່ເຂົ້າມາເຄື່ອນໄຫວບໍ່ຖືກຕ້ອງຢູ່ ສປປ ລາວ ໂດຍສະເພາະຢູ່ເຂດເສດຖະກິດພິເສດສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ດ້ວຍການດໍາເນີນການຂຶ້ນທະບຽນຮັບຮູ້ ແລະຢັ້ງຢືນຈາກສອງຝ່າຍ ເພື່ອປົກປ້ອງສິດ ແລະຜົນປະໂຫຍດຂອງເຂົາເຈົ້າຕາມກົດໝາຍ.

ໂອກາດນີ້, ທ່ານ ນາງ ໃບຄຳ ຂັດທິຍະ ຍັງຕີລາຄາສູງຕໍ່ຜົນສຳເລັດກອງປະຊຸມ ແລະການພົວພັນຮ່ວມມືທີ່ທັງສອງກະຊວງຍາດມາໄດ້ ແລະພ້ອມສະໜັບສະໜູນແຜນການຮ່ວມມື ໃນຕໍ່ໜ້າ ແລະ ເພີ່ມທະວີການປະສານງານຢ່າງໃກ້ສິດ ເພື່ອສາມາດຍາດໄດ້ຜົນສໍາເລັດຂອງການຮ່ວມມືຫລາຍກວ່າເກົ່າ ແລະ ເພື່ອເປັນການປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງສອງປະເທດ ລາວ-ມຽນມາ ແລະ ມຽນມາ-ລາວ.
ທີ່ມາ: ຂປລ.